Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະສະຫະພັນແມ່ຍິງຄະນະກວດກາສູນກາງພັກ -ອົງການກວດກາລັດຖະບານ (ຄກສພ-ອກລ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນຂຶ້ນ ໃນວັນທີ 24 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມຂອງຄະນະດັ່ງກ່າວພາຍໃຕ້ການເປັນປະ ທານຂອງ ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຄະນະປະຈໍາພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດ ຖະບານ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍນາງ ບຸນອ້ອມ ອຸ່ນມະໂນ ປະທານສະຫະພັນແມ່ຍິງ ຄກສພ-ອກລ, ໄດ້ຂຶ້ນຜ່ານ ຮ່າງບົດລາຍງານການເມືອງໃນໄລຍະ 5 ປີ (2016 - 2020) ທີ່ຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້.
ຄຽງຄູ່ກັນນັ້ນ,ເອື້ອຍນ້ອງແມ່ຍິງ ໄດ້ເຂົ້າຮ່ວມຕິດຕາມ, ກວດກາຊຸກຍູ້ວຽກງານກວດກາພັກຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນເປັນປົກກະຕິ, ໄດ້ຊີ້ນໍາ-ນໍາພາຊຸກຍູ້ສ້າງຂະບວນການດ້ານຕ່າງໆ ເປັນຕົ້ນຂະ ບວນການຮັກຊາດ ແລະ ພັດ ທະນາ ຕິດພັນກັບວຽກງານ 3 ດີ, ແຂ່ງຂັນກັນປະຕິບັດໜ້າທີ່ວິຊາສະເພາະ, ເຂົ້າຮ່ວມກວດກາ ເປົ້າໝາຍຕ່າງໆ ທີ່ຄະນະພັກ, ຄະນະນໍາມອບໝາຍໃຫ້ 160 ຄັ້ງ, ກວດກາເກັບກໍາຂໍ້ມູນ,ຄົ້ນ ຄວ້າວຽກງານແກ້ໄຂຄໍາຮ້ອງ ແລະ ຄໍາສະເໜີ ຈໍານວນ 11 ຄັ້ງ.
ສຳລັບຄາດໝາຍສູ້ຊົນໃນຕໍ່ໜ້າ 2021-2025 ແມ່ນສືບຕໍ່ປຸກລະດົມສະມາຊິກສະ ຫະພັນແມ່ຍິງເຊື່ອມຊຶມແນວ ທາງແຜນນະໂຍບາຍຂອງພັກ, ກົດລະບຽບ ແລະ ນິຕິກໍາຕ່າງໆຂອງສູນກາງສະຫະພັນແມ່ຍິງລາວວາງອອກໃຫ້ໄດ້ 85%; ເຕົ້າໂຮມຄວາມສາມັກຄີແມ່ຍິງພາຍໃນຄະນະກວດກາສູນກາງພັກ,ອົງການກວດກາລັດຖະບານ ໃຫ້ເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ-ຂອງຊາດ, ຄຸນລັກສະນະມູນເຊື້ອທາງດ້ານວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງແມ່ຍິງລາວບັນດາເຜົ່າ, ຮັກສາກຽດສັກສີຂອງແມ່ຍິງລາວ, ເປັນເຈົ້າການປະກອບສ່ວນວຽກງານຮອບດ້ານໃຫ້ມີຜົນສໍາເລັດເປັນຢ່າງດີ; ປັບປຸງການຈັດຕັ້ງສະຫະພັນແມ່ຍິງ, ແບບແຜນວິທີນໍາພາ, ແບບແຜນວິທີເຮັດວຽກໃຫ້ໜັກແໜ້ນເຂັ້ມແຂງແລະ ຊຸກຍູ້, ສົ່ງເສີມການບໍາລຸງ ກໍ່ສ້າງພະນັກງານເພດຍິງທີ່ມີເງື່ອນໄຂ ເພື່ອເປັນກໍາລັງແຮງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ຄະນະພັກ ຄະນະກວດກາສູນກາງພັກ ວາງອອກໃຫ້ມີປະສິດທິຜົນສູງ; ສືບຕໍ່ຊຸກຍູ້ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ - ເດັກນ້ອຍ, ຊຸກຍູ້ການປະຕິບັດນະໂຍບາຍຕໍ່ແມ່ຍິງ ຕາມພາລະບົດບາດ ແລະ ຂອບ ເຂດຄວາມຮັບຜິດຊອບ; ປຸກ ລະດົມສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມປະຕິບັດຂໍ້ ແຂ່ງຂັນ 3 ດີ ໂດຍຕິດພັນກັບ ຂະບວນການຮັກຊາດ, ພັດ ທະນາ ແລະ ຕິດພັນກັບວຽກງານວິຊາສະເພາະຂອງຕົນ ພ້ອມທັງສູ້ຊົນໃຫ້ໄດ້ແມ່ຍິງ 3ດີ 85%, ໜ່ວຍສະຫະພັນແມ່ຍິງ 3 ດີໃຫ້ໄດ້ 75% ຂຶ້ນໄປ.
ກອງປະຊຸມ, ຍັງໄດ້ປ່ອນ ບັດເລືອກເອົາຄະນະສະຫະ ພັນແມ່ຍິງຊຸດໃໝ່ ຊຶ່ງໄດ້ເລືອກ ເອົາ ສະຫາຍນາງ ບຸນອ້ອມ ອຸ່ນມະໂນ ເປັນປະທານຄະນະສະຫະພັນແມ່ຍິງຄະນະກວດ ກາສູນກາງ ພັກ ແລະ ອົງການກວດກາລັດ ຖະ ບານ, ສະຫາຍນາງ ອາລຸນນາ ບຸດຕະລາດ, ເປັນຮອງ ປະທານ ທັງເປັນປະທານກວດ ກາ, ສະຫາຍນາງ ບຸນເສີມ ໄຊຍະຄໍາ ເປັນຮອງ, ສະຫາຍ ນາງ ກອງມະນີ ສີບຸນເຮືອງເປັນຄະນະ, ສະຫາຍ ນາງດວງປີ ຈັນທະລັງສີ ເປັນຄະນະ ທັງ ເປັນຮອງປະທານກວດກາ.
(ຂ່າວ: ນາງ ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com