Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກຳມະບານ ອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 21 ກໍລະກົດນີ້ ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ຫຼັກ 5, ພາຍໃຕ້ການເປັນປະທານຂອງສະຫາຍ ບຸນທັນ ບຸນທະວິໄລ ຄະນະພັກ ຮອງຫົວໜ້າ ອອປສ ປະທານສະຫະພັນກຳມະບານ ອອປສ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳສານ ສຸວົງ ກຳມະ ການສູນກາງພັກ ຫົວໜ້າ ອອປສ, ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສະຫະພັນສູນກາງກຳມະບານລາວ ພ້ອມແຂກຖືກເຊີນ ແລະ ສະມາຊິກກຳມະບານເຂົ້າຮ່ວມ.ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ພິຈາລະນາເນື້ອໃນສຳຄັນຄື: ຄົ້ນຄວ້າ ແລະ ຮັບຮອງບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນກຳມະບານ ໄອຍະການປະ ຊາຊົນ ຄັ້ງທີ VI ແລະ ທິດທາງແຜນການ 5 ປີຕໍ່ໜ້າ, ກອງປະຊຸມໄດ້ເລືອກຕັ້ງເອົາຄະ ນະບໍລິຫານງານສະຫະພັນກຳມະບານ ອອປສ ຊຸດໃໝ່ຄັ້ງທີ VII ໂດຍເລືອກໄດ້ 7 ສະຫາຍ ເພື່ອຊີ້ນຳ ນຳພາວຽກງານກຳມະບານ ອອປສ ໃນ 5 ປີຕໍ່ໜ້າ ພ້ອມດຽວກັນນັ້ນກໍໄດ້ມີການຍ້ອງຍໍຜົນງານ 5 ປີຜ່ານມາ ໂດຍສູນກາງສະ ຫະພັນກຳມະບານລາວໄດ້ມອບທຸງໄຊ, ໃບຮັບຮອງເອົາສະຫະພັນກຳມະບານ ອອປສ ເປັນສະຫະພັນກຳມະບານ 5 ເປັນເຈົ້າສະໄໝທີ 7, ມອບຫຼຽນກາກຳມະບານ ຊຶ່ງເປັນຫຼຽນສູງສຸດຂອງສະຫະພັນກຳມະ ບານລາວໃຫ້ແກ່ 29 ສະຫາຍ ແລະ ມອບໃບຍ້ອງຍໍໃຫ້ 223 ສະຫາຍ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານກຳມະບານໃນ 5 ປີຜ່ານມາ.
ຈາກນັ້ນ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ເນັ້ນຫຼາຍບັນຫາທ່ີສຳຄັນ ສະຫະພັນກຳມະບານ ອອປສ ຈະຕ້ອງໄດ້ເອົາໃຈໃສ່ຕື່ມເປັນຕົ້ນ ການເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກຳມະບານ ແລະ ພະນັກງານ ລັດຖະກອນໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ, ສະມາຊິກກຳມະບານທຸກສະຫາຍຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ດ້ວຍວິທີການຊອກຮູ້ຮໍ່າຮຽນຈາກປະສົບການຕົວຈິງ ແລະ ຮຽນຈາກສະຖາບັນຕ່າງໆ, ເອົາໃສ່ປັບປຸງລະບອບແບບແຜນເຮັດວຽກຂອງຕົນ, ມີຄວາມເປັນເອກະພາບພາຍໃນຄະນະ ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ຕັດສິນບັນຫາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ການເຄື່ອນໄຫວວຽກງານຕ້ອງມີແຜນການ, ມີຈຸດສຸມ, ມີການຕິດຕາມກວດກາ, ມີການສະຫຼຸບຖອດຖອນບົດຮຽນ, ເຄື່ອນໄຫວວຽກງານຢ່າງເອົາຈິງເອົາຈັງ ແລະ ຮັບປະກັນທາງດ້ານປະສິດທິຜົນຂອງວຽກງານທີ່ຕົນເອງຮັບຜິດຊອບ, ຄະນະບໍລິຫານ, ຄະນະໜ່ວຍ ແລະ ສະມາຊິກ ທຸກສະຫາຍຕ້ອງເປັນເຈົ້າການ ໃນການຜັນຂະຫຍາຍເນື້ອໃນແຜນການເຄື່ອນໄຫວວຽກງານກຳມະບານ ເຂົ້າສູ່ການປະຕິບັດຕົວຈິງໃນຂົງເຂດວຽກງານຕົນເອງຮັບຜິດຊອບໃຫ້ມີຜົນສຳເລັດ, ເປັນເຈົ້າການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ມີ 4 ຮັບປະກັນຂອງ ອົງການອອປສ.
(ຂ່າວ: ວົງເດືອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com