Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຫົງສາ ແຂວງໄຊຍະບູລີ ຄັ້ງທີ 3 ສະໄໝທີ VIII ໄດ້ສຳເລັດລົງເມື່ອບໍ່ດົນມານີ້ ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ ຢູ່ທີ່ສະ ໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ຄຳຫຼ້າ ຜິວວັນນາ ເລຂາຄະນະ ບໍລິຫານງານພັກເມືອງ ເຈົ້າ ເມືອງຫົງສາ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາໜ່ວຍ ພັກສຳນັກງານ-ອົງການ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ, ກອງບັນຊາການທະຫານ, ຕໍາຫຼວດ, ຕາງ ໜ້າຫົວໜ່ວຍລັດວິສາຫະກິດ ສູນບໍລິການປະຈຳເມືອງ, ນັກທຸ ລະກິດ ແລະ ຕາງໜ້າສະມາ ຄົມບຳນານ ເຂົ້າຮ່ວມທັງໝົດ 72 ສະຫາຍ, ຍິງ 7 ສະຫາຍ.
ກອງປະຊຸມ ຜູ້ແທນເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ເປັນເອກະພາບຮັບຮອງເອົາ ບົດສະຫຼຸບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຫົງສາ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020, ເຫັນດີເປັນເອກະພາບ ຕາມແຜນການກະກຽມຄວາມພ້ອມສ້າງເມືອງຫົງສາ ເປັນເມືອງສາມັກຄີປອງດອງ ແລະ ກະກຽມປະເມີນການສ້າງເມືອງເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍພັດທະນາ, ເຫັນດີເປັນເອກະພາບໃນການເຕົ້າ ໂຮມບ້ານໂພນໄຊ ແລະ ບ້ານໂພນສະອາດ ເຂົ້າເປັນບ້ານດຽວກັນ, ໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ນຳເອົາມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໄປຈັດຕັ້ງເຊື່ອມຊຶມໃຫ້ແກ່ສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ທົ່ວເຖິງ; ສືບຕໍ່ເອົາ ໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສຳຄັນອັນດັບໜຶ່ງ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ແລະ ເຂົ້າເຖິງທຸກເປົ້າໝາຍ; ຖືເອົາວຽກງານກວດກາພັກ, ກວດກາລັດ ເປັນວຽກງານປົກກະຕິ ແລະ ເຂັ້ມງວດ ແນໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ; ສະມາຊິກພັກ-ພະນັກງານບຳນານທີ່ຢູ່ຮາກຖານບ້ານ ຕ້ອງເອົາໃຈໃສ່ຍົກສູງບົດບາດ ປະກອບສ່ວນ ເປັນທີ່ປຶກສາໃຫ້ກັບໜ່ວຍພັກຮາກຖານບ້ານ; ການສ້າງບຸກຄະລາກອນຂອງບ້ານໃຫ້ມີຄວາມເຂັ້ມແຂງ ຕ້ອງຫັນເອົາຜູ້ທີ່ມີຄວາມຮູ້ທາງດ້ານວິຊາສະເພາະເຂົ້າຊ່ວຍອົງການປົກຄອງບ້ານ ເພຶ່ອສ້າງເຂົ້າໃນອົງການຈັດຕັ້ງບ້ານ, ສືບຕໍ່ແກ້ໄຂບັນຫາຢາເສບຕິດໃນຖັນແຖວສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ຕາມລະບຽບ ແລະ ກົດໝາຍ, ຄຸ້ມຄອງກຳໄດ້ບັນຫາສະພາບຊາຍແດນ, ກຸ່ມຄົນບໍ່ຫວັງດີກໍ່ຄວາມບໍ່ສະຫງົບຕ່າງໆ ເພຶ່ອວາງແຜນແກ້ໄຂໃຫ້ທັນເວລາ; ຖືການແກ້ໄຂບັນຫາຢາເສບຕິດ ເປັນວຽກງານລວມຂອງທຸກພາກສ່ວນໃນສັງຄົມ ແລະ ເອົາໃຈໃສ່ຄຸ້ມຄອງພົນລະເມືອງ ໂດຍມອບໃຫ້ເຈົ້າໜ້າທີ່ ປກສ ເມືອງ ແລະ ບ້ານກວດກາຄືນ ແລະ ອອກສຳມະໂນຄົວໃຫ້ປະຊາຊົນຢູ່ແຕ່ລະບ້ານ.
ໃນຕອນທ້າຍ ສະຫາຍ ຄຳຫຼ້າ ຜິວວັນນາ ກໍໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງການນຳພາຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ທີ່ຍາດມາໄດ້ໄລຍະຜ່ານມາ, ພ້ອມທັງຮຽກຮ້ອງມາຍັງຄະນະພັກແຕ່ລະຂັ້ນ ຈົ່ງເອົາໃຈໃສ່ໃນການຄົ້ນຄວ້າ ຜັນຂະຫຍາຍ ແຜນການຂອງຕົນທີ່ວາງໄວ້ໃນແຕ່ລະໄລຍະ ແລະ ມີການສະຫຼຸບ-ສັງລວມ ເພື່ອລາຍງານໃຫ້ຄະນະປະຈຳໄດ້ຮັບຮູ້ ແລະ ຊຸກຍູ້ຕິດຕາມ ເປັນແຕ່ລະໄລຍະ; ສະມາຊິກພັກ, ພະນັກງານຫຼັກແຫຼ່ງທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາຈັດຕັ້ງປະຕິບັດໃຫ້ເກີດມີໝາກຜົນຕົວຈິງ. ພ້ອມນີ້, ກໍ່ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາ ຊົນບັນດາເຜົ່າຈົ່ງເຊີດຊູນໍ້າໃຈຮັກຊາດ ແລະ ມານະຈິດບຸກບືນປະຕິບັດໜ້າທີ່ ໃນການສ້າງສາພັດທະນາເມືອງຫົງສາ ໃຫ້ຈະ ເລີນຮຸ່ງເຮືອງຂຶ້ນເລື້ອຍໆ.
(ພາບ-ຂ່າວ: ກິດຕິສັກ ບົວໄລ ນັກຂ່າວເມືອງຫົງສາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com