Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ສະຖາບັນການຕ່າງປະເທດ ໄດ້ເປີດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງການຕ່າງ ປະເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ກະຊວງການ ຕ່າງປະເທດ, ມີສະຫາຍເລຂາ, ຮອງເລຂາ, ສະມາຊິກພັກສົມ ບູນ, ສຳຮອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ເຫັນດີຮັບ ຮອງເອົາບົດລາຍງານການ ເມືອງ ແລະ ບົດສະຫຼຸບສຳຫຼວດການຊີ້ນຳ-ນຳພາລວມຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ ສັງເກດຕີລາຄາຮອບດ້ານຕໍ່ຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ. ພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ແລະ ໜ້າທີ່ຈຸດສຸມ ສຳລັບປີ 2020-2025 ໂດຍອີງຕາມເນື້ອໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ວິໄສທັດ ຮອດປີ 2030, ພ້ອມທັງກໍານົດວິທີການຈັດຕັ້ງປະຕິບັດທິດທາງແຜນການທີ່ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມຄັ້ງນີ້ ໄດ້ເຫັນ ດີເປັນເອກະພາບກັນຮັບຮອງ ແຜນການຈຸດສຸມຂອງໜ່ວຍ ພັກສະຖາບັນການຕ່າງປະ ເທດ ເພື່ອຊີ້ນໍາ-ນໍາພາການ ເຄື່ອນໄຫວວຽກພັກ ແລະ ພະ ນັກງານໃນຕໍ່ໜ້າ. ໃນກອງ ປະຊຸມໄດ້ປ່ອນບັດຄັດເລືອກ ເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 3 ສະຫາຍ, ໃນນັ້ນ ສະຫາຍ ໄມ ໄຊຍະວົງ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ໄກມະນີ ອໍລະບູນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ອິນທະສອນ ທິຣະກຸນ ເປັນກໍາມະການ ທັງເປັນປະທານກວດກາ.
ສະຫາຍ ສະເຫຼີມໄຊ ກົມ ມະສິດ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍ ພັກ ສະຖາບັນການຕ່າງປະ ເທດ ຕະຫຼອດໄລຍະທີ່ຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳໃຫ້ໜ່ວຍພັກສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ, ໃຫ້ຖືວຽກງານກໍ່ສ້າງພັກ-ພະນັກງານ ເປັນບຸລິມະສິດຕົ້ນຕໍ, ເພີ່ມທະວີການນຳພາດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານສະຖາບັນການ ຕ່າງປະເທດ, ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກ, ຍົກສູງຫຼັກການລວມສູນປະ ຊາທິປະໄຕ, ກໍ່ສ້າງຂະຫຍາຍ ສະມາຊິກພັກໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງພະນັກ ງານດ້ານການຄົ້ນຄວ້າ, ຂີດຂຽນ, ພາສາຕ່າງປະເທດຄຽງ ຄູ່ກັບຄວາມຮູ້ດ້ານວິຊາສະເພາະໃນດ້ານຕ່າງໆ ແລະ ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ. ຍາດໄດ້ ຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ກໍ່ສ້າງໜ່ວຍພັກສະຖາບັນການຕ່າງປະເທດໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.
(ຂ່າວ: ກະຊວງການຕ່າງ ປະເທດ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com