Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ແລະ ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາຜ່ານມາ ຢູ່ຫ້ອງປະຊຸມພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນມາ ບຸຈະ ເລີນ ຮອງເຈົ້າແຂວງບໍລິຄຳໄຊ, ມີແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ບຸນຄົບ ຈັນ ທະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ສະບັບເລກທີ 249/ຂບຊ, ລົງວັນທີ 27 ພຶດ ສະພາ 2020 ວ່າດ້ວຍການ ແຕ່ງຕັ້ງ ທ່ານ ບົວສອນ ບຸດຊາວດອນ ເປັນຮອງຫົວໜ້າພະແນກ ຖວທ ແຂວງ, ຜ່ານຂໍ້ຕົກລົງ ສະບັບເລກທີ 250/ຂບຊ ແລະ 251/ຂບຊ, ລົງວັນທີ 27 ພຶດສະພາ 2020 ວ່າດ້ວຍການອະນຸມັດໃຫ້ ທ່ານ ນາງ ຄຳຍອງ ຈອມມະນີວົງ ແລະ ທ່ານ ສົມສີ ວິໄລຜົນ ຮອງຫົວໜ້າພະແນກ ຖວທ ແຂວງ ອອກພັກການ-ຮັບອຸດໜູນບຳນານ.
ໃນພິທີທ່ານຮອງເຈົ້າ ແຂວງບໍລິຄຳໄຊ ໄດ້ໂອ້ລົມໃຫ້ ທິດຊີ້ນໍາ ຊຶ່ງທ່ານໄດ້ຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ຜົນສຳ ເລັດຂອງທັງສອງສະຫາຍທີ່ອອກພັກການ - ຮັບອຸດໜູນບຳ ນານຍາດມາໄດ້ໃນໄລ ຍະຜ່ານ ມາທີ່ໄດ້ສະແດງໃຫ້ເຫັນເຖິງຄວາມເສຍສະຫຼະ ແລະ ຄວາມເອົາໃຈໃສ່ສູງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນວ່າການແຕ່ງຕັ້ງ, ຍົກຍ້າຍພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກ ກະຕິ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ວຽກງານໄດ້ມີການຂະຫຍາຍ ຕົວຕາມທິດຂອງຂັ້ນເທິງວາງອອກ. ໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງໄດ້ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງຍົກສູງຄວາມຮູ້ ຄວາມສາມາດ, ແບບແຜນວິທີເຮັດວຽກ ແລະ ມີຄວາມສາມັກຄີເປັນໝູ່ຄະນະ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ເພື່ອພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
(ຂ່າວ-ພາບ: ຖວທແຂວງ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com