ເນື່ອງໃນໂອກາດວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (8/2/1923-8/2/2023)
(ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ, ຄົບຮອບ 95 ປີ)
ໃນປີ 1950, ປະທານ ຄໍາໄຕ ສີພັນດອນ ໄດ້ນໍາພາຄະນະຜູ້ແທນແນວລາວຕໍ່ຕ້ານເຂດໃຕ້ເດີນທາງຂຶ້ນເມືອສູນກາງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ. ໃນກອງປະຊຸມຄັ້ງນີ້, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະກໍາມະການສູນກາງແນວລາວອິດສະຫຼະ. ໃນນາມກໍາມະການແນວລາວຕໍ່ຕ້ານທົ່ວປະເທດ, ປະທານ ຄໍາໄຕ ສີພັນດອນ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບຫ້ອງການແນວລາວອິດສະຫຼະ ແລະ ຫ້ອງການລັດຖະບານລາວຕໍ່ຕ້ານ.

ເຂດກາງຂອງລາວ ເປັນທີ່ຕັ້ງຍຸດທະສາດສໍາຄັນ. ໃນປີ 1947-1949 ຂະບວນການຕໍ່ຕ້ານໄດ້ຂະຫຍາຍຕົວຢ່າງແຂງແຮງ ສາມາດຊ່ວຍໜູນໃຫ້ຂະບວນການຕໍ່ຕ້ານໃນເຂດເໜືອ ແລະ ເຂດໃຕ້ເປັນຢ່າງດີ. ແຕ່ຮອດປີ 1950 ຍ້ອນພາຍໃນບໍ່ເຂັ້ມແຂງ ບວກກັບສັດຕູ ໄດ້ດໍາເນີນກົນອຸບາຍຍຸແຍ່ແບ່ງແຍກ, ຊື້ຈ້າງຈອບອອຍ ແລະ ໃຊ້ກໍາລັງບຸກຕີເຂົ້າເຂດທີ່ໝັ້ນຫຼາຍຄັ້ງ, ເຮັດໃຫ້ສະພາບການຂອງຂະບວນການຕໍ່ຕ້ານຢູ່ເຂດກາງ ປະສົບກັບຄວາມຫຍຸ້ງຍາກ ແລະ ຢູ່ໃນທ່າອ່ອນແອ.
ຕໍ່ໜ້າສະພາບການດັ່ງກ່າວ, ໃນຕົ້ນປີ 1952 ສູນກາງ ໄດ້ມອບໝາຍໃຫ້ ປະທານ ຄໍາໄຕ ສີພັນດອນ ລົງມາຊີ້ນໍາການປັບປຸງ. ປະທານ ໄດ້ນໍາພາບັນດາສະຫາຍຄະນະຮັບຜິດຊອບເຂດກາງຕີລາຄາສະພາບພາຍໃນ ແລະ ພາຍນອກ ຢ່າງພາວະວິໄສ, ລົງເລິກສາເຫດຕ່າງໆ, ຈັດຕັ້ງການສະຫຼຸບຖອດຖອນບົດຮຽນ ແລະ ວາງທິດທາງແກ້ໄຂຢ່າງແທດເຖິງ. ບັນຫາຮີບດ່ວນ ແມ່ນການສຶກສາອົບຮົມດ້ານການເມືອງແນວຄິດໃຫ້ພະນັກງານ, ທະຫານ ແລະ ປະຊາຊົນ ເຊື່ອມຊຶມ, ກໍາແໜ້ນແນວທາງຕໍ່ຕ້ານ, ມີການປັບປຸງດ້ານການຈັດຕັ້ງຊີ້ນໍາບັນຊາ, ການລ້ຽງດູກໍາລັງ ແລະ ອື່ນໆ. ຫຼັງຈາກນັ້ນ, ໄດ້ເຄື່ອນຍ້າຍສໍານັກງານເຂດ ແລະ ກໍາລັງ ຈາກເຂດຊາຍແດນຫວຽດນາມ ເຂົ້າລາວ, ເອົາເຂດເມືອງບົວລະພາ ເປັນທີ່ໝັ້ນ. ທ່ານ ປະທານ ຄໍາໄຕ ສີພັນດອນ ໄດ້ຈັດຕັ້ງກອງໂຄສະນາປະກອບອາວຸດ ເພື່ອເຮັດໜ້າທີ່ປຸກລະດົມຂົນຂວາຍມະຫາຊົນ ໂດຍດໍາເນີນຕາມ 5 ບາດກ້າວ (ສືບສວນ, ໂຄສະນາ, ຈັດຕັ້ງ, ນໍາພາຕໍ່ສູ້ ແລະ ກວດກາ-ຖອດບົດຮຽນ) ເພື່ອຝັງຮາກຫ້ອຍພວງນໍາມະຫາຊົນ.  ພ້ອມກັນນັ້ນ, ປະທານ ໄດ້ເອົາໃຈໃສ່ປັບປຸງຄະນະນໍາພາ ແລະ ບັນຊາຂັ້ນຕ່າງໆ ພາຍໃຕ້ຮູບການຄະນະປະສົມ 3 ຂາຄື: ອໍານາດການປົກຄອງ, ແນວໂຮມ ແລະ ທະຫານ. ປະທານ ໄດ້ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ, ບາງຄັ້ງພົບຄວາມຫຍຸ້ງຍາກ ແລະ ເຈັບປ່ວຍ ແຕ່ເພິ່ນ ກໍຍັງເຮັດວຽກດ້ວຍຄວາມອົດທົນ ຊຶ່ງໄດ້ກາຍເປັນແບບຢ່າງໃນນໍ້າໃຈເສຍສະຫຼະ ທັງເປັນການປຸກລະດົມກໍາລັງໃຈ ໃຫ້ແກ່ພະນັກງານນັກຮົບ ໃນການຜ່ານຜ່າອຸປະສັກຄວາມຫຍຸ້ງຍາກຕ່າງໆ. ດ້ວຍເວລາທີ່ບໍ່ດົນປານໃດ, ຍ້ອນການວາງທິດທາງແກ້ໄຂຢ່າງຖືກຕ້ອງ ບວກກັບການຊີ້ນໍາອັນແທດເຖິງຂອງ ປະທານ ກໍໄດ້ເຮັດໃຫ້ຂະບວນການຕໍ່ຕ້ານຢູ່ເຂດກາງ ມີຄວາມເຂັ້ມແຂງ. ຮອດທ້າຍປີ 1952, ທົ່ວເຂດກາງ ສາມາດກໍ່ສ້າງຮາກຖານການເມືອງໄດ້ 400 ກວ່າແຫ່ງ, ກໍາລັງກອງຫຼອນໄດ້ 120 ໝວດ, ຫຼາຍເມືອງ ໄດ້ສ້າງຕັ້ງອໍານາດການປົກຄອງຕໍ່ຕ້ານຂຶ້ນ.