Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງບໍລິຄຳໄຊຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາຜ່ານມາ, ທີ່ສະໂມສອນໃຫຍ່ແຂວງ ໂດຍໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງສະ ຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍລິຄຳໄຊ, ສະຫາຍ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປປລ), ມີແຂກຖືກເຊີນ ສະມາຊິກຊາວໜຸ່ມ ຜູ້ແທນເຂົ້າຮ່ວມ 103 ສະຫາຍ, ຍິງ 17 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກຊາວໜຸ່ມທົ່ວແຂວງ.
ກອງປະຊຸມຄັ້ງນີ້, ຜູ້ແທນເຂົ້າຮ່ວມໄດ້ຮັບຟັງບົດລາຍ ງານການເມືອງທັງສອງພາກ ຊຶ່ງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຕະຫຼອດໄລຍະ 5 ປີທີ່ຜ່ານມາ
ແລະ ຄາດໝາຍທີ່ສູ້ຊົນໃນ ຕໍ່ໜ້າ ສະເໜີໂດຍສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ. ຈາກນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມແຂວງຊຸດໃໝ່ ຊຶ່ງມີຜູ້ລົງສະໝັກທັງໝົດ 33 ສະຫາຍ ເລືອກເອົາ 29 ສະຫາຍ ຜ່ານກອງປະຊຸມຄັ້ງປະຖົມມະລືກ ຫັນດີເປັນເອກະສັນເລືອກເອົາ ສະຫາຍ ທອງມະນີ ໂຄດປັນຍາ ເປັນເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ທະນູວັນ ວົງມະນີ ເປັນຮອງເລຂາ, ສະຫາຍ ວັນນະສິນ ສອນວິໄລ ເປັນຮອງເລຂາ ເປັນປະທານກວດກາ, ສະຫາຍ ນາງ ນິດຕາ ເພັງສະຫວັດ ເປັນຮອງປະທານກວດກາ,ນອກຈາກນີ້ແມ່ນຄະນະ, ພ້ອມດຽວກັນນີ້ ກໍໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ຈໍານວນ 13 ສະຫາຍ ຍິງ 1 ສະຫາຍ, ສຳຮອງ 3 ສະຫາຍ.
ໃນໂອກາດນີ້, ສະຫາຍນາງ ວິລະວອນ ພັນທະວົງ ໄດ້ໂອ້ລົມຊຶ່ງບາງຕອນໄດ້ເນັ້ນໃຫ້ຄະນະບໍລິຫານງານແຂວງຊຸດໃໝ່ເອົາໃຈໃສ່ໃນບັນຫາດັ່ງນີ້: ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ດ້ວຍຫຼາຍຮູບການ, ຫຼາຍວິທີການໃຫ້ສອດຄ່ອງ, ຕາມແຕ່ລະເປົ້າໝາຍໃຫ້ແກ່ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນ ເພື່ອໃຫ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ແຜນພັດ ທະນາເສດຖະກິດ-ສັງ ຄົມຂອງລັດ, ເຊື່ອມຊຶມ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບມະຕິຄຳສັ່ງຂອງພັກ ແລະ ຂອງຄະນະຊາວໜຸ່ມແຕ່ລະຂັ້ນ, ຮຽນຮູ້ມູນ ເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຂອງຊາວໜຸ່ມ, ຮຽນຮູ້ ແລະ ນຳມາໝູນໃຊ້ໃນຊີວິດຂອງຕົນເອງ ເປັນຕົ້ນແມ່ນຄຸນສົມບັດສິນທຳປະຕິວັດຂອງບັນດາທ່ານຜູ້ນຳ, ຮາໍ່ຮຽນລະບຽບກົດໝາຍ, ຮາໍ່ຮຽນວິທະຍາສາດເຕັກນິກ, ເຕັກໂນໂລຊີ ແລະ ວຽກງານອື່ນໆ.
(ຂ່າວ-ພາບ: ສຊປປລ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com