Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ບໍລິຫານ-ການເງິນ ຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນ ຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງສະຫາຍ ເພັດພິໄຊ ສູນວິໄລ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ, ມີແຂກຮັບເຊີນຈາກໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ໂອນາ ທອງດາ ເລຂາໜ່ວຍພັກ ຮອງຫົວໜ້າຫ້ອງວ່າການແຂວງໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຊຶ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດໜ້າ ທີ່ວຽກງານວິຊາສະເພາະໃນໄລ ຍະ 5 ປີທີ່ຜ່ານມາ, ໜ່ວຍພັກ ບໍລິຫານ-ການເງິນເປັນໜ່ວຍພັກໜຶ່ງທີ່ເຄື່ອນໄຫວພາຍໃຕ້ການຊີ້ນຳໂດຍກົງຂອງຄະນະພັກຮາກຖານຫ້ອງວ່າການແຂວງ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກຮາກຖານຫ້ອງວ່າການແຂວງ ແລະ ເປັນແກນນຳໃນການສຶກສາອົບຮົມດ້ານການເມືອງ - ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ປະຕິບັດແນວທາງຂອງພັກ, ກົດລະບຽບຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກໍານົດຕ່າງໆຂອງພັກ ແລະ ບັນດານິຕິກຳຕ່າງໆຂອງລັດມີຜົນສຳເລັດເປັນຢ່າງດີ, ໜ້າທີ່ການເມືອງຕົ້ນຕໍແມ່ນເຄື່ອນໄຫວວຽກງານບໍລິຫານຮັບໃຊ້, ຮັບແຂກທັງພາຍໃນ ແລະ ຕ່າງປະເທດ, ເອື້ອອຳນວຍຄວາມສະດວກທຸກໆດ້ານໃນ ການເຄື່ອນໄຫວປະຕິບັດໜ້າ ທີ່ໃຫ້ແກ່ການນຳພາຍໃນແຂວງ, ຮັບຜິດຊອບວຽກງານຄຸ້ມຄອງ-ສຳເນົາເອກະສານຂາເຂົ້າ-ຂາອອກ, ຕິດຕາມການຈໍລະຈອນເອກະສານຜ່ານປະຕູດຽວທີ່ເຂົ້າ - ອອກຫ້ອງການ, ເກັບກໍາ, ຕິດຕາມ ແລະ ຂຽນຂ່າວການເຄື່ອນໄຫວຂອງການນໍາແຂວງສົ່ງໃຫ້ໜັງສືພິມ, ວາລະສານ, ສະຖານີວິ ທະຍຸ ແລະ ໂທລະພາບຂອງແຂວງ ແລະ ສູນກາງ, ປັບປຸງ ແລະ ກໍ່ສ້າງພາຍໃນພັກ ຕາມກົດລະບຽບພັກ, ຂະຫຍາຍສະມາຊິກພັກພາຍໃນໜ່ວຍໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຮັບປະກັນເຮັດຫຼ້ອນໜ້າທີ່ການເມືອງ ແລະ ວິຊາສະເພາະທີ່ໄດ້ຮັບມອບໝາຍ, ເປັນໃຈກາງປະສານສົມທົບກັບບັນດາຂະແໜງການພາຍໃນ ແລະ ພາຍນອກ ໃນການກະກຽມຮັບໃຊ້ວຽກງານຕ່າງໆ.
ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ໂດຍມີຜູ້ຮັບສະ ໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາສະຫາຍ ໂອນາ ທອງດາ ເປັນເລຂາໜ່ວຍພັກ, ສະຫາຍ ທອງສະຫວັດ ຈັນທະລາ ເປັນຮອງເລຂາ ແລະ ສະຫາຍ ນາງ ສຸດດາວອນ ພົມສີ ເປັນປະທານກວດກາໜ່ວຍພັກຊຸດໃໝ່.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com