ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການ ແລະ 
ເຂົ້າຮ່ວມກອງປະຊຸມຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື
ອາຊຽນ-ອົສຕຣາລີ ຄົບຮອບ 50 ປີ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ແອນໂທນີ ອານບານີຊີນາຍົກລັດຖະມົນຕີແຫ່ງ ອົສຕຣາລີ, ພະນະທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງໄປຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການໃນວັນທີ 4-7 ມີນາ 2024,ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົສຕຣາລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ແລະ ຄະນະ ກໍຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົສຕຣາລີ ຄົບຮອບ 50 ປີທີ່ຈະຈັດຂຶ້ນໃນວັນທີ 5-6 ມີນາ 2024 ທີ່ ເມືອງເມວເບິນອົສຕຣາລີ. ໃນນາມປະທານອາຊຽນປິ 2024 ແລະ ໃນນາມປະເທດປະສານງານການພົວພັນ ອາຊຽນ-ອົສຕຣາລີ, ພະນະທ່ານ ສອນໄຊ ສີພັນດອນ ຈະໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດດັ່ງກ່າວ ຮ່ວມກັບ ພະນະທ່ານ ແອນໂທນີ ອານບານີຊີ. ກອງປະຊຸມສຸດຍອດ ເພື່ອທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ອົສຕຣາລີ ໃນໄລຍະ 5 ທົດສະວັດຜ່ານມາ ແລະ ກຳນົດທິດທາງການຮ່ວມມືໃນຕໍ່ໜ້າ.
ພ້ອມດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງມີແຜນຈະພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນ ເພື່ອປຶກສາຫາລືຮ່ວມກັນໃນການຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ.