Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ເນັ້ນ 6 ບັນຫາໃຫ້ຄະນະບໍລິຫານງານພັກແຂວງອຸດົມໄຊຊຸດໃໝ່ເອົາ ໃຈໃສ່ ໂດຍສະເພາະແມ່ນຕ້ອງ ເດັດຂາດແກ້ໄຂຕໍ່ການປະ ພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະຊາຊົນ ຕໍ່ການນຳພາຂອງພັກ.
ໃນໂອກາດທີ່ໂອ້ລົມຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ເມື່ອວັນທີ 25 ກໍລະກົດຜ່ານມາ, ສະຫາຍ ພັນຄຳ ວິພາວັນ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ດັ່ງນີ້:
ໜຶ່ງ, ສືບຕໍ່ນໍາພາຊີ້ນໍາການຈັດຕັ້ງຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກແຂວງ ລົງໄປເຖິງຄະ ນະພັກແຕ່ລະຂັ້ນ, ສະມາຊິກ ພັກ, ພະນັກງານຢູ່ບັນດາເມືອງ, ຂະແໜງການ ແລະ ຮາກຖານຕ່າງໆ ກໍຄືປະຊາຊົນບັນດາເຜົ່າ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະເປັນເອກະພາບກັນທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ເຮັດໃຫ້ພະນັກງານ ແລະ ປະຊາຊົນ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ, ກໍາແໜ້ນ ຕໍ່ທິດທາງ, ແຜນນະໂຍບາຍ, ຄາດໝາຍສູ້ຊົນຕ່າງໆ ແລະ ມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເປັນຂະບວນການທີ່ແຂງແຮງ, ຕໍ່ເນື່ອງ ແລະມີປະສິດທິຜົນ.
ສອງ, ພາຍຫຼັງສໍາເລັດກອງ ປະຊຸມນີ້ແລ້ວ ໃຫ້ຮີບຮ້ອນ ແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບ ຜິດຊອບພາຍໃນຄະນະບໍລິ ຫານງານພັກແຂວງ, ຄະນະປະຈໍາພັກແຂວງ ໃຫ້ລະອຽດ, ຈະແຈ້ງ, ບໍ່ວ່າວຽກນັ້ນຈະແມ່ນຂະແໜງການໃດ, ຂົງເຂດ ຫຼື ທ້ອງຖິ່ນໃດ ເມື່ອໝູ່ຄະນະ, ການຈັດຕັ້ງ ກໍຄືຂັ້ນເທິງມອບໝາຍໃຫ້ໄປຮັບຜິດຊອບກໍບໍ່ມີ ສິດຂັດຂ້ອງ, ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ. ພວກເຮົາ ຕ້ອງເຂົ້າໃຈນໍາກັນຕື່ມອີກວ່າ ການເຂົ້າມາຢູ່ໃນຄະນະບໍລິຫານງານພັກແຂວງ ບໍ່ແມ່ນເພື່ອມາເປັນອາດຍາເຈົ້ານາຍ, ບໍ່ແມ່ນເພື່ອໃຫ້ຕໍາແໜ່ງ, ໜ້າທີ່ ຫາຜົນປະໂຫຍດສ່ວນຕົວ ແຕ່ຕ້ອງຖືວ່າແມ່ນເຂົ້າມາເພື່ອຮັບໃຊ້ພາລະກິດປະຕິວັດອັນສູງຂອງພັກນັ້ນແມ່ນເຮັດທຸກສິ່ງທຸກຢ່າງ ເພື່່ອຄວາມສົມບູນພູນສຸກ ຂອງປະ ຊາຊົນ, ເພື່ອຄວາມຈະເລີນວັດ ທະນາຂອງປະເທດຊາດ.
