Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນວັນທີ 1 ກໍລະກົດນີ້ ພາຍໃຕ້ການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ.
ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະ ຍາກອນທໍາມະຊາດ ແລະສິ່ງແວດລ້ອມ (ກຊສ) ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ຊຶ່ງທ່ານໄດ້ຍົກເຫດຜົນ ແລະ ຄວາມຈໍາເປັນ ໃນການສະເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ເນື່ອງຈາກວ່າ ໃນມາດຕາ 34 ແລະ 35 ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ໄດ້ກໍານົດໄວ້ວ່າ: ຂະ ແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຮັບຜິດຊອບໃນການສໍາຫຼວດ, ຈັດສັນທີ່ດິນບໍລິເວນນໍ້າ ແລະ ວາງແຜນການປົກປັກຮັກສາ, ພັດທະນາ ແລະ ຟື້ນຟູທີ່ດິນດັ່ງກ່າວ; ແຕ່ໃນກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງປີ 2019 ແລະ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 098/ສພຊ, ລົງວັນທີ 28 ມິຖຸນາ 2018 ວ່າດ້ວຍແຜນຈັດສັນທີ່ດິນແຫ່ງຊາດຮອດປີ 2030 ຊຶ່ງໃນນັ້ນ ທີ່ດິນ ບໍລິເວນນໍ້າ ແມ່ນນອນຢູ່ໃນເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອໃຫ້ເປັນ ເນື້ອທີ່ປ່າໄມ້ປົກຫຸ້ມ 70% ຂອງ ເນື້ອ ທີ່ດິນທົ່ວປະເທດ ແລະ ທີ່ດິນ ບໍລິເວນນຳ້ ນອນຢູ່ໃນເນື້ອທີ່ ດິນທີ່ຈະນໍາໃຊ້ ແລະ ພັດທະ ນາ 30% ຂອງເນື້ອທີ່ດິນທົ່ວປະເທດ ໂດຍແມ່ນ ກຊສ ເປັນຜູ້ຄຸ້ມຄອງທີ່ດິນທຸກປະ ເພດ.
ສະນັ້ນ, ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ທີ່ດິນສະບັບປັບປຸງປີ 2019 ຈຶ່ງສະ ເໜີປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ຄື: ມາດຕາ 34 ທີ່ດິນບໍລິເວນນໍ້າ ແລະ ມາດຕາ 35 ການນໍາໃຊ້, ການປົກປັກຮັກສາ ແລະ ການພັດທະນາທີ່ດິນບໍລິເວນນໍ້າ.
ສ່ວນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງບາງມາດຕາກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019 ໄດ້ກໍານົດວ່າ: ແຜນຈັດສັນທີ່ດິນທ້ອງຖິ່ນ ປະກອບມີແຜນຈັດສັນທີ່ດິນ, ການນໍາໃຊ້ຊັບພະຍາກອນທໍາມະຊາດຂອງຂັ້ນແຂວງ, ເມືອງ, ບ້ານ ພ້ອມທັງກໍານົດເຂດຄວາມສ່ຽງ ຈາກການປ່ຽນແປງດິນຟ້າອາກາດ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນນໍາໃຊ້ທີ່ດິນຂອງຂະແໜງການ, ຈຸດພິເສດທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ, ທີ່ຕັ້ງພູມສັນຖານໃນແຕ່ລະທ້ອງຖິ່ນ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ເພື່ອບໍ່ໃຫ້ຊໍ້າຊ້ອນ ແລະ ເຮັດໃຫ້ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ໃຫ້ເຂົ້າເປັນແຜນດຽວກັນກັບ ແຜນການຈັດສັນທີ່ດິນທ້ອງຖິ່ນ, ສ່ວນການປະເມີນສິ່ງແວດລ້ອມ ແບບຍຸດທະສາດຕ້ອງກົມກຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ.
ເນື້ອໃນການປັບປຸງມາດ ຕາ 34 ແລະ 35 ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ສະບັບປັບປຸງ 2017) ແລະ ມາດຕາ 18 ແລະ ມາດຕາ 19 ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປີ 2012). ສໍາລັບການປັບປຸງມາດຕາ 34 ໄດ້ປັບປຸງວັກທີ 1 ແລະ ວັກທີ 3, ສ່ວນມາດຕາທີ 35 ໄດ້ປັບປຸງວັກທີ 1 ວັກທີ 2 ແລະ ໄດ້ຕັດວັກທີ 3 ອອກ. ນອກຈາກນັ້ນ ໄດ້ປັບປຸງ ມາດຕາທີ 18 ໃນຂໍ້ທີ 1, ສ່ວນມາດຕາທີ 19 ໄດ້ປັບປຸງວັກທີ 2 ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ເພື່ອໃຫ້ສອດຄ່ອງ ກັບກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019.
ພາຍຫຼັງໄດ້ຮັບຟັງການຜ່ານຮ່າງກົດໝາຍ 2 ສະບັບແລ້ວ, ບັນດາ ສສຊ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາໃສ່ກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນອຸດົມສົມບູນ, ຮັດກຸມ, ກະທັດຮັດ. ກ່ອນຈະຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ດ້ວຍຄະແນນສຽງເຫັນດີເອກະພາບເປັນສ່ວນຫຼາຍ.
(ຂ່າວ-ພາບ: ນາງແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com