ໂດຍຕອບຮັບການເຊື້ອເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພະນະທ່ານ ນາງ ຄາມິກາວະ ໂຢໂກະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ (Her Excellency Ms. KAMIKAWA Yoko, Minister for Foreign Affairs of Japan) ຈະນໍາພາຄະນະຢ້ຽມຢາມທາງການ ສປປ ລາວ ໃນລະຫວ່າງວັນທີ 11-12 ຕຸລາ 2023 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.