Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຖາບັນການເມືອງ-ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມເຊື່ອມຊຶມ ມະຕິຂອງກົມການເມືອງສູນກາງ ພັກ ໃຫ້ແກ່ຄະນະພັກ, ຄູ-ອາ ຈານ ແລະ ນັກສຶກສາ ຊຶ່ງຈັດຂຶ້ນໃນວັນທີ 12 ສິງຫານີ້ ທີ່ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ພູວົງ ອຸ່ນຄຳແສນ ເລຂາຄະນະພັກ ຮັກສາການຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການຈັດກອງປະຊຸມເຊື່ອມຊຶມໃນຄັ້ງນີ້ ກໍເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ ແລະ ພະນັກ ງານ ຄູ-ອາຈານ ກຳໄດ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມະຕິຕ່າງໆ ຂອງກົມການເມືອງສູນກາງພັກທີ່ກຳນົດອອກໃນແຕ່ລະໄລຍະ ຊຶ່ງມະຕິທີ່ນຳມາເຊື່ອມຊຶມໃນຄັ້ງນີ້ປະກອບມີຄື: ມະຕິກອງປະຊຸມຄົບຄະນະຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ທີ່ສະເໜີ ໂດຍ ທ່ານພູວົງ ອຸ່ນຄຳແສນ; ມະຕິຂອງກົມກາງເມືອງສູນກາງພັກ ເລກທີ 111/ກມສພ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ທີ່ສະເໜີໂດຍ ທ່ານ ອຸບົນ ມະຫາໄຊ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ; ມະຕິຂອງກົມການເມືອງສູນກາງພັກ ເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນການຍຸຕິທຳ ທີ່ສະເໜີ ໂດຍ ນາງ ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ແລະ ມະຕິຂອງກົມການເມືອງສູນກາງພັກ ເລກທີ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ ທີ່ສະເໜີ ໂດຍ ທ່ານ ສະໝຸດທອງ ສົມພານິດ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ.
ທ່ານ ພູວົງ ອຸ່ນຄຳແສນ ໄດ້ກ່າວວ່າ: ແຕ່ວັນທີ 8 ເຖິງວັນທີ 12 ມິຖຸນາ 2020 ທີ່ສຳນັກງານສູນການພັກປະຊາຊົນປະຕິວັດລາວ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 10 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ບັນຫາສຳຄັນຄື: 1) ການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7,8,9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ, ເງິນຕາປະຈຳໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ; 2) ຮ່າງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; 3) ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); 4) ການປັບປຸງກົດລະບຽບຂອງພັກ ສະໄໝທີ X ແລະ 5) ທິດປັບປຸງກົງຈັກລັດຖະບານ.
(ຂ່າວ-ພາບ: ບຸນຕອມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com