ໂດຍຕອບສະໜອງຕາມຄໍາເຊີນ ຂອງ ສົມເດັດ ຊາລມານ ບິນ ອັບດຸນລາຊິດສ ອາລ ຊາດ ເຈົ້າຊີວິດ ແຫ່ງ          ຣາຊະອານາຈັກ ຊາອຸດິດ ອາຣັບບີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງ          ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາຮ່ວມມືເຂດອ່າວ (ຈີຊີຊີ) ຊຶ່ງຈະຈັດຂຶ້ນໃນວັນທີ 20 ຕຸລາ 2023 ທີ່ ຣີຢັດ ຊາອຸດິດ ອາຣັບບີ. 
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີຊີຊີຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຈະໄດ້ຮ່ວມກັບ           ຜູ້ນຳຂອງປະເທດສະມາຊິກອາຊຽນ ແລະ ປະເທດສະມາຊິກ ຈິຊີຊີ ທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ຈີຊີຊີ ໃນໄລຍະຜ່ານມາ ແລະ ກໍານົດທິດທາງໃນການຮ່ວມມືອາຊຽນ-ຈີຊີຊີ ໃນອະນາຄົດ.
ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍກັບ ຄູ່ຮ່ວມຕຳແໜ່ງຈາກ ບາງປະເທດສະມາຊິກອາຊຽນ ແລະ ປະເທດສະມາຊິກ ຈີຊີຊີ ເພື່ອປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ.