Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກ ຫ້ອງການກະ ຊວງການຕ່າງປະເທດ ໄດ້ເປີດ ຂຶ້ນເມື່ອບໍ່ດົນຜ່ານມາ ທີ່ກະ ຊວງການຕ່າງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ໂພໄຊ ໄຂຄຳພິທູນ ເລຂາໜ່ວຍພັກຫ້ອງການກະຊວງການຕ່າງປະເທດ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍ ພັກ ໃນໄລຍະ 5 ປີຜ່ານມາ ຊຶ່ງສາ ມາດສັງເກດຕີລາຄາຜົນສຳ ເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ຂອງ ໜ່ວຍພັກນັບທັງການຊີ້ນຳ- ນຳ ພາຂອງຄະນະໜ່ວຍພັກ ພ້ອມດຽວກັນນີ້, ກໍໄດ້ກຳນົດແຜນ ການ ແລະ ໜ້າທີ່ຈຸດສຸມ ສຳລັບປີ 2020-2025 ພ້ອມທັງວິທີການຈັດຕັ້ງປະຕິບັດທິດທາງແຜນການທີ່ໄດ້ກໍານົດໄວ້ໃຫ້ປະ ກົດຜົນເປັນຈິງ.
ໜ່ວຍພັກຫ້ອງການກະ ຊວງການຕ່າງປະເທດ ມີສະມາ ຊິກພັກທັງໝົດ 49 ສະຫາຍ ຍິງ 7 ສະຫາຍ ໃນໄລຍະ 5 ປີ ຜ່ານມາ, ໜ່ວຍພັກຫ້ອງການ ກະຊວງການຕ່າງປະເທດ ໄດ້ເສີມຂະຫຍາຍບົດບາດຊີ້ນຳ-ນຳພາຂອງຕົນ, ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນການກໍ່ສ້າງ ແລະ ຂະຫຍາຍພັກໄດ້ດຳເນີນຢ່າງຕໍ່ເນື່ອງ ໂດຍຖືເອົາຄຸນນະພາບເປັນສຳຄັນຕິດພັນກັບຂະບວນການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ເປັນເສນາທິ ການໃຫ້ແກ່ຂັ້ນເທິງ ໃນການປະ ຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ ເປັນຕົ້ນການອຳນວຍ ຄວາມສະດວກ ໃນການເຄື່ອນ ໄຫວວຽກງານຂອງການນຳ, ການ ສະຫຼຸບສັງລວມ, ຄົ້ນຄວ້າ-ວິໄຈສະພາບການສາກົນ, ການກະ ກຽມບົດລາຍງານຕ່າງໆໃຫ້ຂັ້ນ ເທິງ, ການແປພາສາຮັບໃຊ້ການ ນຳພັກ-ລັດ; ການຮັບປະກັນການປະສານງານພາຍໃນກະ ຊວງ ແລະ ລະຫວ່າງກະຊວງ ກັບພາຍນອກໃຫ້ມີຄວາມໂລ່ງ ລ່ຽນ; ການຮັບປະກັນການຕິດ ຕໍ່ສື່ສານ ແລະ ການຮັກສາຄວາມລັບຂອງເອກະສານທາງລັດຖະການ, ການເກັບມ້ຽນສຳເນົາເອກະສານສຳຄັນ, ການຫັນເປັນທັນສະໄໝ, ການຄຸ້ມຄອງຊັບສົມບັດຄົງທີ່, ການພັດ ທະນາພື້ນຖານໂຄງລ່າງວັດຖຸ ເຕັກນິກ, ປັບປຸງໂສມໜ້າ, ຄວາມຈົບງາມ ແລະ ຄວາມ ເປັນລະບຽບຮຽບຮ້ອຍພາຍໃນ ກະຊວງ. ຈາກຜົນງານທັງໝົດເຫຼົ່ານີ້ ເຮັດໃຫ້ໜ່ວຍພັກຫ້ອງ ການໄດ້ຮັບການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ຈາກລັດຖະບານ ສປປ ລາວ ແລະ ຈາກປະເທດເພື່ອນມິດຫຼາຍຄັ້ງ ແລະ ໄດ້ຮັບນາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຈຳນວນ 2 ຄັ້ງ ຕິດຕໍ່ກັນ.
