Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ IV ຄະນະພັກຮາກຖານ ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດຂຶ້ນ ເມື່ອວັນທີ 7 ສິງຫາ ຜ່ານມານີ້ ທີ່ຫ້ອງປະຊຸມກົມດັ່ງກ່າວ ໂດຍການເປັນປະທານ ຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະພັກຮາກຖານ ກົມສ່ວຍສາອາກອນໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງການ ເງິນມີສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງປະກອບມີສອງພາກຄື: ພາກທີ 1 ສະຫຼຸບຕີລາຄາດ້ານຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານກົມສ່ວຍສາອາກອນ,ພາກທີ 2 ທິດທາງລວມ ແລະ ໜ້າທີ່ຕົ້ນຕໍຂອງຄະນະພັກຮາກຖານໃນ 5 ປີຕໍ່ ໜ້າ(2021-2025) ສະເໜີໂດຍ ສະຫາຍ ພູທະນູສອນ ໄຊສົມ ບັດ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ຕະ ຫຼອດໄລຍະ 5 ປີ ຜ່ານມາ ຄະ ນະພັກຮາກຖານ ກົມສ່ວຍສາອາກອນ ໄດ້ຖືເອົາເປັນບັນຫາສຳຄັນໃນວຽກງານສຶກສາອົບ ຮົມການເມືອງແນວຄິດໃຫ້ແກ່ສະມາຊິກ-ພະນັກງານເພື່່ອໃຫ້ກຳແໜ້ນ,ຮັບຮູ້,ເຂົ້າໃຈຕໍ່ບັນດາແນວທາງນະໂຍບາຍ,ມະຕິ,ຄຳສັ່ງຂອງພັກ,ກົດໝາຍ ແລະ ລະບຽບການຂອງລັດແນໃສ່ປັບປຸງຄຸນທາດການເມືອງ,ຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນ-ຈັນຍາທຳຂອງສະມາຊິກພັກ-ພະນັກງານໃນການຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະ ຊາຊົນ ແລະໄດ້ເອົາໃຈໃສ່ເຜີຍ ແຜ່ບັນດາເອກະສານສຳຄັນຕ່າງໆຂອງພັກ-ລັດ,ປັດຈຸບັນຄະນະພັກຮາກຖານປະກອບມີ 5ໜ່ວຍພັກຂຶ້ນກັບ,ມີສະມາຊິກພັກ 86 ສະຫາຍ ຍິງ 23 ສະຫາຍ, ມີສະມາຊິກພັກສຳຮອງ 5 ສະຫາຍ,ໃນນັ້ນການນຳພາໜ້າທີ່ການເມືອງດ້ານວຽກງານວິຊາສະເພາະຄະນະພັກໄດ້ເອົາໃຈໃສ່ຊີ້ນຳ-ນຳພາບັນດາສະຫາຍສະມາຊິກພັກ-ພະ ນັກງານປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ, 5 ປີຜ່ານ ມາສາມາດຈັດຕັ້ງປະຕິບັດເກັບລາຍຮັບປະຕິບັດໄດ້ 42 ຕື້ກວ່າກີບ,ທຽບໃສ່ແຜນການເທົ່າກັບ 91,33% ສະເລ່ຍແຕ່ລະປີເພີ່ມຂຶ້ນ 4,52 %.
ກອງປະຊຸມຍັງໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານກົມສ່ວຍສາອາກອນ, ຜ່ານມາດ ຖານເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງ ແລະ ຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບເລືອກເອົາສະຫາຍ ພູທະນູເພັດ ໄຊສົມບັດ ເປັນເລຂາຄະນະພັກຮາກຖານກົມສ່ວຍສາອາກອນຊຸດໃໝ່ ແລະ ສະຫາຍ ສຸພັນ ວິລະວົງ ເປັນປະທານກວດກາ.
(ຂ່າວ: ສຳນານ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com