Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 17 ກໍລະກົດ ຜ່ານ ມາ ຄະນະກວດກາສູນກາງ ພັກ-ອົງການກວດກາລັດຖະບານ (ຄກສພ-ອກລ) ໄດ້ສໍາເລັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ສາມມະຕິຂອງກົມການເມືອງສູນກາງພັກໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນທົ່ວ ຄກສພ-ອກລ ພາຍຫຼັງດໍາເນີນມາເປັນວັນເຄິ່ງ (16-17 ກໍລະກົດ 2020) ໂດຍການເປັນປະທານ ແລະ ໃຫ້ເຜີຍແຜ່ຂອງ ສະຫາຍ ບຸນທອງ ຈິດມະ ນີ ກໍາມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ-ອົງການກວດກາ ລັດຖະບານ, ມີຄະນະປະຈໍາພັກ, ຄະນະພັກ, ຮອງປະທານ, ຄະນະກົມ-ຫ້ອງການ ພະນັກ ງານຫຼັກແຫຼ່ງ ແລະ ພະ ນັກງານທົ່ວ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມເຜີຍແຜ່, ເຊື່ອມຊຶຶມດັ່ງກ່າວ ບັນດາຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ເປັນຕົ້ນແມ່ນມະຕິວ່າດ້ວຍວຽກງານແນວໂຮມ-ວຽກງານມະຫາຊົນຂອງພັກໄລຍະໃໝ່ ໂດຍຍົກໃຫ້ເຫັນສະພາບຄວາມເປັນຈິງ, ທັດສະນະພຶ້ນຖານ ຂອງວຽກງານແນວໂຮມ, ວຽກງານມະຫາຊົນຂອງ ພັກ; ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະກວດ ກາສູນກາງພັກ ຄັ້ງທີ 10 ສະໄໝທີ III ທີ່ໄດ້ຕີລາຄາການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງຄະນະພັກ 6 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 6 ເດືອນທ້າຍປີ 2020; ເຜີຍແຜ່ເອກະສານມະຕິວ່າດ້ວຍການ ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະ ເອກະສານມະຕິວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະດີຕາມຂະບວນຍຸຕິທໍາ.
ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ເຜີຍແຜ່ເນື້ອໃນມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະ ໄໝທີ X, ພ້ອມທັງໃຫ້ການໂອ້ລົມ ເພື່ອໃຫ້ພະນັກງານການນໍາຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານລັດຖະກອນ ທົ່ວຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນບັນດາມະຕິດັ່ງກ່າວ ພ້ອມນໍາໄປຈັດຕັ້ງປະຕິບັດ ຜັນຂະຫຍາຍເຂົ້າໃນວຽກງານ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດສູງ ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະກວດກາສູນກາງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້າ.(ຂ່າວ:ມີນາ ພາບ:ພູວຽງຄຳ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com