ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023)
(ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ)
ກອງໂຄສະນາປະກອບອາວຸດປະສົມ ລາວ-ຫວຽດ ໄດ້ເຄື່ອນຍ້າຍເຂົ້າມາສ້າງຖານທີ່ໝັ້ນຢູ່ທິດໃຕ້ ແຂວງອັດຕະປື.
ຜ່ານການເຄື່ອນໄຫວໄລຍະໜຶ່ງຢູ່ທິດຕາເວັນອອກຂອງແຂວງສາລະວັນ ແລະ ອັດຕະປື, ປະທານ ຄໍາໄຕ ສີພັນດອນ ສັງເກດເຫັນວ່າ: ເຂດນີ້ ເປັນເຂດຫ່າງໄກສອກຫຼີກ, ດ້ານດີແມ່ນມີເງື່ອນໄຂເຊື່ອງຊ້ອນກໍາລັງ ທັງອີງຫຼັງໃສ່ເຂດປົດປ່ອຍຂອງສະຫະເຂດ 5 ຫວຽດນາມ, ແຕ່ປະຊາຊົນເຂດນີ້ ພັດຢູ່ກະແຈກກະຈາຍ ແລະ ຍັງທຸກຍາກຫຼາຍ ບໍ່ອາດສ້າງເປັນທີ່ໝັ້ນຍາວນານໄດ້. ສະນັ້ນ, ຄວນນໍາເອົາກໍາລັງໄປສູ່ເຂດທີ່ມີຄວາມສະດວກກວ່າ ເພື່ອມີເງື່ອນໄຂສ້າງເປັນຖານທີ່ໝັ້ນຍາວນານ ຂອງກໍາລັງຕໍ່ຕ້ານທົ່ວເຂດໃຕ້ລາວ.
ໃນທ້າຍປີ 1949, ພາຍຫຼັງມີການກະກຽມຢ່າງລະອຽດ, ປະທານ ຄໍາໄຕ ສີພັນດອນ ໄດ້ນໍາພາກອງໂຄສະນາປະກອບອາວຸດປະສົມລາວ-ຫວຽດນາມ ລົງໄປສູ່ທິດໃຕ້ ແຂວງອັດຕະປື ໂດຍກໍານົດເອົາຕີນສາຍພູຫຼວງໃກ້ກັບທົ່ງນາ ບ້ານເຈັງອິນທີ ເຂດຕາເວັນຕົກສ່ຽງໃຕ້ ຂອງແຂວງອັດຕະປື ໃຫ້ເປັນທີ່ໝັ້ນປິດລັບຂອງກໍາລັງຕໍ່ຕ້ານ.
ບົນຈິດໃຈດັ່ງກ່າວ, ເມື່ອມາເຖິງທິດຕາເວັນຕົກສ່ຽງໃຕ້ຂອງແຂວງອັດຕະປື, ປະທານ ໄດ້ຈັດຕັ້ງກໍາລັງພາຍໃຕ້ຮູບການໂຄສະນາປະກອບອາວຸດ ແລະ ໜ່ວຍປະຕິບັດງານ ໂດຍແບ່ງເປັນຫຼາຍຈຸດ ຫຼາຍໜ່ວຍກະຈາຍລົງສູ່ຮາກຖານປະຊາຊົນ ເພື່ອເຮັດໜ້າທີ່ໂຄສະນາປຸກລຸກຂົນຂວາຍປະຊາຊົນ, ຊ່ວຍເຫຼືອປະຊາຊົນ ເຮັດການຜະລິດປົວແປງຊີວິດການເປັນຢູ່ ແລະ ຈັດຕັ້ງຂະບວນການມະຫາຊົນເຂົ້າຮ່ວມຂະບວນຕໍ່ຕ້ານ. ສ້າງຫຼັກແຫຼ່ງແກ່ນສານ, ຍາດແຍ່ງຊັ້ນຄົນລະຫວ່າງກາງເປັນຜູ້ຊົງຄຸນວຸດທິໃນທ້ອງຖິ່ນ, ຂ້າລາຊະການຊັ້ນຜູ້ນ້ອຍ, ນັກຮຽນຮູ້ປັນຍາຊົນ, ພໍ່ຄ້າຊາວຂາຍ, ພະສົງອົງເຈົ້າ ເຂົ້າຮ່ວມການຕໍ່ຕ້ານ. ຈາກນັ້ນ, ຈຶ່ງສົມທົບລະຫວ່າງວຽກງານໂຄສະນາຂົນຂວາຍມະຫາຊົນກັບການບຸກຕີສັດຕູດ້ວຍກໍາປະກອບອາວຸດ ເພື່ອເປັນການນາບຂູ່ສັດຕູ ແລະ ສ້າງຄວາມເຊື່ອໝັ້ນຕໍ່ກໍາລັງຕໍ່ຕ້ານ.
ໃນທ້າຍປີ 1948 ເຫັນວ່າ: ກໍາລັງຕໍ່ຕ້ານຈາກບ່ອນເຄື່ອນໄຫວປິດລັບເຂດຊາຍແດນໄທ ແລະ ບໍ່ມີຖານທີ່ໝັ້ນ. ເວລານີ້, ຮາກຖານການເມືອງ, ເຂດທີ່ໝັ້ນກອງຫຼອນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຂະຫຍາຍກວ້າງອອກໄປທົ່ວເຂດຊົນນະບົດ, ພູດອຍຂອງອັດຕະປື, ຈໍາປາສັກ ແລະ ສາລະວັນ ເຮັດໃຫ້ເຂດທີ່ໝັ້ນ ຕິດລຽນກັບເບື້ອງຕາເວັນອອກຂອງແຂວງເຊກອງ ຈົນເຖິງຊາຍແດນຫວຽດນາມ. ປະທານ ຄໍາໄຕ ສີພັນດອນ ຍັງໄດ້ເອົາໃຈໃສ່ນໍາພາລົບລ້າງອໍານາດການປົກຄອງເກົ່າ, ຈັດຕັ້ງອໍານາດການປົກຄອງຕໍ່ຕ້ານຂຶ້ນທົ່ວທຸກບ້ານ, ທຸກຕາແສງ ແລະ ສ້າງຕັ້ງອໍານາດການປົກຄອງຂັ້ນເມືອງຂຶ້ນຢູ່ເຂດທີ່ໝັ້ນໄດ້ 4 ເມືອງ ແລະ ຈັດຕັ້ງອໍານາດການປົກຄອງຕໍ່ຕ້ານປິດລັບຢູ່ເຂດຄວບຄຸມຊົ່ວຄາວຂອງສັດຕູຕື່ມອີກ.
ອ້າຍນ້ອງ ກອງໂຄສະນາປະກອບອາວຸດປະສົມ ລາວ-ຫວຽດ ໄດ້ໃກ້ຊິດຊ່ວຍເຫຼືອປະຊາຊົນໃນຕົ້ນປີ 1949 (20 ມັງກອນ 1949) ໄດ້ມີການປະກາດສ້າງຕັ້ງກອງລາດຊະວົງ ຢູ່ເຂດທີ່ໝັ້ນຂອງແຂວງຫົວພັນ ແລະ ໄດ້ຖືເອົາວັນດັ່ງກ່າວ ເປັນວັນກໍາເນີດກອງທັບປົດປ່ອຍປະຊາຊົນລາວ ກໍຄືກອງທັບປະຊາຊົນລາວໃນປັດຈຸບັນ.