ສາມ, ບັນດາສະຫາຍຄະ ນະ ບໍລິຫານງານພັກແຂວງ ຕ້ອງຢຶດໝັ້ນ ແລະປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນຳພາ ຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ. ອັນທີ່ຄວນເອົາໃຈໃສ່ທີ່ສຸດ ແມ່ນຕ້ອງເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ...ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະຊາຊົນ ຕໍ່ການນຳພາຂອງພັກ. ເພີ່ມທະວີແບບແຜນນຳພາອັນເປັນມູນເຊື້ອຂອງພັກ ນັ້ນແມ່ນແບບແຜນຕິດແທດກັບຮາກຖານປະຊາຊົນ, ອີງໃສ່ກຳລັງແຮງຂອງປະຊາຊົນ ແລະເຮັດທຸກສິ່ງທຸກຢ່າງ ເພື່ອຜົນປະໂຫຍດລວມຂອງປະເທດຊາດ ແລະ ຂອງປະຊາຊົນ. ໃນເງື່ອນໄຂໃໝ່ນີ້ ມູນເຊື້ອດັ່ງກ່າວຕ້ອງສະແດງອອກໃນການຫັນການນຳພາຊີ້ນຳ, ຫັນພະນັກງານລົງສູ່ຮາກຖານ ເພື່ອນໍາພາປະຊາຊົນພັດທະນາ, ສ້າງການຫັນປ່ຽນໃໝ່ຢູ່ຮາກຖານ. ຕ້ອງປັບປຸງ ແລະເພີ່ມທະວີແບບແຜນນຳພາ ທີ່ມີການແບ່ງງານ, ການມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງຂາດຕົວ, ສົມທົບຢ່າງກົມກຽວລະຫວ່າງບົດບາດ ແລະຄວາມສາມາດນຳພາຂອງໝູ່ຄະນະ ກັບບົດບາດ ແລະ ຄວາມສາມາດນຳພາ ຂອງບຸກ ຄົນໃນຄະນະ; ກຳຈັດປັດເປົ່າທັດສະນະຮູບການ, ອວດອົ່ງທະນົງຕົວ, ບົ່ງການອ້າຍດຽວ ແລະ ທັດສະນະເອື່ອຍອີງໃສ່ແຕ່ໝູ່ຄະນະ, ແກ້ຕົວ, ຫຼີກລ່ຽງຄວາມຮັບຜິດຊອບ. ພ້ອມນັ້ນ ກໍ່ຕ້ອງຕີຖອຍທ່າອ່ຽງ ແລະ ຄວາມພະຍາຍາມສວຍໃຊ້ ແບບແຜນນຳພາເປັນໝູ່ຄະນະ ໃຫ້ກາຍເປັນການສ້າງກຸ່ມ, ສ້າງພວກ ເພື່ອມີບົດບາດຄອບງຳໃນການນຳພາ ຫຼື ຕົກລົງບັນຫາຕ່າງໆທີ່ຂັດກັບກົດໝາຍ ແລະ ມະຕິຄຳສັ່ງ ຂອງພັກ-ລັດ.
ສີ່, ບັນດາສະຫາຍ ຕ້ອງສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິ ວັດ ເປັນແບບຢ່າງນໍາໜ້າດ້ານຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມຄະຕິ ຂອງພັກ ແລະຜົນປະໂຫຍດ ຂອງປະເທດຊາດ, ມີຄວາມສາມັກຄີຮັກແພງ ແລະມີຄວາມຈິງໃຈ ຕໍ່ໝູ່ຄະນະ ແລະຊ່ວຍເຫຼືອ ກໍ່ສ້າງໝູ່ຄະນະ ໃຫ້ມີຄວາມເຂັ້ມແຂງ; ດຳລົງຊີວິດແບບ ປອດ ໃສຂາວສະອາດ, ດຸໝັ່ນຊື່ສັດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ ເພື່ອຍົກລະ ດັບດ້ານຕ່າງໆຂອງຕົນໃຫ້ສູງ ຂຶ້ນ ຢ່າງບໍ່ຢຸດຢັ້ງ, ກໍາແໜ້ນແລະ ຮູ້ຜັນຂະຫຍາຍແນວທາງ, ແຜນ ນະໂຍບາຍ, ມະຕິ, ຄໍາສັ່ງ ໃຫ້ ເປັນແຜນການ, ເປັນໂຄງ ການວຽກງານລະອຽດທີ່ສອດຄ່ອງ ກັບສະພາບຂອງຂະແໜງ ການ, ທ້ອງ ຖິ່ນຕົນ ທັງຮູ້ນຳພາຈັດ ຕັ້ງປະຕິບັດແນວທາງແຜນການທີ່ ວາງອອກໃຫ້ເກີດດອກອອກ ຜົນໂດຍສະແດງອອກໃນວຽກງານຕົວຈິງ.
ຫ້າ, ເຊີດຊູຄວາມເປັນແບບຢ່າງໃນການດໍາລົງຊີວິດ ທີ່ປອດໃສ, ປະຢັດ, ຕ້ານການຟຸມເຟືອຍ, ເປັນແບບຢ່າງ ໃນການປະຕິບັດກົດລະບຽບພັກ, ກົດໝາຍ ແລະລະບຽບການຕ່າງໆ; ເອົາໃຈໃສ່ສຶກສາອົບຮົມ, ຄຸ້ມຄອງລູກເມຍ, ຄອບຄົວຍາດພີ່ນ້ອງ ໃຫ້ເປັນແບບຢ່າງໃນການດໍາລົງຊີວິດ ທີ່ກ້າວໜ້າ, ບໍ່ໃຫ້ເຮັດໃນສິ່ງທີ່ຈະນໍາເອົາຜົນເສຍຫາຍ ມາໃຫ້ແກ່ໜ້າທີ່ວຽກງານລວມ, ກໍຄື ກະທົບຕໍ່ບົດບາດ, ຄວາມເຊື່ອໝັ້ນ ຕໍ່ຕົນເອງ; ພ້ອມນັ້ນ ຕ້ອງນໍາພາຊຸກຍູ້ໃຫ້ການຈັດຕັ້ງ, ພະນັກງານ ແລະປະຊາຊົນ ໃນຂອບເຂດ ທີ່ຕົນຮັບຜິດຊອບ ມີທັດສະນະ ແລະການກະທໍາ ທີ່ຖືກຕ້ອງ, ຕັ້ງໜ້າຕ້ານບັນດາປະ ກົດການຫຍໍ້ທໍ້, ລ່ວງລະເມີດກົດໝາຍ ແລະ ອື່ນໆ.
ຫົກ, ສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, (ຄວາມສາມັກຄີພາຍໃນຄະນະພັກ ລະຫວ່າງ ຄະນະພັກ ກັບອະດີດຄະນະພັກ, ພະນັກງານອາວຸໂສ, ຄວາມສາມັກຄີລະ ຫວ່າງພະນັກງານສະມາຊິກພັກ ກັບມະຫາຊົນ) ຄວາມເປັນເອກະພາບພາຍໃນ ແລະຄວາມສາມັກຄີປອງດອງບັນດາເຜົ່າໃນທົ່ວແຂວງໃຫ້ແໜ້ນແຟ້ນ, ທຸກເຜົ່າມີຄວາມສະເໜີພາບກັນ ເຊີດຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນບົນພື້ນຖານແນວທາງຂອງພັກ, ເຄົາລົບຊຶ່ງກັນ ແລະກັນ; ຕັ້ງໜ້າປຸກລະດົມທຸກກໍາລັງແຮງຂອງທົ່ວປວງຊົນ ເຂົ້າຮ່ວມໃນການປົກປັກຮັກສາ ແລະພັດທະນາແຂວງ ຕາມ 4 ໃຈກາງຢ່າງໜັກແໜ້ນ.
ກອງປະຊຸມດັ່ງກ່າວນີ້ ຈັດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດ ທີ່ສະໂມສອນແຂວງອຸດົມໄຊ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງອົງຄະນະພັກແຂວງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ທົ່ວປວງຊົນ, ສ້າງການຫັນປ່ຽນໃໝ່ຢ່າງຮອບດ້ານ, ສຸມທຸກກໍາລັງແຮງພັດທະນາອຸດົມໄຊຕາມ 4 ໃຈກາງ ໃຫ້ມີພື້ນຖານອັນໜັກແໜ້ນ, ກ້າວຂຶ້ນຕາມທິດສັງຄົມນິຍົມ”.
ກອງປະຊຸມຄັ້ງນີ້ ໄດ້ພ້ອມ ກັນຄົ້ນຄ້ວາຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງບົດລາຍງານການ ເມືອງຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021 -2025) ຂອງແຂວງອຸດົມໄຊ ແລະບົດສໍາຫຼວດການນຳພາລວມຂອງ ຄະນະບໍລິຫານງານພັກແຂວງ ສະໄໝທີ VIII. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ໄດ້ເປັນເອກະພາບຮັບຮອງເອົາບັນດາຄາດໝາຍລວມ, ທິດທາງ, ໜ້າທ່ີລວມ ແລະ ຄາດໝາຍສູ້ຊົນໃນ 5 ປີ ຕໍ່ໜ້າ (2021-2025) ທີ່ໄດ້ກຳນົດຢູ່ໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຢ່າງເປັນເອກະພາບ. ພ້ອມກັນນັ້ນ ກໍໄດ້ໃຊ້ສິດປະຊາທິປະໄຕ ເພື່ອປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ (ຊຸດທີ IX) ໂດຍມີຜູ້ຮັບ ສະໝັກທັງໝົດ 38 ສະຫາຍ, ຍິງ 8 ສະຫາຍ. ເລືອກເອົາ 33 ສະຫາຍ ຍິງ 6 ສະຫາຍ ກອງປະຊຸມຄັ້ງປະຖົມມະລືກ ບໍລິຫານງານພັກແຂວງ ສະໄໝທີ IX ທີ່ເປັນວາລະຂອງຄະນະສະເພາະກໍໄດ້ຈັດຂຶ້ນ ຊຶ່ງກອງປະຊຸມເລືອກຕັ້ງເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 1 ສະ ຫາຍ. ເປັນເອກະສັນຢ່າງສົມບູນຮັບຮອງເອົາ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການສູນກາງພັກ ເຈົ້າແຂວງອຸດົມໄຊ ເປັນເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ, ຮັບຮອງເອົາ ສະຫາຍ ຄຳພຽງ ຢາຈົງວາ ແລະ ສະຫາຍ ບຸນຄົງ ຫຼ້າຈຳພອນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ແລະ ເລືອກເອົາ ສະຫາຍ ນາງ ຈັນສະໝອນ ທິບພະຫົງ ເປັນປະທານຄະນະກວດກາພັກແຂວງ, ນອກຈາກນີ້ ຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຊຶ່ງເລືອກໄດ້ 25 ສະຫາຍ, ຍິງ 4 ສະຫາຍ ແລະ ສໍາຮອງ 3 ສະຫາຍ, ຍິງ 1 ສະຫາຍ.
(ຂ່າວ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com