Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ IV ຂອງຄະນະພັກຮາກຖານສະຖາບັນການທະນາຄານ (ສທຄ) ໄດ້ສໍາເລັດລົງເມື່ອບໍ່ດົນມານີ້ ທີ່ສະໂມ ສອນ ສທຄ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິ ພົນເມືອງລາວ ເລຂາຄະນະພັກຮາກຖານ - ຫົວໜ້າ ສທຄ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນ ໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ - ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາຮ່າງລາຍງານການເມືອງຂອງຄະນະພັກຮາກຖານ ສທຄ ທີ່ສະເໜີ ໂດຍສະຫາຍ ນາງ ພຸດສະດີ ພົມພິພັກ ຄະນະພັກຮາກຖານ ສທຄ ທີ່ໄດ້ສັງເກດຕີລາຄາຜົນງານໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ III ຕະຫຼອດໄລຍະ 5 ປີແຫ່ງການຊີ້ນໍາ-ນໍາພາ ຊຶ່ງຢູ່ໃນເງື່ອນໄຂສະພາບແວດລ້ອມພາຍໃນ ແລະ ຕ່າງປະ ເທດມີການຜັນແປ ໂດຍສະ ເພາະ ພະຍາດລະບາດ, ການຜັນຜວນຂອງອັດຕາແລກປ່ຽນ ແລະ ອັດຕາດອກເບ້ຍ. ແຕ່ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງຄະນະພັກ - ຄະນະຜູ້ວ່າ ທຫລ, ຄະນະພັກຮາກຖານ ສທຄ ໄດ້ມີຄວາມພະ ຍາຍາມປຸກລະດົມກໍາລັງແຮງພາຍໃນ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ທຫລ ໂດຍສະເພາະສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ແລະ ແຜນຍຸດທະສາດໄລຍະຍາວຂອງ ສທຄ ດ້ວຍຜົນສໍາເລັດຫຼາຍດ້ານ.
ຄະນະພັກຮາກຖານ ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາກົກ ແລະ ຕິດພັນກັບທຸກການ ເຄື່ອນໄຫວວຽກງານດ້ວຍຫຼາຍຮູບການທີ່ເໝາະສົມ ເຮັດໃຫ້ສະມາຊິກພັກ - ພະນັກງານກຳ ໄດ້ແນວທາງນະໂຍບາຍຂອງພັກ ແລະ ຖືເອົາລະບອບສ່ອງແສງສາຍງານ, ກໍາສະພາບແຕ່ລະບັນຫາໃຫ້ຈະແຈ້ງ ເປັນເນື້ອໃນສໍາຄັນໃນການດໍາເນີນຊີວິດການເມືອງພາຍໃນພັກ ແລະ ອົງການຈັດຕັ້ງມະຫາ ຊົນ ເພື່ອສໍາຫຼວດກວດກາ, ຕໍານິກໍ່ສ້າງຊ່ວຍເຫຼືອກັນ. ຈາກການປະຕິບັດຄືດັ່ງກ່າວ ເຮັດໃຫ້ສະພາບແນວຄິດຂອງຖັນແຖວ ສະມາຊິກພັກ - ພະນັກງານແຕ່ລະຂັ້ນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເປັນເອກະພາບ ຕໍ່ກັບແນວທາງການບໍລິຫານງານຂອງຂັ້ນເທິງ, ມີຄວາມຫ້າວຫັນ, ສຸມກໍາລັງເຫື່ອແຮງ, ສະຕິປັນຍາເຂົ້າໃນການປະຕິ ບັດໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ.
