ພະນະທ່ານ ທອງລຸນ ສີສຸລິດ  ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສົມເດັດ ຊຸນຕານ ອິບຣາຮິມ ຣາຊາທິບໍດີ ແຫ່ງ ມາເລເຊຍ ທີ່ ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ: ສົມເດັດ ຣາຊາທິບໍດີ, ໃນນາມ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ຣາຊາທິບໍດີ ເນື່ອງໃນໂອກາດທີ່ ສົມເດັດ ຂຶ້ນຄອງລາດເປັນ ສົມເດັດຣາຊາທິບໍດີ ອົງທີ 17 ແຫ່ງ ມາເລເຊຍ.  
ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1966 ເປັນຕົ້ນມາ. ຂ້າພະເຈົ້າ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ຈະໄດ້ເຮັດວຽກຮ່ວມກັບພະອົງຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງ ລາວ-ມາເລເຊຍ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີໝາກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອພາລະກິດສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.  
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ແດ່ ສົມເດັດ ຣາຊາທິບໍດີ ຈົ່ງມີພະລານາໄມສົມບູນ,  ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງ ພະອົງ ແລະ ຂໍອວຍພອນໃຫ້ປະຊາຊົນມາເລເຊຍ ເພື່ອນມິດ ພາຍໃຕ້ພະບໍຣົມໂພທິສົມພານຂອງ ພະອົງ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນ ຍິ່ງໆຂຶ້ນ.