Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ເນື່ອງໃນໂອກາດວັນເກີດປະທານ ໂຮ່ຈິມິນ ຄົບຮອບ 130 ປີ, 19/5/1890 - 19/5/2020)
ໃນການເດີນທາງຊອກຫາເສັ້ນທາງກູ້ຊາດ, ປະທານ ໂຮ່ຈິມິນ ໄດ້ເດີນຕາມລັດທິ ມາກ - ເລນິນ, ເຂົ້າຮ່ວມການສ້າງຕັ້ງພັກ ກອມມູນິດຝຣັ່ງ ປີ 1920 ແລະ ກາຍເປັນນັກກອມມູນິດຫວຽດ ນາມຄົນທຳອິດ.ຈາກນັ້ນ, ເພິ່ນໄດ້ນຳພາສ້າງຕັ້ງພັກກອມມູນິດອິນດູຈີນ ຊຶ່ງເປັນພັກປະຕິວັດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຢູ່ອິນດູຈີນ ຊຶ່ງເປັນຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກ ປປ ລາວ. ບັນດາການອຸທິດຂອງປະທານ ໂຮ່ຈິມິນ ນັ້ນກໍໄດ້ຮັບຄວາມນິຍົມນັບຖືເປັນພິເສດຈາກບັນດາເພື່ອນມິດສາກົນ.
ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ, ປະທານ ໂຮ່ຈິມິນ ໄດ້ເດີນທາງຫຼາຍປະເທດໃນໂລກ, ສະເພາະ ສປ ຈີນ ແມ່ນປະເທດທີ່ເພິ່ນໄດ້ໃຊ້ເວລາການດໍາລົງຊີວິດຢູ່ດົນທີ່ສຸດ. ກ່ອນທີ່ຈະສ້າງຕັ້ງພັກກອມມູນິດຫວຽດນາມ, ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງສະມາຄົມ
ຊາວໜຸ່ມປະຕິວັດຫວຽດນາມ ຢູ່ ຈີນ, ນີ້ແມ່ນອົງການເພື່ອໃຫ້ ປະທານ ໂຮ່ຈິມິນ ໂຄສະນາແນວຄິດກ້າວໜ້າ ແລະ ຈິດໃຈສູ້ຊົນໃຫ້ແກ່ການປົດປ່ອຍປະເທດຊາດ, ຍາດເອົາເອກະລາດມາໃຫ້ປະເທດຊາດໃຫ້ແກ່ໄວໜຸ່ມຫວຽດນາມ.
ເນື່ອງໃນໂອກາດນີ້, ເພື່ອນ ມິດສາກົນຫຼາຍຄົນກໍໄດ້ຕີລາ ຄາສູງບົດບາດຂອງພັກກອມ ມູນິດຫວຽດນາມ ພາຍໃຕ້ການຊີ້ນຳ-ນຳພາຂອງ ປະທານ ໂຮ່ຈິມິນ. ບັນດາເພື່ອນມິດ ລ້ວນແຕ່ໃຫ້ຮູ້ວ່າ: ພາຍໃຕ້ການຊີ້ນຳ-ນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈິມີນ, ປະຊາຊົນຫວຽດນາມ ນັບມື້ນັບມີຊີວິດທີ່ອີ່ມໜຳສຳລານ, ມີຄວາມຜາສຸກ ແລະ ມີການພັດທະນາ.
ໃນຕະຫຼອດຊີວິດ, ປະ ທານ ໂຮ່ຈິມິນ ໄດ້ເປັນແບບ ຢ່າງອັນສູງສົ່ງ, ໄດ້ອຸທິດຕະ ຫຼອດຊີວິດຂອງຕົນ ໃຫ້ແກ່ພາລະກິດການປະຕິວັດຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນໃນໂລກ. 50 ປີໄດ້ຜ່ານໄປ, ເມື່ອອ່ານຄືນຄຳພິໄນ ກຳຂອງປະທານ ໂຮ່ຈິມິນ, ທຸກໆຄົນ, ພິເສດແມ່ນພະນັກ ງານສະມາຊິກພັກ ຍິ່ງມີ ຄວາມເຊື່ອມຊຶມຄຳສັ່ງສອນຂອງເພິ່ນ, ສູ້ຊົນອົດທົນ, ຝຶກຝົນຫຼໍ່ຫຼອມ, ເພື່ອປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ. ການເປັນແບບຢ່າງ ຄວາມຈິງແລ້ວແມ່ນການຝຶກຝົນຫຼໍ່ຫຼອມ, ເພື່ອກ້າວໄປສູ່ສິ່ງທີ່ດີງາມ, ສູງສົ່ງ ແລະ ກໍແມ່ນການສະກັດກັ້ນບັນດາຄວາມຜິດພາດຂອງສະມາຊິກພັກ.
ໃນຫຼາຍປີທີ່ຜ່ານມາ, ການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບ ແຜນການດຳລົງຊີວິດ ໂຮ່ຈິມິນ ແມ່ນປະກົດການຢ່າງມີ ຊີວິດຊີວາຂອງຄວາມເຄົາລົບຮັກແພງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ເສັ້ນທາງ ແລະ ພາລະກິດການປະຕິວັດຂອງເພິ່ນ, ເພື່ອໃຫ້ປະຊາຊົນ ຫວຽດນາມ ແຕ່ລະຄົນມີການດຳລົງຊີວິດ ແລະ ເຮັດວຽກໄດ້ດີກວ່າ.
ໃນພິໄນກຳຂອງ ປະທານ ໂຮ່ຈິມິນ, ກ່ອນທີ່ເພິ່ນຈະຈາກໄປ, ປະທານ ໂຮ່ຈິມິນ ໄດ້ຕັກເຕືອນວ່າ: ພາຍຫຼັງການປະຕິວັດປະສົບຜົນສຳເລັດ, ວຽກງານຕ້ອງປະຕິບັດ ກ່ອນອື່ນໝົດແມ່ນກໍ່ສ້າງ, ປັບປຸງພັກຄືນໃໝ່. ຕາມຄຳແນະນຳຂອງເພິ່ນ, ໃນມະຕິສູນກາງພັກຄັ້ງທີ 4 ຊຸດທີ 12, ພັກກອມມູນິດ ຫວຽດນາມ ໄດ້ວາງອອກບັນດາມາດຕະການຮອບດ້ານ, ຄົບຊຸດ ເພື່ອເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ປັບໃໝລົງໂທດບັນດາພະນັກງານ, ສະມາຊິກພັກ ທີ່ລະເມີດລະບຽບວິໄນຂອງພັກ ຢ່າງເຂັ້ມງວດ. ພ້ອມກັບການຮັດແໜ້ນກົດລະບຽບ, ວິໄນ. ພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ບັນດາເອກະສານກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ. ພິເສດ ແມ່ນການກຳນົດຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງໃນມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 12. ການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ຄວາມຮູ້ບຸນຄຸນ, ຄວາມເອກອ້າງທະນົງໃຈ ແລະ ສະໝັກໃຈປະຕິບັດຕາມ ປະທານ ໂຮ່ຈິມິນ.
ພະນັກງານ, ສະມາຊິກພັກ ເປັນແບບຢ່າງກ່ຽວກັບຈິດໃຈຈົງຮັກພັກດີຕໍ່ອຸດົມການປະຕິວັດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຕະຫຼອດຊີວິດ, ປະຕິບັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີທີ່ສຸດ. ພະນັກ ງານ, ສະມາຊິກພັກເປັນແບບ ຢ່າງກ່ຽວກັບຄຸນສົມບັດ, ແບບ ແຜນດຳລົງຊີວິດໂປ່ງໃສ; ມີຄຸນທາດ, ຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈ. ການເປັນແບບຢ່າງຕ້ອງມີຄວາມແທດຈິງໃນວຽກງານ, ໃນການດຳລົງຊີວິດຂອງພະນັກງານແຕ່ລະຄົນ.
ໃນສະພາບຄວາມເປັນຈິງ, ພະນັກງານທຸກຄົນ ຢາກເປັນແບບຢ່າງທີ່ດີນັ້ນ, ຄຳເວົ້າຕ້ອງໄປຄຽງຄູ່ກັບການກະທຳ. ເປັນຄະຕິເຕືອນໃຈຢູ່ສະເໝີ ເມື່ອຕົນເອງເວົ້າອັນໃດ ຕ້ອງປະຕິບັດໃຫ້ໄດ້ ແລະ ຖືກຕ້ອງ. ການນຶກຄິດ ແລະ ກະທຳຕ້ອງຖືຜົນປະໂຫຍດລວມຢູ່ເໜືອ ກວ່າສິ່ງໃດໝົດ, ນັບແຕ່ວຽກງານພະນັກງານຈົນເຖິງການຊີ້ນຳປະຕິບັດໜ້າທີ່, ເປັນຕົ້ນແມ່ນຕ້ອງມີຈິນຕະນາການເພື່ອການພັດທະນາລວມ. ຄວາມປາຖະໜາຂອງປະເທດຊາດ ແມ່ນພັກຕ້ອງເຂັ້ມແຂງ, ອຳນາດການປົກຄອງຕ້ອງມີການກະທຳ, ເວົ້າຕ້ອງໄປຄຽງຄູ່ກັບການກະທຳ.
ຄວາມຮັບຜິດຊອບເປັນແບບຢ່າງຕ້ອງໄດ້ຮັບການຍົກສູງພາຍໃນພັກ. ນັບແຕ່ການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈິມິນ ຈົນເຖິງການກຳນົດຄວາມຮັບຜິດຊອບຕ້ອງເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ເປັນຕົ້ນ ແມ່ນພະນັກງານການນຳຂັ້ນສູງ ແມ່ນບາດກ້າວພັດທະນາສຳຄັນທີ່ສຸດໃນການ ກໍ່ສ້າງ, ປັບປຸງພັກກອມມູນິດ ຫວຽດນາມ. ຄວາມຮັບຜິດຊອບ ເປັນແບບຢ່າງໄດ້ຮັບການຍົກ ສູງ, ນັບແຕ່ຂໍ້ກຳນົດຂອງພັກ ຈົນເຖິງຄວາມຕື່ນຕົວໃນການປະຕິບັດຂອງແຕ່ລະຄົນ, ໄດ້ປະກອບສ່ວນບຳລຸງສ້າງຄຸນ ທາດອັນສູງສົ່ງຂອງພະນັກ ງານ, ສະມາຊິກພັກ, ລັກສະນະນຳໜ້າຂອງພັກ ແລະ ປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ ແລະ ການພົວພັນສະໜິດແໜ້ນ ລະຫວ່າງ ພັກກັບປະຊາຊົນ. ການເປັນແບບຢ່າງ ຄວາມຈິງ ແມ່ນການຝຶກຝົນຫຼໍ່ຫຼອມ ເພື່ອກ້າວໄປສູ່ສິ່ງທີ່ດີງາມ, ອັນສູງສົ່ງ, ກໍແມ່ນການສະກັດກັ້ນບັນດາຄວາມຜິດພາດໃນໝູ່ພະນັກງານ, ສະມາຊິກພັກແຕ່ລະຄົນ ແລະ ໃນທົ່ວພັກກອມມູນິດຫວຽດນາມ.
ທ່ານ ຫງວຽນຈ້ອງຟຸກ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຢືນຢັນວ່າ: ເມື່ອອ່ານຄຳພິໄນກຳຂອງ ປະທານ ໂຮ່ຈິມິນ ກ່ຽວກັບຄວາມຮັບຜິດຊອບໃນການເປັນແບບຢ່າງ, ຖ້າແຕ່ລະຄົນເຮັດຖືກຕາມມະໂນທຳ, ຄວາມຮັບຜິດຊອບຂອງຕົນ ແນ່ນອນ ຈະສ້າງການຫັນປ່ຽນຢ່າງຕັ້ງ ໜ້າ. ຖ້າສະມາຊິກພັກທຸກຄົນບໍ່ມີຄວາມບໍລິສຸດໃຈ ໃນ ການປະຕິບັດວຽກງານນັ້ນ ຈະບໍ່ສາມາດແກ້ໄຂໄດ້ບັນດາບັນ ຫາຕົວຈິງທີ່ຂຶ້ນກັບຂົງເຂດຕົນເອງນຳພາ. ທ່ານ ຫງວຽນຈ້ອງຟຸກ ກ່າວວ່າ: ໃນແຕ່ລະກົມ ກອງຕ້ອງສ້າງການຫັນປ່ຽນໃນໝູ່ພະນັກງານ, ສະມາຊິກພັກກ່ຽວກັບການເປັນແບບຢ່າງ ຫຼື ໃນການດຳເນີນຊີວິດພັກກໍຕ້ອງເອົາໃຈໃສ່ເຖິງການເປັນແບບຢ່າງນັ້ນ ວຽກງານຄຸ້ມຄອງນຳພາສະມາຊິກພັກ, ວຽກງານຄຸ້ມຄອງສິດອຳນາດຈຶ່ງໄດ້ດີ.
ຊີວິດ, ພາລະກິດ, ແບບ ຢ່າງ ຂອງປະທານ ໂຮ່ຈິມິນ ຍາມ ໃດກໍມີຄວາມໝາຍດ້ານການ ສຶກສາຢ່າງເລິກເຊິ່ງ. ການຮ່ຳ ຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດ ໂຮ່ຈິມິນ ແມ່ນຄຳສັ່ງສອນຈາກດວງໃຈ, ກາຍເປັນການກະທຳທີ່ມີຄວາມຕື່ນຕົວໃນທຸກໄລຍະການປະຕິວັດ, ໃນທຸກຂົງເຂດວຽກງານຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ຫວຽດນາມ ແຕ່ລະຄົນ. ເຄົາລົບຮັກແພງເພິ່ນ, ພະນັກງານ, ສະມາຊິກພັກແຕ່ລະຄົນຍິ່ງອອກແຮງເປັນແບບຢ່າງ, ຝຶກຝົນຫຼໍ່ຫຼອມ ແລະ ປັບປຸງຕົນເອງໃຫ້ດີກວ່າ, ຍົກສູງຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ.
ຮຽບຮຽງໂດຍ: ສີວັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com