ສຳລັບທິດທາງແຜນການຈຸດສຸມຂອງໜ່ວຍພັກຫ້ອງການໄລຍະ ປີ 2020-2025 ແມ່ນຈະໄດ້ສຸມໃສ່ວຽກງານກໍ່ສ້າງພັກ-ພະນັກງານ, ຂະຫຍາຍພັກຢ່າງມີຈຸດສຸມ ແລະ ມີຄຸນນະພາບ, ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ສະ ມາຊິກພັກຫ້ອງການ, ຍົກສູງຄຸນ ນະພາບໃນການເປັນເສນາທິການ ໃນການປະຕິບັດໜ້າທີ່ວິ ຊາສະເພາະ, ເພີ່ມທະວີການຊີ້ ນຳ-ນຳພາ ແລະ ເສີມຂະຫຍາຍ ບົດບາດຂອງ 3 ອົງການຈັດຕັ້ງມະຫາຊົນພາຍໃນຫ້ອງການ ເພື່ອເຕົ້າໂຮມມະຫາຊົນເຂົ້າຮ່ວມ ໃນຂະບວນການແຂ່ງຂັນຈັດຕັ້ງປະຕິບັດຄຳຂວັນ “3 ດີ 4 ມີ 5 ຕ້ານ” ຂອງໜ່ວຍພັກ ຫ້ອງການຕິດພັນກັບການຈັດ ຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນໃຫ້ສຳເລັດຜົນເປັນຮູບປະທຳ.
ຜູ້ແທນກອງປະຊຸມໄດ້ໃຊ້ ສິດປະຊາທິປະໄຕປ່ອນບັດຄັດ ເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 5 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະລືກຂອງຄະນະໜ່ວຍພັກໄດ້ ເປັນເອກະພາບເລືອກເອົາສະ ຫາຍ ໂພໄຊ ໄຂຄຳພິທູນ ເປັນເລຂາໜ່ວຍພັກ, ສະຫາຍ ບຸນທັນ ກຸສົນສະໜອງ ເປັນຮອງເລຂາ; ສະຫາຍ ສຸຂັນໄຊ ອັກຄະວົງ ເປັນປະທານກວດກາ.
ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍພັກຫ້ອງການກະຊວງການຕ່າງ ປະເທດ ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳໃຫ້ໜ່ວຍພັກຫ້ອງ ການສືບຕໍ່ເສີມຂະຫຍາຍມູນ ເຊື້ອຂອງຕົນ, ໃຫ້ຖືວຽກງານກໍ່ ສ້າງພັກ-ພະນັກງານເປັນບຸລິ ມະສິດຕົ້ນຕໍ, ເພີ່ມທະວີການນຳ ພາດ້ານການເມືອງ-ແນວຄິດຕໍ່ ສະມາຊິກພັກ-ພະນັກງານຂອງ ຫ້ອງການ, ເພີ່ມທະວີຄວາມສາ ມັກຄີພາຍໃນໜ່ວຍພັກ ຍົກສູງ ຫຼັກການລວມສູນປະຊາທິປະ ໄຕ, ກໍ່ສ້າງຂະຫຍາຍສະມາຊິກ ພັກໃຫ້ໄດ້ຄຸນນະພາບ, ການກໍ່ ສ້າງບໍາລຸງພະນັກງານດ້ານພາ ສາຕ່າງປະເທດ ຄຽງຄູ່ກັບຄວາມ ຮູ້ດ້ານວິຊາສະເພາະ, ສືບຕໍ່ຊີ້້ ນຳ-ນຳພາຢ່າງໃກ້ຊິດຕໍ່ 3 ອົງ ການຈັດຕັ້ງມະຫາຊົນ, ເພີ່ມທະ ວີວຽກງານກວດກາໃຫ້ເຂັ້ມແຂງ ແລະ ຍົກສູງປະສິດທິພາບປະ ສິດທິຜົນ ໃນການປະຕິບັດໜ້າ ທີ່ວິຊາສະເພາະ ໃນດ້ານຕ່າງໆ ພ້ອມກັນສູ້ຊົນບຸກບືນ ແລະ ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງຂອງຕົນສາມາດຍາດໄດ້ຜົນສຳເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ຮັກ ສາໄດ້ນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນເປັນສະໄໝທີສາມຕາມແຜນການ.
(ຂ່າວ-ພາບ: ກະຊວງການ ຕ່າງປະເທດ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com