ສທຄ ໄດ້ປັບປຸງຕໍາລາຮັບໃຊ້ການຮຽນ-ການສອນໃນແຕ່ລະພາກຮຽນໃຫ້ມີຄວາມສົມບູນທາງດ້ານເນື້ອໃນ, ປະ ລິມານ ແລະ ຄຸນນະພາບ ຊຶ່ງສໍາເລັດການສ້າງ, ຮຽບຮຽງ, ປັບປຸງຕໍາລາ 28 ວິຊາ ແລະ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຮຽນ-ການສອນ; ຈັດຝຶກອົບຮົມໃນຫົວຂໍ້ຕ່າງໆ 40 ຫົວຂໍ້ ແລະ ໄດ້ຄົ້ນຄວ້າວິທະຍາສາດສໍາເລັດ 18 ຫົວ ຂໍ້, ນໍາພານັກສຶກສາ ສທຄ ຝຶກງານຢູ່ ທະນາຄານຈໍາລອງໄດ້ 6 ຊຸດ ມີ 4.402 ຄົນ ແລະ ຮັບນັກສຶກສາຝຶກງານຈາກພາກ ສ່ວນພາຍນອກ 4 ຊຸດມີ 170 ຄົນ; ພັດທະນາລະບົບຄຸ້ມຄອງຫໍສະໝຸດ ໂດຍໄດ້ນໍາໃຊ້ລະ ບົບໂປຣແກຣມ PMB ແລະ E-book ເຂົ້າໃນການຄຸ້ມຄອງບໍລິຫານ, ຈັດການ ແລະ ບໍ ລິການຂໍ້ມູນຂ່າວສານຕ່າງໆ, ຄຸ້ມຄອງການປະພຶດຂອງນັກສຶກສາ ໂດຍຈັດຕັ້ງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ວຽກງານປ້ອງກັນອັກຄີ ໄພ ແລະ ປາຖະກະຖາປະຖົມນິເທດໃນເວລາເປີດຮຽນໃໝ່; ຈັດກິດຈະກໍາກິລາ, ສິລະປະວັນນະຄະດີ, ຖາມຕອບວິທະ ຍາສາດ, ໄປທັດສະນະສຶກສານອກສະຖານທີ່, ອອກແຮງງານລວມຕ່າງໆຢ່າງເປັນປົກກະຕິ. ນອກຈາກນັ້ນ, ຍັງບໍລິ ຈາກເລືອດ 8 ຄັ້ງ 901 ເທື່ອຄົນ; ລະດົມເຄື່ອງຊ່ວຍ ເຫຼືອສັງຄົມ ມູນຄ່າ 203.286. 500 ກີບ. ນອກນັ້ນ ຍັງສ້າງສະ ໂມສອນອະດີດນັກສຶກສາ ແລະ ຄັງສະຫວັດດີການນັກສຶກສາຂຶ້ນ. ພ້ອມນີ້, ຍັງມີການພົວພັນກັບສະຖາບັນການສຶກສາພາຍໃນ-ຕ່າງປະເທດ ແລະ ຜົນງານດ້ານອື່ນໆ.
ກອງປະຊຸມ ຍັງໄດ້ສະເໜີທິດທາງລວມ ແລະ ໜ້າທີ່ຕົ້ນຕໍໃນການຊີ້ນໍາ-ນໍາພາໃນ 5 ປີ ຕໍ່ໜ້າ ແລະ ທີ່ປະຊຸມຍັງພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຄະນະພັກຮາກຖານ ສທຄ ສະໄໝທີ IV ປະ ກອບດ້ວຍ 5 ສະຫາຍ ໂດຍເລືອກເອົາສະຫາຍ ສັນຕິ ພົນເມືອງລາວ ເປັນເລຂາຄະນະພັກຮາກຖານ ສທຄ ຊຸດໃໝ່, ສະຫາຍ ນາງ ທ່ອນມີ ແກ້ວກິນນາລີ ເປັນຮອງເລຂາ ແລະ ສະຫາຍ ສະຫວັນດວງຈິດ ແສງເດືອນ ເປັນປະທານກວດກາ. ພ້ອມນີ້ ຍັງເລືອກເອົາຜູ້ແທນສົມບູນ 6 ສະຫາຍ, ສຳຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ທຫລ.
ໃນໂອກາດດັ່ງກ່າວ, ສະ ຫາຍເລຂາຄະນະພັກ ທຫລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຮາກຖານຊຸດເກົ່າທີ່ໄດ້ຊີ້ນໍາ - ນໍາພາສະມາຊິກພັກ, ພະນັກງານ ປະຕິບັດໜ້າ ທີ່ການເມືອງ ສາມາດຍາດໄດ້ ຜົນງານໃນຫຼາຍໆດ້ານ ແລະ ມີທິດຊີ້ນໍາໃນແຕ່ລະວຽກງານຢ່າງພາວະວິໄສ ແລະ ມີຈຸດສຸມ. ນອກຈາກນີ້, ສະຫາຍ ຍັງມີຄວາມເຊື່ອໝັ້ນວ່າ: ໃນຕໍ່ໜ້າຄະນະພັກຮາກຖານຊຸດໃໝ່ ຈະນໍາພາຖັນແຖວສະມາຊິກພັກ-ພະນັກງານ ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ໃຫ້ບັນລຸຜົນສໍາເລັດ ແລະ ຍາດໄດ້ໝາກຜົນ ອັນໃໝ່ ໃຫຍ່ຫຼວງກວ່າເກົ່າ. (ຂ່າວ-ພາບ: ຣັດສະໝີ ດວງສັດຈະ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com