ເນື່ອງ​ໃນ​ໂອ​ກາດ​ວັນ​ເກີດ​ຂອງ​ປະ​ທານ ຄຳ​ໄຕ ສີ​ພັນ​ດອນ ຄົບ​ຮອບ 100 ປີ (8/2/1923-8/2/2023)
(ຄັດ​ຈາກ​ປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ)
ໃນເດືອນມີນາ ປີ 1947 ດ້ວຍຄວາມເບື່ອໜ່າຍຄຽດຊັງຕໍ່ການປົກຄອງທີ່ໂຫດຮ້າຍປ່າເຖື່ອນຂອງລ່າເມືອງຂຶ້ນແບບ​ເກົ່າ ແລະ ຄວາມບໍ່ເປັນທໍາຈາກພວກສັກດີນາ ແລະ ເຈົ້າຂຸນມຸນນາຍທ້ອງຖິ່ນ, ທ່ານ ຄໍາໄຕ ສີພັນຕອນ ດ້ວຍຄວາມຕື່ນຕົວຮັກຊາດໄປເຮັດການປະຕິວັດ, ເພິ່ນ ເດີນທາງປິດລັບອອກຈາກເມືອງປາກເຊ ໄປພົບກັບຂະບວນການລາວອິດສະຫຼະ ຊຶ່ງມີທີ່ໝັ້ນຢູ່ແຖບຊາຍແດນລາວ-ໄທ, ຈາກນັ້ນໄດ້ເຂົ້າໄປຈັງຫວັດອຸບົນ​ຣາ​ຊະ​ທາ​ນີ ເພື່ອສືບຕໍ່ເດີນທາງໄປພົບ ສະເດັດເຈົ້າ ເພັດສະລາດ ແລະ ສະເດັດເຈົ້າ ສຸພານຸວົງ ທີ່ບາງກອກ ປະເທດໄທ.
ສະເດັດເຈົ້າ ສຸພານຸວົງ ໃນຖານະເປັນລັດຖະເສນາ ຮັບຜິດຊອບກະຊວງການຕ່າງປະເທດ ແລະ ຜູ້ບັນຊາການສູງສຸດກອງທະຫານລາວອິດສະຫຼະ ໄດ້ມອບໜ້າທີ່ໃຫ້ ທ່ານ ຄໍາໄຕ ສີພັນດອນ ເປັນນາຍທະຫານປະຈໍາເສນາທິການພາກໃຕ້ ແລະ ໃຫ້ຊີ້ນໍາກອງຮ້ອຍໄຊຈັກກະພັດ (ຊຶ່ງແມ່ນກໍາລັງປະກອບອາວຸດຂອງລັດຖະບານລາວອິດສະຫຼະ ທີ່ສະເດັດເຈົ້າ ສຸພານຸວົງ ເປັນຜູ້ປະກາດສ້າງຕັ້ງ ແລະ ທ່ານ ສີທົນ ກົມມະດໍາ ເປັນຜູ້ບັນຊາ).
ໃນປີ 1947 ສະພາບການການເມືອງຢູ່ໄທ ມີການປ່ຽນແປງ, ລັດຖະບານ ທ່ານ ປຣີດີ ພະນົມຍົງ ຫົວໜ້າເສລີໄທ ຖືກໂຄ່ນລົ້ມ, ຕໍ່ມາຈອມພົນ ປໍ ພິບູນສົງຄາມ ຂຶ້ນເປັນນາຍົກລັດຖະມົນຕີ ໄດ້ດໍາເນີນການປາບປາມຂະບວນເສລີໄທ ແລະ ໄດ້ສົມຮູ້ຮ່ວມຄິດ ກັບຝ​ຣັ່ງປາບປາມກໍາລັງລັດຖະບານລາວຕໍ່ຕ້ານ. ສະນັ້ນ, ຢູ່ທີ່ບາງກອກ ປະເທດໄທ ໄດ້ມີກອງປະຊຸມຄັ້ງປະຫວັດສາດ ເພື່ອປຶກສາຫາລືກ່ຽວກັບສະພາບ​ການເມືອງຢູ່ໄທ ແລະ ອະນາຄົດຂອງກໍາລັງຕໍ່ຕ້ານ ໂດຍມີ ສະເດັດເຈົ້າ ເພັດສະລາດ, ເຈົ້າສຸກ ວົງສັກ, ທ່ານ ຄຳໄຕ ສີພັນດອນ, ທ່ານ ພູມີ ວົງວິຈິດ ເຂົ້າຮ່ວມ.
ໃນກອງປະຊຸມ, ປະທານ ຄໍາໄຕ ສີພັນຕອນ ໄດ້ມີຄວາມເຫັນສຸດທີ່ມີຄວາມສໍາຄັນວ່າ: ການເຄື່ອນໄຫວຂອງພວກເຮົາ ຖ້າຈະອາໄສດິນໄທ ເພື່ອເຄື່ອນໄຫວຄືຜ່ານມານັ້ນ ແມ່ນຈະສືບຕໍ່ພົບຄວາມຫຍຸ້ງຍາກ. ສະນັ້ນ, ພວກເຈົ້າຄວນນໍາເອົາກໍາລັງເຂົ້າໄປກໍ່ສ້າງຮາກຖານການເມືອງ, ກໍ່ສ້າງຖານທີ່ໝັ້ນຢູ່ດິນລາວ ໂດຍນຳເອົາປະຊາຊົນ, ອີງໃສ່ປະຊາຊົນ ເພື່ອດຳເນີນການຕໍ່ຕ້ານ ຈຶ່ງຈະເຮັດໃຫ້ຂະບວນການຕໍ່ຕ້ານນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະ, ກອງປະຊຸມໄດ້ເຫັນດີຕາມຄວາມເຫັນຂອງ ທ່ານ ຄຳໄຕ ສີພັນດອນ.
ທີ່ສໍານັກງານສະຫະເຂດ 5 ຫວຽດນາມ ມີການພົບປະຄັ້ງປະຫວັດສາດລະຫວ່າງ ປະທານ ຄໍາໄຕ ສີພັນດອນ ໃນຖານະຜູ້ແທນລັດຖະບານລາວຕໍ່ຕ້ານ ກັບ ທ່ານ ຟາມວັນດົ່ງ ໃນຖານະຜູ້ແທນລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືກັນຕ້ານລ່າເມືອງຂຶ້ນແບບ​ເກົ່າ. ການພົບປະນີ້ ໄດ້ກາຍເປັນເຫດການປະຫວັດສາດຂອງການຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ທີ່ສືບທອດມາ​ເຖິງທຸກວັນນີ້. ດ້ວຍຄວາມຊ່ວຍເຫຼືອຈາກສະຫະເຂດ 5 ຫວຽດນາມ, ກອງຮ້ອຍໄຊຈັກກະພັດ ໄດ້ຮັບການຮ່ໍາຮຽນຫັດແອບວິຊາທະຫານ ແລະ ໄດ້ປະກອບອາວຸດຈໍານວນໜຶ່ງ. ຈາກນັ້ນ ໄດ້ສ້າງຕັ້ງກອງໂຄສະນາກໍາລັງປະກອບອາວຸດປະສົມ ລາວ-ຫວຽດນາມ ເພື່ອເຂົ້າມາເຄື່ອນໄຫວກໍ່ສ້າງຮາກຖານການເມືອງຢູ່ທິດຕາເວັນອອກຂອງ ແຂວງສາລະວັນ ແລະ ອັດຕະປື.