Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບບໍລິສັດລາວເພ້ວຽງຈັນຈຳກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍໂຄງການປັບປຸງ ແລະ ພັດທະນາລະບົບຖານຂໍ້ມູນຂອງວຽກງານ ຖວທ ຂຶ້ນໃນວັນທີ 12 ສິງຫານີ້, ທີ່ໂຮງແຮມຫູໜານນະຄອນຫຼວງວຽງຈັນ, ຮ່ວມລົງນາມໃນຄັ້ງນີ້ມີທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ແລະ ທ່ານ ພູໄຊຊະນະ ໄຊສົມ ບັດ ປະທານບໍລິສັດລາວເພ້ວຽງຈັນ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ໃນພິທີຮ່ວມລົງນາມໃນຄັ້ງນີ້ ແມ່ນເພື່ອເປັນການສຶກສາ, ສໍາຫຼວດ, ອອກແບບ ຄວາມເປັນໄປໄດ້ໃນການສ້າງໂຄງການປັບປຸງ ແລະ ພັດທະນາລະບົບຖານຂໍ້ມູນຂອງວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາເລັດໂດຍໄວ ແລະ ສອດຄ່ອງກັບສະພາບແວດລ້ອມຕົວຈິງ, ຖານຂໍ້ມູນທຸກຢ່າງຈະເປັນການຮວບຮວມເອົາທຸກຢ່າງກ່ຽວກັບການທ່ອງທ່ຽວ, ຄົນເຂົ້າ-ອອກ, ສະຖານທີ່ທ່ອງທ່ຽວ, ຮ້ານອາຫານ, ໂຮງແຮມແຫຼ່ງວັດທະນະທຳ, ວັດຖຸ-ບູຮານ ຊຶ່ງຈະເປັນບ່ອນຮວບຮວມເອົາໝົດທຸກຂໍ້ມູນເຂົ້າມາຮວມຕົວເອີ້ນໄດ້ວ່າເປັນບ່ອນເກັບກຳສະຖິຕິຂໍ້ມູນເຂົ້າໄວ້ໃນຖານຂໍ້ມູນຂອງຊາດ ນີ້ແມ່ນຂໍ້ດີຂອງການຫັນເປັນຖານຂໍ້ມູນ ເພື່ອຄວາມສະດວກໃນການສຶກສາຄົ້ນຄວ້າ ເຮັດການບໍລິການ ແລະ ອີກເປົ້າໝາຍໜຶ່ງກໍ່ເພື່ອອໍານວຍຄວາມສະດວກ ໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ຈໍາເປັນ ແລະ ກ່ຽວຂ້ອງກັບການພັດທະນາລະບົບຖານຂໍ້ມູນ. ຕິດຕາມກວດກາ ແລະ ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການສະໜັບສະໜູນ ຮ່ວມມື ກັບ ບໍລິສັດ ລາວເພ້ ວຽງຈັນ ຈໍາກັດຜູ້ດຽວ ແລະ ລາຍງານ ຄວາມຄືບໜ້າ ໃຫ້ແກ່ແກນນໍາກະຊວງເປັນແຕ່ໄລຍະ.
ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບນີ້ ມີກໍານົດ ເລີ່ມໃຊ້ໄດ້ແຕ່ວັນທີ 12/8/2020 ເຖິງວັນທີ 12/8/2021.
(ຂ່າວ: ພູວັນ)
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com