Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ V ຂອງສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ເປີດຂຶ້ນໃນວັນທີ 23 ກໍລະກົດນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນເພັດ ອຸ່ນແກ້ວ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະ ພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ໂດຍການເຂົ້າຮ່ວມເປັນກຽດ ຂອງ ສະຫາຍ ຄຳສານ ສຸວົງ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ສະຫາຍ ນາງ ບົວຈັນ ສີຫານາດ ຄະນະບໍລິຫານງານພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ, ສະມາຊິກສະຫະພັນແມ່ຍິງ ອອປສ ແລະ ສະຖາບັນຄົ້ນຄວ້າເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ພິຈາລະນາຄົ້ນຄວ້າ ແລະ ຮັບຮອງບົດລາຍງານການ ເມືອງຂອງຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດຄັ້ງທີ V ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2020-2024. ຕະຫຼອດໄລຍະຊຸມປີ ຜ່ານມາ ຄະນະບໍລິຫານງານ ສະຫະພັນແມ່ຍິງ ອອປສ ໄດ້ ຕັ້ງໜ້າປັບປຸງການຈັດຕັ້ງຂອງ ຕົນໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ, ເປັນລະບົບມີການປ່ຽນ ແປງດີຂຶ້ນເທື່ອລະກ້າວ, ເຮັດ ໃຫ້ການຈັດຕັ້ງເຕີບໃຫຍ່ຂະ ຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ປັດຈຸບັນມີແມ່ຍິງທັງໝົດ 97 ສະຫາຍ, ທຽບໃສ່ກອງປະຊຸມໃຫຍ່ຜ່ານມາ ແມ່ນເພີ່ມຂຶ້ນ 6 ສະຫາຍ, ມີຄະນະບໍລິຫານງານສະຫະ ພັນແມ່ຍິງ 5 ສະຫາຍ, ປະ ກອບມີ 7 ໜ່ວຍ ແຕ່ລະໜ່ວຍມີຄະນະໜ່ວຍ 3 ສະຫາຍ ໃນນັ້ນມີຜູ້ຮັບຜິດຊອບວຽກງານກວດກາ 1 ສະຫາຍ. ຜົນງານອັນພົ້ນເດັ່ນທີ່ຜ່ານມາ ເອື້ອຍນ້ອງແມ່ຍິງຈຳນວນຫຼາຍໄດ້ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານຕ່າງໆຂອງຕົນ ຊຶ່ງຜ່ານການເຄື່ອນໄຫວດັ່ງກ່າວ ກໍໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດ, ການນຳອົງການ, ອົງການຈັດຕັ້ງສະຫະພັນແມ່ຍິງ ແລະ ພາກສ່ວນອື່ນໆ ກວມ 37% ດັ່ງນີ້: ໄດ້ຮັບຫຼຽນໄຊແຮງງານຊັ້ນ I 2 ສະຫາຍ, ຫຼຽນໄຊແຮງງານຊັ້ນ II 19 ສະຫາຍ, ຫຼຽນໄຊແຮງງານຊັ້ນ III 9 ສະຫາຍ, ຫຼຽນ ກາແຮງງານ 6 ສະຫາຍ, ໃບຍ້ອງຍໍລັດຖະບານ 33 ສະ ຫາຍ, ໃບຍ້ອງຍໍຫົວໜ້າ ອອປສ 183 ສະຫາຍ.
ພ້ອມນັ້ນຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສູນກາງສະຫະ ພັນແມ່ຍິງລາວ, ປະທານສະ ຫະພັນແມ່ຍິງອົງການໄອຍະ ການປະຊາຊົນສູງສຸດ ຊຸດໃໝ່ ຄັ້ງທີ V ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງເລືອກເອົາ 7 ສະຫາຍ ກອງປະຊຸມຄັ້ງປະຖົມມະລືກເລືອກໄດ້ ສະຫາຍ ນາງ ພອນທິບ ສາວະລີ ເປັນປະທານຄະນະບໍລິຫານງານສະຫະພັນແມ່ຍິງ ອອປສ ແລະ ທ່ານ ນາງ ແສງສຸດາ ສີປະເສີດ ເປັນຮອງປະທານ ແລະ ເປັນປະທານກວດກາ.
ຈາກນັ້ນ ສະຫາຍ ນາງ ບົວຈັນ ສີຫານາດ ໄດ້ໂອ້ລົມເນັ້ນຫຼາຍບັນຫາທີ່ສຳຄັນ ໃຫ້ສະຫະພັນແມ່ຍິງ ອອປສ ເອົາໃຈໃສ່ຕື່ມເປັນຕົ້ນຕ້ອງໄດ້ ເພີ່ມທະວີການສຶກສາອົບ ຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ ແລະ ພະນັກງານ-ລັດຖະກອນ ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນຢ່າງເປັນປົກ ກະຕິ, ສະມາຊິກສະຫະພັນແມ່ຍິງທຸກສະຫາຍຕ້ອງຕັ້ງ ໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ດ້ວຍວິທີການຊອກຮູ້ຮໍ່າຮຽນຈາກປະສົບການ ຕົວຈິງ ແລະ ຮຽນຈາກສະຖາບັນຕ່າງໆ, ເອົາໃຈໃສ່ປັບປຸງລະບອບແບບແຜນວິທີເຮັດວຽກຂອງຕົນ, ມີຄວາມເປັນເອກະພາບພາຍໃນຄະນະເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ຕັດສິນບັນຫາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ການເຄື່ອນ ໄຫວວຽກງານຕ້ອງມີແຜນການ, ມີຈຸດສຸມ, ມີການຕິດຕາມກວດກາ, ມີການສະຫຼຸບຖອດຖອນບົດຮຽນ, ເຄື່ອນໄຫວວຽກງານຢ່າງເອົາຈິງເອົາຈັງ ແລະ ຮັບປະກັນທາງດ້ານປະສິດທິຜົນຂອງວຽກງານທີ່ຕົນຮັບ ຜິດຊອບ, ຄະນະບໍລິຫານງານ, ຄະນະໜ່ວຍ ແລະ ສະມາຊິກ ສະຫະພັນແມ່ຍິງທຸກສະຫາຍ ຕ້ອງເປັນເຈົ້າການໃນການ ຜັນຂະຫຍາຍເນື້ອໃນແຜນ ການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງເຂົ້າສູ່ການປະຕິບັດຕົວຈິງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດ, ເປັນເຈົ້າການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະ ບວນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ມີ 4 ຮັບປະກັນ ຂອງອົງການໄອຍະການປະຊາຊົນວາງອອກໃຫ້ປະກົດຜົນ ເປັນຈິງ.
(ຂ່າວ: ອອປສ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com