Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ III ຂອງ 3 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກຫ້ອງວ່າການແຂວງຄື: ໜ່ວຍພັກຄົ້ນຄ້ວາສັງລວມ, ໜ່ວຍພັກຄຸ້ມຄອງບໍລິຫານພິ ທີການ ແລະ ການເງິນ, ໜ່ວຍພັກຄະນະຮັບຜິດຊອບອະນຸສາວະລີແຂວງ ແລະ ເປັນກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກກໍ່ສ້າງຮາກຖານການເມືອງ ແລະ ຈັດຕັ້ງກວດກາ ຊຶ່ງເປັນອີກໜ່ວຍໜຶ່ງທີ່ຂຶ້ນກັບຮາກຖານພັກຫ້ອງວ່າການແຂວງຊຽງຂວາງ ກອງປະຊຸມໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຊຽງຂວາງ, ມີສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະຮາກຖານພັກ, ຄະນະໜ່ວຍພັກທີ່ຂຶ້ນກັບຮາກຖານພັກຫ້ອງວ່າການ, ມີບັນດາສະມາຊິກພັກສົມບູນ, ສຳຮອງ ແລະ ແຂກຖືກເຊີນຈາກໜ່ວຍພັກອ້ອມຂ້າງເຂົ້າຮ່ວມກອງປະຊຸມບັນດາຄະນະໜ່ວຍພັກ ໄດ້ຜັດປ່ຽນກັນຂຶ້ນສະຫຼຸບການ ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ II ແລະ ທິດທາງແຜນການ 2020-2024, ຜ່ານບົດສຳຫຼວດການນຳພາຂອງຄະນະພັກ, ຂອງບັນດາໜ່ວຍພັກ, ມອບຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນໃຫ້ກັບ 3 ໜ່ວຍພັກຄື: ໜ່ວຍພັກຄົ້ນຄ້ວາສັງລວມ, ໜ່ວຍພັກຄຸ້ມຄອງບໍລິຫານ ພິ ທີການ ແລະ ການເງິນ, ໜ່ວຍພັກຄະນະຮັບຜິດຊອບອະນຸສາວະລີແຂວງ, ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຊຶ່ງຜົນອອກມາດັ່ງນີ້ ໜ່ວຍພັກຄົ້ນຄວ້າສັງລວມ ສະຫາຍ ວົງເພັດ ມັງທະພອນ ເປັນເລ ຂາໜ່ວຍພັກ, ສະຫາຍ ວິໄລຄຳ ມົວວ່າງຢ່າ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ຄຳສະຫວາດ ສີນວນທອງ ເປັນຄະນະ, ສະຫາຍນາງ ສົມພອນ ບູ່ພາລາ ເປັນຮອງປະທານ ກວດກາ, ໜ່ວຍພັກຄຸ້ມຄອງບໍລິຫານພິທີການ ແລະ ການເງິນ ສະຫາຍນາງ ຈັນທະສອນ ພູນສຸກ ເປັນເລຂາ, ສະຫາຍນາງ ສອນທະໄລ ສີທະນົນໄຊ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ສົມທອງ ນາຖາວົງ ເປັນຄະນະ, ສະຫາຍ ດາວອນ ດາລາວົງ ເປັນຮອງປະທານກວດກາ, ໜ່ວຍພັກຄະນະຮັບຜິດຊອບອະນຸສາວະລີແຂວງ ສະຫາຍນາງ ອູໄທ ມາສີຊົນໄຊ ເປັນເລຂາ, ສະຫາຍ ຕຸດຄຳ ໂດຍໄມຈັນ ເປັນຮອງເລຂາ ທັງເປັນຜູ້ຮັບຜິດຊອບວຽກງານກວດກາ, ໜ່ວຍພັກກໍ່ສ້າງຮາກຖານການເມືອງ ແລະ ຈັດຕັ້ງກວດກາ ສະຫາຍ ຄຳໄສ ອ້ວນຄຳຈັນ ເປັນເລຂາ, ສະຫາຍ ສຸກສະຫວັນ ເທບທິດາ ເປັນຮອງເລຂາ ທັງເປັນຜູ້ຮັບຜິດຊອບວຽກງານກວດກາ, ສະຫາຍ ສົມພອນ ເພັງມະແສງ ເປັນຄະນະ, ສະຫາຍນາງ ສອນວິໄລ ແສນຄຳແພງ ເປັນຜູ້ຊ່ວຍຜູ້ຮັບຜິດຊອບວຽກງານກວດກາ ກອງປະຊຸມ ຄັ້ງນີ້ ໄດ້ຮັບຟັງການໂອ້ລົມຂອງສະຫາຍ ບຸນຈັນ ສີວົງພັນ ຄະນະປະຈຳພັກແຂວງຮອງເຈົ້າແຂວງໆຊຽງຂວາງ ຊຶ່ງທ່ານໄດ້ກ່າວວ່າ: ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາແຜນການທີ່ວາງໄວ້ ແລະ ບາງວຽກງານທີ່ ຍັງປະຕິບັດບໍ່ທັນສຳເລັດ, ຮັກ ສາຄວາມສາມັກຄີພາຍໃນ ພາຍນອກ, ເປັນເຈົ້າການໃນການເຊື່ອມຊຶມນິຕິກຳຕ່າງໆ, ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຕ້ານ ແລະ ຢຸດຕິຄົນເຈົ້າຄົນຂ້ອຍ, ເຮັດວຽກລວມສູນປະຊາທິປະໄຕ ຢຶດໝັ້ນແບບແຜນວິທີເຮັດວຽກ-ຊີ້ນຳ-ນຳພາຂອງພັກ, ການຂະ ຫຍາຍພັກຖືເອົາຄຸນນະພາບເປັນກົກ, ຍົກສູງຈັນຍາບັນຂອງພະນັກງານ-ລັດຖະກອນ, ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງ ສິນທຳປະຕິວັດ ວິຊາສະເພາະ ແລະ ການດຳລົງຊີວິດ, ຍົກສູງຄຸນນະພາບວຽກງານຫ້ອງວ່າການ ເປັນເສນາທິການທີ່ດີໃຫ້ແກ່ການນຳ ຈັດລຽງແຜນດຳເນີນງານຂອງໜ່ວຍພັກ ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ປະກົດຜົນເປັນຈິງ.
(ຂ່າວ: ບຸນມີ ແສງທຸມມີ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com