Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງພາຍໃນ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນກໍາມະ ບານກະຊວງພາຍໃນ ຄັ້ງທີ II ຂຶ້ນຫວ່າງແລ້ວນີ້ ທີ່ຫ້ອງປະຊຸມກະຊວງພາຍໃນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໝັ້ນ ສູນວິເລີດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ, ມີພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.
ໃນກອງປະຊຸມ, ສະຫາຍ ສິງທະວອນ ດາລາວົງ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ປະທານສະຫະພັນກໍາມະບານກະຊວງພາຍໃນ ໄດ້ຂຶ້ນສະເໜີ ຜ່ານຮ່າງສະຫຼຸບລາຍງານການ ເມືອງ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງໃນໄລຍະຜ່ານມາຄະນະບໍລິ ຫານງານສະຫະພັນກໍາມະບານກະຊວງ ຖືສໍາຄັນວຽກງານສຶກ ສາອົບຮົມການເມືອງແນວຄິດເປັນກົກ ໂດຍມີການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນກໍາມະບານສະໄໝທີ VII, ກົດໝາຍ, ກົດລະບຽບຄໍາແນະນໍາທີ່ກ່ຽວ ຂ້ອງກັບວຽກງານກໍາມະບານ, ຈັດປາຖະກະຖາເລົ່າມູນເຊື້ອວັນສຳຄັນຕ່າງໆ.
ນອກຈາກນີ້ ຍັງໄດ້ປັບປຸງຄະນະໜ່ວຍກໍາມະບານຮາກຖານ ໃຫ້ສອດຄ່ອງກັບກົດໝາຍແລະ ກົດລະບຽບຂອງສະຫະພັນກໍາມະບານ, ຢຶດໝັ້ນແບບ ແຜນການນໍາພາ ແລະ ວິທີເຮັດວຽກຕາມຫຼັກການລວມສູນ ປະຊາທິປະໄຕ,ເຮັດວຽກເປັນໝູ່ຄະນະ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະຢ່າງຈະແຈ້ງ; ເປັນເຈົ້າການປຸກລະດົມ, ຊຸກຍູ້ບັນ ດາໜ່ວຍກໍາມະບານຮາກຖານ ແລະ ສະມາຊິກກໍາມະບານຈັດ ຕັ້ງປະຕິບັດຂະບວນການແຂ່ງ ຂັນ 5 ເປັນເຈົ້າ; ສໍາເລັດການສ້າງຕັ້ງກອງທຶນຊ່ວຍເຫຼືອຊຶ່ງ ກັນ ແລະ ກັນ; ຊຸກຍູ້ສະມາຊິກ ກໍາມະບານເຂົ້າຮ່ວມຂະບວນ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃນສໍານັກງານ-ອົງ ການ, ສະມາຊິກກຳມະບານ ໄດ້ຕັ້ງໜ້າເຮັດວຽກງານບໍລິ ຫານລັດ, ປົກຄອງທ້ອງຖິ່ນ, ຄຸ້ມຄອງລັດຖະກອນ, ວຽກງານ ຊົນເຜົ່າ-ສາສະໜາ, ຄຸ້ມຄອງ ພົນລະເມືອງ, ສໍາເນົາເອກະ ສານ, ວຽກງານສໍາຫຼວດວັດ ແທກ ແລະ ແຜນທີ່ ໂດຍຫັນເປັນແຜນງານ, ໂຄງການຈັດຕັ້ງໃນແຕ່ລະປີ ໂດຍຕິດພັນກັບແຜນການເຄື່ອນໄຫວຂອງຄະນະພັກ ແລະ ອໍານາດການປົກຄອງແຕ່ລະຂັ້ນ.
ສຳລັບທິດທາງໃນຕໍ່ໜ້າ (2020-2025), ສືບຕໍ່ແຜນການສຶກສາອົບຮົມການເມືອງ-ແນວ ຄິດໃຫ້ແກ່ສະມາຊິກກໍາມະບານ; ແຜນການປັບປຸງການຈັດຕັ້ງ, ການຂະຫຍາຍ ແລະ ພັດທະນາສະມາຊິກກໍາມະບານປັບປຸງຄະນະໜ່ວຍກໍາມະບານຮາກຖານໃຫ້ມີຄວາມເຂັ້ມແຂງ.
ໃນກອງປະຊຸມ, ຍັງໄດ້ປ່ອນບັດເລືອກເອົາຄະນະຊຸດໃໝ່ ຊຶ່ງໄດ້ເລືອກເອົາສະຫາຍ ຕ໋ອງ ພູມມີພັນ ເປັນປະທານສະຫະພັນກໍາມະບານກະຊວງພາຍໃນ, ເລືອກເອົາສະຫາຍ ນາງ ຈັນທາ ອ່ອນໄຊວຽງ ເປັນຮອງປະທານ ແລະ ເລືອກເອົາ ສະຫາຍ ສຸລິວັນ ອ່ອນຕາວົງ ເປັນຮອງປະທານ ທັງເປັນປະ ທານກວດກາ.
(ຂ່າວ-ພາບ: ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com