ໃນວັນທີ 23 ກຸມພາ ນີ້, ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວໄດ້ສົ່ງສານອວຍພອນເຖິງ ສົມເດັດ ນາຣຸຮິໂຕະເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນທີ່ ໂຕກຽວຊຶ່ງມີເນື້ອໃນວ່າ: ໃນໂອກາດວັນສິລິມຸງຄຸນ ແຫ່ງ ວັນພະຣາຊະສົມພົບຂອງ ສົມເດັດ ຄົບຮອບ 64 ພັນສາ ກໍຄືວັນຊາດຍີ່ປຸ່ນ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີິດມາຍັງ ສົມເດັດ ແລະ ປະຊາຊົນຍີ່ປຸ່ນ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດພວກເຮົາ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຂ້າພະເຈົ້າເຊື່ອໝັ້ນເປັນຢ່າງຍິ່ງວ່າ ການຮັດແໜ້ນການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຂົງເຂດຕ່າງໆຈະນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ, ພ້ອມກັນນັ້ນ ກໍເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. 
ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ສົມເດັດ ພ້ອມດ້ວຍພະລາຊີນີແລະ ພະບໍລົມວົງສານຸວົງທຸກພະອົງ ຊົງມີພະລານາໄມສົມບູນ, ພະກະເສມສຳລານ ມີອາຍຸຍິ່ງຍືນນານ ແລະ ປະຊາຊົນຍີ່ປຸ່ນ ພາຍໃຕ້ ພະບໍຣົມໂພທິສົມພານຂອງພະອົງ ຈົ່ງມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນາຖາວອນຍິ່ງໆຂຶ້ນ; ດ້ວຍຄວາມນັບຖືຢ່າງສູງ.
ໃນໂອກາດດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ປະເທດຍີ່ປຸ່ນ ເຊັ່ນດຽວກັນ.