Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ IV ຂອງຄະນະພັກຮາກຖານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ສໍາເລັດລົງ ເມື່ອບໍ່ດົນມານີ້ ທີ່ສະໂມສອນສະຖາບັນການທະນາຄານ ນະຄອນ ຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ພູຂົງ ຈັນທະຈັກ ຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ເລຂາຄະນະພັກຮາກຖານ ຜູ້ອໍານວຍການ ທຄຕລ ໂດຍການເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ຜູ້ວ່າການ ທຫລ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາຮ່າງລາຍງານການເມືອງຂອງຄະນະພັກຮາກຖານ ທຄຕລ ທີ່ສະເໜີໂດຍສະຫາຍ ສຸພັກ ຖິ່ນໄຊພອນ ຮອງເລຂາຄະນະພັກຮາກຖານ ທຄຕລ ທີ່ໄດ້ສັງເກດຕີລາຄາຜົນງານ ໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຕະຫຼອດໄລຍະ 5 ປີແຫ່ງການຊີ້ນໍາ-ນໍາພາ ຊຶ່ງຢູ່ໃນເງື່ອນໄຂສະພາບແວດລ້ອມພາຍໃນ ແລະ ຕ່າງປະ ເທດມີການຜັນແປ ໂດຍມີການແຂ່ງຂັນຂອງບັນດາທະນາຄານພາຍໃນປະເທດນັບມື້ເພີ່ມຂຶ້ນ, ພະຍາດລະບາດ, ການຜັນຜວນຂອງອັດຕາແລກປ່ຽນ ແລະ ອັດຕາດອກເບ້ຍ. ແຕ່ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ ຊິດຂອງຄະນະພັກ - ຄະນະຜູ້ວ່າ ທຫລ, ຄະນະພັກຮາກຖານ ທຄຕລ ໄດ້ມີຄວາມພະ ຍາຍາມປຸກລະດົມກໍາລັງແຮງພາຍໃນ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ທຫລ ໂດຍສະເພາະສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ແລະ ແຜນຍຸດທະສາດໄລຍະຍາວຂອງ ທຄຕລ ດ້ວຍຜົນສໍາເລັດຫຼາຍດ້ານ.
ຜ່ານການຊີ້ນໍາ-ນໍາພາໄລຍະ 5 ປີຜ່ານມາຂອງຄະນະພັກຮາກຖານ ແລະ ຄວາມບຸກບືນຫ້າວຫັນຂອງພະນັກງານ - ສະມາຊິກພັກ ເຮັດໃຫ້ ທຄຕລ ມີການພັດທະນາ, ຂະຫຍາຍ ຕົວຮອບດ້ານ ແລະ ກາຍເປັນທະນາຄານທຸລະກິດລັດແຖວໜ້າຄື: ມີຍອດຊັບສິນ ເພີ່ມຂຶ້ນ 98% ເມື່ອທຽບໃສ່ທ້າຍປີ 2014 ແລະ ຜົນການດໍາເນີນທຸລະກິດໃນແຕ່ລະປີເພີ່ມຂຶ້ນສະເລ່ຍ 18%. ຂະນະດຽວກັນ ໄດ້ເກີດມີຂະບວນການທີ່ພົ້ນເດັ່ນຫຼາຍດ້ານ ເພື່ອຊຸກຍູ້ວຽກງານຕ່າງໆພາຍໃນ ທຄຕລ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເປັນ ຕົ້ນໂຕເລກຜົນການດໍາເນີນທຸລະກິດໃນແຕ່ລະປີ, ການພັດ ທະນາຜະລິດຕະພັນທີ່ທັນສະ ໄໝ ເພື່ອຮັບໃຊ້ສັງຄົມ; ຍ້ອນການປັບປຸງ ແລະ ຜົນສໍາເລັດອັນດີເດັ່ນຄືດັ່ງກ່າວ, ທຄຕລ ຈຶ່ງໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II, ຮັບລາງວັນຕ່າງໆຈາກວາລະສານ ແລະ ທະນາຄານຕ່າງປະເທດ 16 ລາງວັນ, ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນກວມ 50% ຂອງຈໍານວນໜ່ວຍພັກທີ່ຂຶ້ນກັບ, ບັນດາສະມາຊິກພັກ - ພະນັກງານຮັບການຍ້ອງຍໍທັງໝົດ 3.534 ເທື່ອຄົນ; ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຕີລາຄາບັນດາສາເຫດທີ່ພາໃຫ້ມີດ້ານດີ - ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງກໍານົດທິດທາງແຜນການ ແລະ ຄາດ ໝາຍສູ້ຊົນຂອງຄະນະພັກຮາກຖານ ໃນ 5 ປີ ຕໍ່ໜ້າ.
ກອງປະຊຸມ ຍັງພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນເລືອກເອົາຄະນະພັກຮາກຖານ ທຄຕລ ສະໄໝທີ IV ປະກອບດ້ວຍ 7 ສະຫາຍ ເພື່ອສືບຕໍ່ເປັນແກນນໍາໃນການຊີ້ນໍາ - ນໍາພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຄະນະພັກຮາກຖານ ທຄຕລ ໂດຍເລືອກເອົາສະຫາຍ ພູຂົງ ຈັນທະຈັກ ເປັນເລຂາຄະນະພັກຮາກຖານ ທຄຕລ, ສະ ຫາຍ ສຸພັກ ຖິ່ນໄຊພອນ ເປັນຮອງເລຂາ ເປັນປະທານຄະນະກວດກາ, ສະຫາຍ ກົງສັກ ສຸພອນສີ ເປັນຮອງປະທານ ແລະ ສະຫາຍ ສົມປະສົງ ໂພທິສານ ເປັນຄະນະກວດກາ. ພ້ອມນີ້, ຍັງເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ທຫລ.
ສະຫາຍ ເລຂາຄະນະພັກ ທຫລ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຄະນະພັກຮາກຖານຊຸດເກົ່າທີ່ໄດ້ຊີ້ນໍາ - ນໍາພາສະ ມາຊິກພັກ, ພະນັກງານປະຕິ ບັດໜ້າທີ່ການເມືອງ ສາມາດຍາດໄດ້ຜົນງານໃນຫຼາຍໆດ້ານ ແລະ ມີທິດຊີ້ນໍາໃນແຕ່ລະວຽກງານຢ່າງພາວະວິໄສ ແລະ ມີຈຸດສຸມ. ນອກຈາກນີ້, ສະຫາຍ ຍັງມີຄວາມເຊື່ອໝັ້ນວ່າ: ໃນຕໍ່ ໜ້າຄະນະພັກຮາກຖານຊຸດໃໝ່ ຈະນໍາພາຖັນແຖວສະມາຊິກພັກ-ພະນັກງານ ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ໃຫ້ບັນລຸຜົນສໍາເລັດ ແລະ ຍາດໄດ້ໝາກຜົນອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.
(ຂ່າວ: ຣັດສະໝີ ດວງສັດຈະ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com