Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດຄັ້ງທີ 5 ສະໄໝທີ X ໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ໃນລະຫວ່າງວັນທີ 11-12 ສິງຫານີ້ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ ພ້ອມດ້ວຍບັນດາສະຫາຍຮອງປະທານກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຜ່ານຮ່າງບົດລາຍງານການເຄື່ອນໄຫວຂອງຄະນະກຳມະການສູນກາງແນວລາວສ້າງຊາດປີ 2019-2020 ແລະ ທິດທາງແຜນການ ປີ 2020-2021 ຊຶ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ໃນການເຄື່ອນໄຫວວຽກງານຂອງຄະນະກຳມະການສູນກາງແນວລາວສ້າງຊາດ ໃນປີ 2019 ໄດ້ລົງຊຸກຍູ້ວຽກງານແນວລາວສ້າງຊາດ ວຽກງານສາສະໜາ ວຽກງານຊົນເຜົ່າ ວຽກງານຊັ້ນຄົນ-ອົງການຈັດຕັ້ງສັງຄົມ ວຽກງານການຈັດຕັ້ງພະນັກງານ ວຽກງານກວດກາ ວຽກງານໂຄສະນາ ວຽກງານສູນຝຶກອົບຮົມ ແລະ ວຽກງານຄະນະທີ່ປືກສາຢູ່ຂັ້ນທ້ອງຖີ່ນຮາກຖານຈຳນວນ 185 ຄັ້ງ,ໄດ້ສົມທົບກັບແນວລາວສ້າງຊາດນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດ ເກັບກຳຂໍ້ມູນ ວັດ, ໂບດ, ພະສົງ ໃນທົ່ວປະເທດ, ມາຮອດປັດຈຸບັນມີຜູ້ເຊື່ອຖືສາສະໜາພຸດ 66,8% ຂອງພົນລະເມືອງ ມີພະສົງ-ສາມາເນນ 25.399 ອົງ, ມີວັດ 6.305 ແຫ່ງ, ແນວລາວສ້າງຊາດບັນດາແຂວງ ແລະ ນະຄອນຫຼວງຈຳນວນໜຶ່ງໄດ້ສຳເລັດການດຳເນີນກອງປະຊຸມສາມັນຄົບຄະນະສາມັນຄົບຄະນະກຳມະການແນວລາວສ້າງຊາດ ໃນຂັ້ນຂອງຕົນ ເພື່ອແນໃສ່ສ້າງຄວາມເຂັ້ມແຂງຕໍ່ວຽກງານແນວລາວສ້າງຊາດໃນໄລຍະໃໝ່. ໃນວຽກງານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນປົກປັກຮີດຄອງປະເພນີອັນດີງາມຂອງຊາດ ແລະ ເອກະລັກຂອງແຕ່ລະຊົນເຜົ່າໄດ້ຄົ້ນຄວ້າປັບປຸງເອກະສານຝຶກອົບຮົບວິຊາການກວດກາພັກ ກວດກາລັດ ແລະ ວຽກງານກວດກາຂອງແນວລາວສ້າງຊາດ ສຳເລັດການຄົ້ນຄ້ວາອອກຂໍ້ຕົກລົງວ່າດ້ວຍການພົວພັນລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບຄະນະປະຈຳສູນກາງແນວລາວສ້າງຊາດ; ຂໍ້ກຳນົດວ່າດ້ວຍການຄົ້ນຄວ້າຄຳຮ້ອງ, ຄຳສະເໜີຂອງພົນລະເມືອງ ນິຕິບຸກຄົນ, ບຸກຄົນ ແລະ ການຈັດຕັ້ງ, ຮັບຄຳເຫັນ ຄຳສະເໜີຂອງປະຊາຊົນ ແລະ ເອົາໃຈໃສ່ປະສານສົມທົບການໄກ່ເກ່ຍແກ້ໄຂບັນຫາຕ່າງໆຕາມພາລະບົດບາດໜ້າທີ່ຂອງຕົນ. ໃນທິດທາງລວມ ແລະ ຄາດໝາຍສູ້ຊົນ ສ້າງຄວາມເຂັ້ມແຂງໃຫ້ອົງການ ແລະພະນັກງານທີ່ເຮັດວຽກແນວລາວສ້າງຊາດດ້ວຍຮູບການຍົກລະດັບວຽກງານວິຊາສະເພາະໄລຍະສັ້ນ ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດນັບທັງສູນກາງ ແລະ ທ້ອງຖິ່ນ. ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ຫັນລົງຮາກຖານປະຕິບັດບົດບາດຕິດຕາມ-ກວດກາຂອງແນວລາວສ້າງຊາດເພື່ອກຳແໜ້ນແນວຄິດຈິດໃຈ ແລະ ຄວາມມຸ້ງມາດປາຖະໜາຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ.
ໃນກອງປະຊຸມໄດ້ຮັບຟັງການປະກອບຄຳຄິດ ຄຳເຫັນຈາກຕາງໜ້າອົງການຈັດຕັ້ງມະຫາຊົນ ໃນການປຸກລະດົມມະຫາຊົນເຂົ້າຮ່ວມສ້າງຂະ ບວນການຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ຕາງໜ້າແນວລາວສ້າງຊາດຈາກແຂວງຕ່າງໆໄດ້ປະກອບຄຳເຫັນໃນຫົວຂໍ້ຕ່າງໆທີ່ພົ້ນເດັ່ນພາຍໃນແຂວງເປັນຕົ້ນ ການຊຸກຍູ້ປະຊາຊົນບັນດາເຜົ່າໃນການປູກຊາຂຽວເປັນສິນຄ້າຂອງແຂວງຜົ້ງສາລີ, ຂະບວນການສ້າງຄອບຄົວຕົວແບບ ແລະ ບ້ານສະມາຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງໄຊສົມບູນ.ຂະບວນການສ້າງຄອບຄົວແລະ ບ້ານສາມັກຄີປອງດອງຢູ່ແຂວງເຊກອງ. ການປັບປຸງກົງຈັກການຈັດຕັ້ງຂົງເຂດແນວລາວສ້າງຊາດຢູ່ແຂວງບໍລິຄຳໄຊ.ພ້ອມນີ້ຜູ້ແທນກອງປະຊຸມຍັງໄດ້ປະກອບຄຳເຫັນຕໍ່ບົດສະຫຼຸບ ບົດລາຍງານເພື່ອໃຫ້ຄົບຖ້ວນສົມບູນ.
(ຂ່າວ: ມະລິ, ພາບ: ຍຸພິນທອງ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com