Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ບັນດານິຕິກໍາສໍາຄັນຕ່າງໆຂອງພັກ ໃນວັນທີ 10 ກໍລະກົດນີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.
ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອໃຫ້ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນມີຄວາມຮັບຮູ້-ເຂົ້າໃຈ, ກຳແໜ້ນ, ແລະ ມີຄວາມເປັນເອກະພາບສູງຕໍ່ບັນດາເນື້ືອໃນສໍາຄັນຂອງມະຕິຕ່າງໆຂອງກົມການເມືອງສູນກາງພັກ ໃນແຕ່ລະໄລຍະ ເພື່ອຫັນມະຕິດັ່ງກ່າວເປັນທິດທາງ, ວຽກງານ ແລະ ເປັນແຜນ ປະຕິບັດງານລະອຽດຂອງຄະ ນະພັກກະຊວງ, ບັນດາໜ່ວຍພັກ, ຍົກສູງຄວາມເປັນເຈົ້າການ ແລະ ຄວາມສາມາດໃນການນໍາຂອງວຽກງານຂອງຕົນ.
ສະຫາຍ ສອນໄຊ ສີພັນດອນ ໄດ້ໃຫ້ກຽດເຜີຍແຜ່ມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ໄດ້ຍົກໃຫ້ເຫັນກ່ຽວກັບການຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກສູນກາງພັກ ຄັ້ງທີ 7, 8, 9 ສະໄໝ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ, ເງິນຕາ ປະຈໍາໄຕມາດ 1 ປີ 2020 ແລະ ທິດທາງຕໍ່ໜ້າ, ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາສູງຕໍ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິດັ່ງກ່າວ ຜ່ານມາພັກ ແລະ ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ໄດ້ເພີ່ມທະວີການຊີ້ນໍາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດມະຫາພາກ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາ ແນ ໃສ່ສ້າງຄວາມໜັກແໜ້ນ, ເຂັ້ມ ແຂງ ແລະ ເປັນລະບົບໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ.
ໃນຕອນທ້າຍ ສະຫາຍຍັງໄດ້ຊີ້ນໍາແຜນວຽກຈຸດສຸມຂອງກະຊວງແຜນການ ແລະ ການລົງທຶນ 6 ເດືອນທ້າຍປີ. ຈາກນັ້ນ, ສະຫາຍ ນ. ຄໍາຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ກຽດເຜີຍແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 108/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ ແລະ ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບໃໝ່. ສະຫາຍ ກິແກ້ວ ຈັນທະບູຣີ ຄະນະປະຈໍາພັກ ຮອງລັດຖະມົນຕີກະຊວງ ຜທ ໄດ້ໃຫ້ກຽດເຜີຍແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຕາມຂະບວນຍຸຕິທຳ ແລະ ມະຕິ ຂອງກົມການເມືອງສູນ ກາງພັກ ສະບັບເລກທີ 107/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນ ຕື່ມອີກ.
(ຂ່າວ: ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com