Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫະພັນ ກຳມະບານ ກະຊວງການຕ່າງປະເທດ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງຕົນຂຶ້ນ ໃນວັນທີ 11 ສິງຫານີ້, ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ພາຍໃຕ້ການເປັນປະທານຂອງ ສະຫາຍ ບົວພັດ ພຸດທະວົງ ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງການຕ່າງ ປະເທດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ປ້ານ ນ້ອຍມະນີ ກໍາມະການສູນ ກາງພັກ ປະທານສູນກາງສະ ຫະພັນກຳມະບານລາວ; ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ບົວພັດ ພຸດທະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍໄດ້ທົບທວນຄືນສະພາບການເຄື່ອນໄຫວວຽກງານກຳມະບານຢູ່ກະຊວງການຕ່າງປະເທດ ຕະຫຼອດໄລຍະ 4 ປີ ກວ່າຜ່ານມາ ແລະ ທິດທາງຄາດໝາຍສູ້ຊົນໃນໄລຍະ 5 ປີ ຕໍ່ໜ້າ (2020-2025), ໄດ້ຕີລາຄາຜົນງານອັນພົ້ນເດັ່ນ ແລະ ຜົນສໍາເລັດທີ່ຍາດມາໄດ້ໃນການເຄື່ອນໄຫວ ພ້ອມທັງຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນ ມາໄດ້ ໃນດ້ານຕ່າງໆທີ່ສະຫະ ພັນກຳມະບານກະຊວງການຕ່າງປະເທດຍາດມາໄດ້.
ສະຫະພັນກຳມະບານກະຊວງການຕ່າງປະເທດ ຍາມໃດກໍໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກກຳມະບານຂອງຕົນ ເພື່ອໃຫ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ກຳໄດ້ແນວທາງນະໂຍບາຍການຕ່າງປະເທດຂອງພັກຢ່າງໜັກແໜ້ນ. ພ້ອມທັງເຄື່ອນໄຫວວຽກງານໂດຍຖືເອົາຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ສູນກາງກຳມະບານລາວວາງອອກໃນການຈັດຕັ້ງປະຕິບັດໂດຍຕິດພັນກັບວຽກງານວິຊາສະເພາະຂອງຕົນ.
ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະຫະພັນກຳມະບານກະຊວງການຕ່າງ ປະເທດຊຸດໃໝ່, ຊຶ່ງມີຜູ້ສະໝັກທັງໝົດ 15 ສະຫາຍ, ຍິງ 3 ສະ ຫາຍ, ເລືອກເອົາ 11 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກເອົາ ສະຫາຍ ວັນທາ ແສງເມືອງ ເປັນປະທານ; ສະຫາຍ ຄຳໄພ ພັນທອງດີ ເປັນຮອງປະທານ, ສະຫາຍ ກັນຍາ ຄຳມຸງຄຸນ ເປັນຮອງປະທານ ທັງເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນກຳມະບານກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ.
ໃນໂອກາດດັ່ງກ່າວນີ້, ສະຫາຍ ປ້ານ ນ້ອຍມະນີ ໄດ້ໃຫ້ກຽດປະດັບຫຼຽນກຳມະບານ ສູງສຸດໃຫ້ແກ່ຄະນະພັກ-ຄະ ນະນຳກະຊວງການຕ່າງປະ ເທດທີ່ມີຜົນງານອັນພົ້ນເດັ່ນໃນການຊີ້ນຳ-ນຳພາ ສະຫະ ພັນກຳມະບານກະຊວງການຕ່າງປະເທດໃນໄລຍະຜ່ານມາ. ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ສະຫະພັນກຳມະບານກະຊວງການຕ່າງ ປະເທດ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ກຳ ມະບານທຸກຂັ້ນຈົ່ງຊ່ວຍກັນແກ້ໄຂບັນດາຂໍ້ຄົງຄ້າງ, ປະຕິບັດສິດພາລະບົດບາດກຳມະບານຕິດພັນກັບວຽກງານຂອງຕົນໃຫ້ແທດເໝາະ ແນໃສ່ເຮັດໃຫ້ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານມີຄວາມເຂົ້າໃຈແຈ້ງຕໍ່ແນວທາງຂອງພັກ ແລະ ກົດລະບຽບຂອງລັດ ກໍຄືແນວທາງນະໂຍບາຍການຕ່າງປະເທດຂອງພັກເຮົາ ເພື່ອປົກປ້ອງສິດຜົນປະໂຫຍດຂອງເຂົາເຈົ້າຢ່າງແທ້ຈິງ.
(ຂ່າວ: ນາງແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com