ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານ ອວຍພອນເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ ສປປ ເກົາຫຼີ ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 78 ປີ (10/10/1945-10/10/2023) ຊຶ່ງມີເນື້ອໃນດັ່ງນີ້: 
     ຂ້າພະເຈົ້າຂໍສະແດງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ ແລະ ສົ່ງຄໍາອວຍພອນໄຊອັນປະເສີດ ໄປຍັງ ສະຫາຍ ກິມເຈິງອຸນ ພ້ອມດ້ວຍ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ, ສະມາຊິກພັກ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.
    ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຕະຫຼອດໄລຍະ 78 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກແຮງງານເກົາຫຼີ, ລັດຖະ   ບານ, ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ ໃນການປົກປັກຮັກສາ   ໝາກຜົນຂອງການປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ, ການເມືອງມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ທັນສະໄໝ, ເສດຖະກິດນັບມື້ນັບໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນເກົາຫຼີ ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ. 
    ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກແຮງງານເກົາຫຼີ, ອັນມີ ສະຫາຍ ກິມເຈິງອຸນ ເປັນຜູ້ນຳນັ້ນ, ພັກ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ຈະສາມາດບັນລຸຜົນສໍາເລັດ ໃນການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ສືບຕໍ່ຊີ້ນໍາ-ນໍາພາ ປະຊາຊົນ ສປປ ເກົາຫຼີ ຍາດໄດ້ຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງສັງຄົມນິຍົມໃຫ້ຮັ່ງມີເຂັ້ມແຂງ ແລະ ບັນລຸຜົນສໍາເລັດໃນການທ້ອນໂຮມປະເທດຊາດ ໂດຍສັນຕິວິທີ.
    ພ້ອມນີ້, ຂ້າພະເຈົ້າຂໍສະແດງຄວາມຍິນດີ ສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບ ສະຫາຍ ກິມເຈິງອຸນ ເພື່ອເພີ່ມທະວີການພົວພັນ ແລະ ການຮ່ວມມື ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.  
    ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໃຫ້ ສະຫາຍ ກິມເຈິງອຸນ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງສະຫາຍ.