Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຮຽນ: ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ເຄົາລົບ ແລະ ນັບຖືຢ່າງສູງ;
ຮຽນ: ທ່ານ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ຖວທ ທີ່ເຄົາລົບ ແລະ ນັບຖືຢ່າງສູງ;
ມື້ນີ້ພວກເຮົາ ໄດ້ມາໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ ດ້ວຍບັນຍາກາດອັນຄຶກຄື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນອັນເລິກເຊິ່ງ, ນະໂອກາດນີ້ ຂໍອະນຸຍາດຮຽນລາຍງານປະ ຫວັດ ແລະ ຜົນງານໂດຍສັງ ເຂບດັ່ງນີ້:
ກ່ອນໜ້ານີ້ 70 ປີ ຄືໃນວັນທີ 13 ສິງຫາ 1950, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ຕົກລົງສ້າງຕັ້ງ “ແນວລາວອິດສະຫຼະ” ແລະ “ລັດຖະບານລາວຕໍ່ຕ້ານ”; ກອງປະຊຸມຄັ້ງນີ້ ໄດ້ຕົກລົງສ້າງຕັ້ງໜັງສືພິມ ແລະ ໂຮງພິມ “ລາວອິດສະຫຼະ” ຂຶ້ນ ເພື່ອພິມເອກະສານຂອງກອງປະຊຸມໃຫຍ່, ຄຳຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ ແລະ ພິມໜັງສືພິມລາວອິດສະຫຼະ.
ນັບແຕ່ມື້ສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ 22 ມີນາ 1955 ເປັນຕົ້ນມາ, ພັກໄດ້ເອົາໃຈໃສ່ຢ່າງໃກ້ຊິດຊີ້ນຳໜັງສືພິມລາວອິດສະຫຼະ ກໍຄືໜັງສືພິມປະຕິວັດ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ.
ເພື່ອເຮັດໜ້າທີ່ໂຄສະນາຮັບໃຊ້ໃຫ້ແກ່ການລວມລາວຄັ້ງທີ I ໃນໄລຍະປີ 1957-1959, ໂຮງພິມ ແລະ ໜັງສືພິມລາວຮັກຊາດ ໄດ້ຍ້າຍສຳນັກງານມາຢູ່ນະຄອນຫຼວງວຽງຈັນ. ໃນໄລຍະນັ້ນ, ສະພາບທາງການເມືອງມີຄວາມເຄັ່ງຕຶງ, ລັດຖະບານຂອງສະເດັດເຈົ້າສຸວັນນະພູມມາ ຖືກໂຄ່ນລົ້ມ, ສະເດັດເຈົ້າສຸພານຸວົງ ແລະ ບັນດາຜູ້ນຳຂອງແນວລາວຮັກຊາດຖືກຈັບກຸມຄຸມຂັງເຂົ້າຄຸກໂພນເຄັງ ຊຶ່ງໃນນັ້ນມີ ທ່ານ ສີຊະນະ ສີສານ ຜູ້ຊີ້ນຳ ແລະ ຫົວໜ້າໜັງສືພິມ ກໍຖືກຈັບເຊັ່ນດຽວກັນ, ສະນັ້ນ, ໜັງສືພິມ ແລະ ໂຮງພິມ ກໍຖືກປິດຊົ່ວຄາວ. ແຕ່ໜັງສືພິມໄດ້ສືບຕໍ່ພິມຢູ່ປະເທດຫວຽດນາມ. ຫຼັງຈາກນັ້ນ, ຈຶ່ງໄດ້ກັບຄືນມາພິມຢູ່ເຂດທີ່ໝັ້ນຂອງການປະຕິວັດ ທີ່ແຂວງຫົວພັນ.
ພາຍຫຼັງບັນດາຜູ້ນຳຂອງແນວລາວຮັກຊາດ ໄດ້ໂຕນອອກຈາກຄຸກໂພນເຄັງ ກັບຄືນສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພແລ້ວ ໃນວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວກໍໄດ້ຮັບການສ້າງຕັ້ງຂຶ້ນ, ໃນໄລຍະນັ້ນ ທ່ານ ຄຳໄຕ ສີພັນດອນ ແລະ ທ່ານອື່ນໆກໍໄດ້ເພີ່ມທະວີຂົນຂວາຍປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການປະຕິວັດ, ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫຼ້ງຕີນມືຂອງພວກເຂົາໄດ້ຢ່າງພິລະອາດຫານ.
ຕໍ່ມາ, ໃນວັນທີ 6 ມັງກອນ ປີ 1968 ທ່ານ ສຸພານຸວົງ ປະທານແນວລາວຮັກຊາດ ໄດ້ລົງນາມໃນມະຕິຕົກລົງຂອງສູນກາງແນວລາວຮັກຊາດ ການສ້າງຕັ້ງສຳນັກຂ່າວສານປະເທດລາວຂຶ້ນຢ່າງເປັນທາງການ ເພື່ອເຮັດໜ້າທີ່ຖະແຫຼງຂ່າວສູ່ພາຍໃນ ແລະ ຕ່າງປະເທດ.
ຕະຫຼອດໄລຍະແຫ່ງການປະຕິບັດພາລະກິດຕໍ່ສູ້ກູ້ຊາດ, ສື່ມວນຊົນ ແລະ ການພິມຈໍາໜ່າຍ ໄດ້ສຸມໃສ່ໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ປຸກລະດົມ ນໍ້າໃຈຮັກຊາດຂອງປະຊາຊົນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດຢ່າງພິລາດອາດຫານ. ເຖິງວ່າຈະມີອຸປະສັກໃນການປະຕິບັດໜ້າທີ່ວຽກງານ, ເຮືອບິນມາຖິ້ມລະເບີດໃສ່ບໍ່ເວັ້ນແຕ່ລະວັນ, ຝົນຕົກ, ອາກາດໜາວຈົນເຂົ້າກະດູກ, ການດໍາລົງຊີວິດໃນແຕ່ລະວັນຈະພົບກັບຄວາມຫຍຸ້ງຍາກຂາດເຂີນນາໆປະການ, ອຸປະກອນຮັບໃຊ້ວິຊາສະເພາະຂາດເຂີນ ແລະ ບໍ່ພຽງພໍ, ແຕ່ນັກຮົບສື່ມວນຊົນ ແລະ ການພິມຈໍາໜ່າຍ ທຸກຄົນຕ່າງກໍຮັກແພງສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດຫຼ້ອນໜ້າທີ່ຕາມການມອບໝາຍໄດ້ເປັນຢ່າງດີ ແລະ ທັນກັບສະພາບການ.
ພາຍຫຼັງໄດ້ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ສື່ມວນຊົນ ແລະ ການພິມຈໍາໜ່າຍ ກໍໄດ້ສືບຕໍ່ປະຕິບັດໜ້າທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ໃນການເຜີຍແຜ່ແນວທາງຂອງພັກ, ແຜນນະໂຍບາຍຂອງລັດ, ປຸກລະດົມທົ່ວປວງຊົນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງເປັນຂະບວນຟົດຟື້ນ, ຕໍ່ເນື່ອງ ແລະ ທັງຕອບໂຕ້ບັນດາຖ້ອຍທໍານອງທີ່ບິດເບືອນຂອງອິດທິກໍາລັງທີ່ເປັນປໍລະປັກໄດ້ຢ່າງທັນການ.
ປັດຈຸບັນ ພວກເຮົາມີສື່ສິ່ງພິມເຊັ່ນ: ໜັງສືພິມ ແລະ ວາລະສານ ປະເພດຕ່າງໆຫຼາຍສົມຄວນ, ສະຖານີວິທະຍຸກະຈາຍສຽງ ແລະ ສະຖານີໂທລະພາບ ຫຼາຍສະຖານີ, ມີຕາໜ່າງໂທລະໂຄ່ງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ. ອົງການສື່ມວນຊົນ ທຸກລະດັບ ໄດ້ເຂົ້າສູ່ການນໍາໃຊ້ ສື່ແບບໃໝ່ ຢ່າງກວ້າງຂວາງ ໂດຍເຫັນວ່າປະຊາກອນລາວໃນທັງໝົດປະມານ 7 ລ້ານກວ່າຄົນ ໄດ້ມີການຊົມໃຊ້ສື່ໃໝ່ກວມສ່ວນຫຼາຍ ເພື່ອກະຈາຍຂໍ້ມູນຂ່າວສານໃຫ້ທົ່ວເຖິງ.
ໄປຄຽງຄູ່ກັບການພັດທະ ນາພື້ນຖານໂຄງລ່າງ, ບຸກຄະລາກອນສື່ມວນຊົນ ໄດ້ຮັບການຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ, ຂໍ້ກຳນົດກົດໝາຍຂອງລັດ, ທັງໄດ້ຮັບການຍົກລະດັບວິຊາການ ຢູ່ພາຍໃນ ແລະ ຕ່າງປະເທດ ອັນໄດ້ເຮັດໃຫ້ເນື້ອໃນສາລະມີຫຼາຍຮູບຫຼາຍສີ. ນອກນັ້ນ, ນິຕິກໍາ ແລະ ກົດໝາຍສື່ມວນຊົນ ກໍໄດ້ຮັບການສ້າງ ແລະ ປັບປຸງ.
ນອກນັ້ນ, ສື່ມວນຊົນ ໄດ້ເອົາໃຈໃສ່ໂຄສະນາໃຫ້ແກ່ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ຢ່າງຕໍ່ເນື່ອງ ແລະ ໃນໄລຍະເປີດປີທ່ອງທ່ຽວລາວ 2018 ແລະ ທ່ອງທ່ຽວລາວ-ຈີນ 2019 ສື່ມວນຊົນ ທຸກຂະແໜງການ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ສຸມໃສ່ໂຄສະນາແຫຼ່ງທ່ອງທ່ຽວ ທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາທີ່ເປັນເອກະລັກຂອງຊາດ.
ອັນພົ້ນເດັ່ນທີ່ສຸດແມ່ນອົງການສື່ມວນຊົນເຮົາໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ໃນການເຜີຍແຜ່ຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນໃນທົ່ວປະເທດ ຮັບຮູ້, ເຂົ້າໃຈໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19. ທ່າມກາງສະພາບຄວາມສ່ຽງຕໍ່ການຕິດແປດພະຍາດດັ່ງກ່າວ ນັກຂ່າວສື່ມວນຊົນກໍໄດ້ສຸມໃສ່ ຖ່າຍທອດສົດການຖະແຫຼງຂ່າວປະຈໍາວັນຂອງຄະນະສະເພາະກິດ, ຕິດຕາມລາຍງານການປະຕິບັດວຽກງານຂອງຄະນະສະເພາະກິດທຸກຂັ້ນ ແລະ ສະພາບການຕິດເຊື້ອຢູ່ຕະຫຼອດເວລາ ທັງຢູ່ພາຍໃນ ແລະ ໃນທົ່ວໂລກ; ໄດ້ລາຍງານຂ່າວການແກ້ໄຂ ແລະ ຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ, ພະຍາດລະບາດ ແລະ ສັດຕູພືດ ເປັນຕົ້ນອຸທົກກະໄພຢູ່ພາກເໜືອ, ກາງ ແລະ ພາກໃຕ້; ໄດ້ເອົາໃຈໃສ່ປະກອບສ່ວນວຽກງານຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີຂອງສັງຄົມຢ່າງເລິກເຊິ່ງ, ຮອບດ້ານ, ທັນການ ແລະ ຕໍ່ເນື່ອງ; ໄດ້ຕັກເຕືອນ, ສຶກສາອົບຮົມບຸກຄົນທີ່ກະທໍາຜິດ ແລະ ໄດ້ອອກແຈ້ງການເຖິງບັນດານິຕິບຸກຄົນ ແລະ ການຈັດຕັ້ງສັງຄົມຕ່າງໆ ທີ່ສ້າງຕັ້ງໜ້າຂ່າວອອນລາຍ ຕ້ອງໄດ້ຈົດທະບຽນຕາມກົດໝາຍຂອງລາວ ຊຶ່ງໃນທີ່ສຸດ ກໍສາມາດຈໍາກັດພື້ນທີ່ຂ່າວປອມ, ຂ່າວລວງ, ຂ່າວອະກຸສົນ, ຂ່າວປັ່ນປ່ວນຫຼຸດລົງຢ່າງຊັດເຈນ ແລະ ສ້າງຄວາມເຂົ້າໃຈ, ຄວາມຮັບຮູ້ໃຫ້ແກ່ສັງຄົມກໍຄືປະຊາຊົນດີຂຶ້ນ, ເຮັດໃຫ້ເຂົາເຈົ້າມີສະຕິ, ຕື່ນຕົວ ແລະ ເປັນເຈົ້າການນໍາໃຊ້ສື່ອອນລາຍ.
ປັດຈຸບັນສື່ໄດ້ສຸມໃສ່ໂຄສະນາການເຜີຍແຜ່ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ; ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII; ວຽກງານຈຸດສຸມຂອງລັດຖະບານ, ຂອງສະພາແຫ່ງຊາດຊຸດທີ VIII; ຂະບວນການກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ອື່ນໆ. ພ້ອມນັ້ນ, ສື່ມວນຊົນຍັງຈະໄດ້ສຸມໃສ່ສືບຕໍ່ໂຄສະນາໃນການຟື້ນຟູເສດຖະກິດ-ສັງຄົມ ແລະ ວິຖີການດໍາລົງຊີວິດແບບໃໝ່ (New Normal) ຫຼັງໂຄວິດ-19.
ບັນດາທ່ານທີ່ນັບຖື !
ສໍາລັບວຽກງານການພິມຈໍາໜ່າຍ, ຕະຫຼອດໄລຍະ 70 ປີທີ່ຜ່ານມາ ກໍໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ຜົນງານທີ່ພົ້ນເດັ່ນແມ່ນໄດ້ສໍາເລັດການສ້າງກົດໝາຍ ວ່າດ້ວຍການພິມຈຳໜ່າຍ, ກົດໝາຍວ່າດ້ວຍຫໍສະໝຸດ, ນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ, ໄດ້ກໍານົດການແບ່ງຂັ້ນຄຸ້ມຄອງວຽກງານການພິມຈໍາໜ່າຍ ໃນຂອບເຂດທົ່ວປະເທດ, ພັດທະນາບຸກຄະລາກອນດ້ານການພິມຈໍາໜ່າຍ ແລະ ຫໍສະໝຸດຢ່າງເປັນລະບົບ ແລະ ຕໍ່ເນື່ອງ.
ພື້ນຖານໂຄງລ່າງດ້ານໂຮງພິມ, ເຕັກນິກການພິມ, ການອອກແບບສິ່ງພິມ, ການຜະລິດສິ່ງພິມຕ່າງໆ ຂອງບັນດາໂຮງພິມພາກລັດ ແລະ ເອກະຊົນໄດ້ຮັບການພັດທະນາ ໂດຍນຳໃຊ້ເຕັກໂນໂລຊີ, ເຄື່ອງຈັກ ແລະ ອຸປະກອນທີ່ທັນສະໄໝເຂົ້າໃນການຜະລິດ ເພື່ອບໍລິການສັງຄົມ, ສາມາດຕອບສະໜອງປື້ມ ແລະ ຈຳໜ່າຍສິ່ງພິມຕ່າງໆ ທັງປະລິມານ ແລະ ຄຸນນະພາບ ຢູ່ພາຍໃນປະເທດໄດ້ດີເປັນກ້າວໆມາ.
ປັດຈຸບັນ, ທົ່ວປະເທດມີໂຮງພິມ, ສຳນັກພິມ, ບໍລິສັດແປພາສາ, ອອກແບບໂຄສະນາ, ຮ້ານຈຳໜ່າຍປື້ມ, ແລະ ຫໍສະໝຸດ ໃນລະດັບຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໄດ້ຫຼາຍພໍສົມຄວນ. ມີນັກປະພັນ, ສິລະປິນ ທັງຊາຍ ແລະ ຍິງ ຫຼາຍພໍສົມຄວນ, ຫຼາຍທ່ານ ໄດ້ຮັບລາງວັນຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ຊີໄຣ, ສິນໄຊ, ສູນທອນພູ່, ນັກຂຽນໜຸ່ມອາຊຽນ, ນາມ ມະຍົດສິລະປິນແຫ່ງຊາດ, ສິ ລະປິນດີເດັ່ນ ແລະ ອື່ນໆ.
ພ້ອມດຽວກັນ ກໍໄດ້ລົງຕິດຕາມກວດກາສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນວຽກງານການພິມຈໍາໜ່າຍຢ່າງເປັນປົກກະຕິ, ສຶກສາອົບຮົມຜູ້ປະກອບການດ້ານການພິມຈໍາໜ່າຍໃຫ້ດໍາເນີນກິດຈະການເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເປັນຕົ້ນການຄ້າຂາຍປຶ້ມທາງອອນລາຍ, ການນໍາເຂົ້າ ແລະ ຈໍາໜ່າຍປຶ້ມທີ່ມີເນື້ອໃນເບື່ອເມົາ ແລະ ບິດເບືອນ.
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ!
ສື່ມວນຊົນ ແລະ ການພິມຈໍາໜ່າຍ ໄດ້ພັດທະນາ ແລະ ສ້າງຜະລິດຕະພັນໃໝ່ຫຼາກຫຼາຍຮູບແບບສີສັນ, ສາມາດດຶງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ເຂົ້າເຖິງຂໍ້ມູນຂ່າວສານເຫດການຕ່າງໆ ໄດ້ດີ, ວ່ອງໄວ ແລະ ເຊື່ອຖືໄດ້ ນັບມື້ນັບຫຼາຍຂຶ້ນ ຊຶ່ງພວກເຮົາສາມາດເວົ້າໄດ້ວ່າທັງໝົດຍັງສາມາດຮັກສາບົດບາດການເປັນຜູ້ແນະນໍາ, ນໍາພາຫາງສຽງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ.
ສະມາຄົມນັກຂ່າວແຫ່ງ ສປປ ລາວ, ສະມາຄົມນັກປະພັນ, ສະມາຄົມການພິມ ແລະ ສະມາຄົມຫໍສະໝຸດ ເປັນອົງການຈັດຕັ້ງການເມືອງ-ສັງຄົມ ແລະ ວິຊາຊີບຂອງຜູ້ເຮັດວຽກເຫຼົ່ານີ້ກໍໄດ້ສະແດງບົດບາດສໍາຄັນຂອງຕົນ.
ພ້ອມດຽວກັນນັ້ນ, ໃນປີນີ້ພວກເຮົາໄດ້ສໍາເລັດຮ່າງດໍາລັດວ່າດ້ວຍນາມມະຍົດນັກຂ່າວ ແລະ ໄດ້ສະເໜີໄປຕາມຂັ້ນຕອນ ແລະ ຄາດວ່າດໍາລັດດັ່ງກ່າວຈະອອກມາພາຍໃນປີນີ້. ຜູ້ມີຜົນງານ, ຜູ້ມີຜະລິດຕະພັນດີ່ເດັ່ນເປັນທີ່ຮັບຮູ້ ແລະ ໄດ້ຮັບຄວາມນິຍົມຈາກສັງຄົມຈະໄດ້ຮັບນາມມະຍົດເປັນນັກຂ່າວປະຊາຊົນ, ນັກຂ່າວພັດທະນາ ແລະ ນັກຂ່າວຕະລຸມບອນຕາມລໍາດັບ.
ໃນງານສະເຫຼີມສະຫຼອງໃນວັນນີ້ ອົງການສື່ທີ່ປະກອບສ່ວນຢ່າງຕັ້ງໜ້າເຜີຍແຜ່ຂໍ້ມູນຂ່າວສານຕ້ານພະ ຍາດໂຄວິດ-19 ແລະ ໄພພິບັດທໍາມະຊາດ ຈະໄດ້ຮັບລາງວັນ ແລະ ໃນປີນີ້ ຜູ້ທີ່ມີຜົນງານດີເດັ່ນໃນການເຮັດວຽກງານ ຖະແຫຼງຂ່າວ-ສື່ມວນຊົນ ແລະ ພິມຈໍາໜ່າຍກໍຈະໄດ້ຮັບການຍ້ອງຍໍເຊັ່ນກັນ.
ນະໂອກາດນີ້ ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນມາຍັງການນໍາພັກ-ລັດທີ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຖະແຫຼງຂ່າວ-ສື່ມວນຊົນ ແລະ ການພິມຈໍາໜ່າຍຢ່າງໃກ້ຊິດ ແລະ ຕໍ່ເນື່ອງ, ຂໍຊົມເຊີຍບັນດານັກຮົບສື່ມວນຊົນ ແລະ ການພິມຈໍາໜ່າຍ, ເພື່ອນຮ່ວມງານຜູ້ທີ່ໄດ້ມີຜົນງານດີເດັ່ນຢ່າງສຸດໃຈ (ຂໍຊົມເຊີຍ!).
ບັນດາທ່ານ ທີ່ນັບຖື ແລະ ຮັກແພງ!
ເຖິງວ່າພວກເຮົາໄດ້ມີຜົນງານອັນພົ້ນເດັ່ນດັ່ງກ່າວເຫຼົ່ານັ້ນກໍຕາມ, ແຕ່ພວກເຮົາຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂຄື:
- ການຕອບສະໜອງດ້ານງົບປະມານຂອງລັດໃນການປະຕິບັດກິດຈະກໍາ, ການສົ່ງເສີມວິຊາການຍັງຈໍາກັດ ແລະ ການສ້າງລາຍຮັບວິຊາການຂອງອົງການສື່ມວນຊົນແບບດັ່ງເດີມແມ່ນມີທ່າອ່ຽງຫຼຸດລົງເລື້ອຍໆ ເນື່ອງຈາກສັງຄົມຫັນໄປບໍລິໂພກຂໍ້ມູນຂ່າວສານ ແລະ ໃຊ້ການບໍລິການຢູ່ສື່ອອນລາຍ;
- ບຸກຄະລາກອນຜູ້ມີຄວາມຮູ້ຄວາມສາມາດທີ່ເປັນມືອາຊີບຍັງມີຈໍານວນໜ້ອຍ; ໂຄງລ່າງພື້ນຖານ, ວັດຖຸ-ເຕັກນິກຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ອຸປະກອນເຕັກນິກບາງດ້ານຍັງເກົ່າ ແລະ ເປ່ເພ ບໍ່ສາມາດເຊື່ອມຕໍ່ກັບລະບົບໃໝ່;
- ເນື້ອໃນສື່ມວນຊົນບາງຄັ້ງຄາວຍັງບໍ່ທັນເລິກເຊິ່ງ, ແຫຼມຄົມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໄດ້ເທົ່າທີ່ຄວນ. ບາງຄັ້ງຍັງຜິດພາດໃນການນໍາໃຊ້ຄໍາສັບພາສາເວົ້າ, ຂຽນຊອດກະຈາ ແລະ ບໍ່ຖືກຕ້ອງຕາມຫຼັກໄວຍາກອນພາສາລາວ ໃນປັດຈຸບັນ. ການຕອບໂຕ້ຖ້ອຍທໍານອງ ໂຈມຕີ ແລະ ຂ່າວປອມໃນບາງຄັ້ງຄາວຍັງບໍ່ທັນສະພາບການ;
- ການນໍາພາຫາງສຽງສັງຄົມ ແລະ ຕອບຂໍ້ຂ້ອງໃຈຂອງປະຊາຊົນ ບາງຄັ້ງຍັງບໍ່ທັນສະພາບການ; ການຄຸ້ມຄອງສື່ແບບໃໝ່ໃຫ້ເຂົ້າສູ່ລະບຽບກົດໝາຍ ຍັງພົບຂໍ້ຫຍຸ້ງຍາກ ຊຶ່ງບໍ່ສາມາດຈະຕິດຕາມ, ກວດກາທາງດ້ານເນື້ອໃນໄດ້ຢ່າງທົ່ວເຖິງ; ການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ຍອດພິມໜັງສືພິມ ແລະ ວາລະສານທຸກຊະນິດຫຼຸດລົງຫຼາຍ.
ບັນດາທ່ານ ທີ່ນັບຖື ແລະຮັກແພງ!
ສື່ມວນຊົນ ແລະ ການພິມຈໍາໜ່າຍ ໄດ້ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຮັກປະເທດຊາດບ້ານເກີດເມືອງນອນ, ຮັກເຊື້ອແພງຊາດ, ຕໍ່ສູ້ບໍ່ຍອມຈໍານົນຕໍ່ສັດຕູ, ຍາມໃດກໍຊອກຮໍ່າຮຽນຄວາມຮູ້ ແລະ ປະສົບການ ໃໝ່ໆມາຮັບໃຊ້ສັງຄົມ, ຢຶດໝັ້ນຈັນຍາບັນ, ຈັນຍາທໍາ ແລະ ເປັນເວທີຂອງມະຫາຊົນ ຊຶ່ງໄດ້ມີການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບການພັດທະນາເສດຖະກິດ ແລະ ສັງຄົມລາວ.
ນັບແຕ່ປີ 1975 ຫາ 1986 ສື່ມວນຊົນລາວແມ່ນພັກ-ລັດໄດ້ສະໜອງທຶນເຂົ້າໃສ່ການຜະລິດ ແລະ ຈໍາໜ່າຍ ແລະ ພາຍຫຼັງພັກໄດ້ມີນະໂຍບາຍເປີດກວ້າງທາງດ້ານເສດຖະກິດຕາມກົນໄກເສດຖະກິດຕະ ຫຼາດ ໂດຍສະເພາະພັກໄດ້ອອກມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 36, ລົງວັນທີ 19 ມິຖຸນາ 1993 ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່. ຈາກນັ້ນ, ສື່ມວນຊົນກໍໄດ້ສືບຕໍ່ໂຄສະນາໃນພາລະກິດການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ຄຽງຄູ່ກັນນັ້ນ ກໍຍັງໄດ້ສູ້ຊົນສ້າງລາຍຮັບວິຊາການ ມາຮັບໃຊ້ໜ້າທີ່ການເມືອງຂອງຕົນຕາມເງື່ອນໄຂຕົວຈິງຂອງແຕ່ລະອົງການສື່ ຊຶ່ງມີຈໍານວນໜຶ່ງກໍສາມາດຫຼຸດຜ່ອນການແບກຫາບດ້ານງົບປະມານຂອງລັດໄດ້ຫຼາຍດ້ານ.
ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກໄດ້ຢັ້ງຢືນ ກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ ແລະ ການພິມຈໍາໜ່າຍວ່າ: “ຕ້ອງສົ່ງເສີມການອ່ານ, ການຮຽນຮູ້, ການປະດິດແຕ່ງ; ຂະຫຍາຍຫ້ອງອ່ານ, ຫໍສະໝຸດ ແລະ ຮ້ານຈຳໜ່າຍປຶ້ມ ໃນເຂດຊຸມຊົນຕົວເມືອງ ກໍຄືໃນເຂດຊົນນະບົດ, ຕອບສະໜອງຂ່າວສານ, ເພີ່ມສື່ສິ່ງພິມ ແລະ ການໂຄສະນາທີ່ມີເນື້ອຫາສາລະທີ່ດີ, ມີຄຸນປະໂຫຍດ ເພື່ອສ້າງຄ່ານິຍົມທີ່ຖືກຕ້ອງກ້າວໜ້າໃຫ້ແກ່ຄົນໃນສັງຄົມ, ຕ້ອງປັບປຸງຍົກລະດັບຄຸນນະພາບຂອງວຽກງານໂຄສະນາຖະແຫຼງຂ່າວ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດ ທະນະທຳອັນດີງາມ ທີ່ເປັນເອກະລັກຂອງຊາດ ໄປຄຽງຄູ່ກັບການຮັບເອົາວັດທະນະທຳທີ່ກ້າວໜ້າ ແລະ ດີງາມຂອງນາໆຊາດ.”
ມາເຖິງປັດຈຸບັນ, ໂລກໄດ້ມີການປ່ຽນແປງຢ່າງຮອບດ້ານ, ຊຶ່ງມີທັງດ້ານດີ ແລະ ດ້ານຫຍໍ້ທໍ້, ລະບົບເຕັກໂນໂລຊີ ແລະ ນະວັດຕະກໍາດ້ານການສື່ສານ ໄດ້ມີການພັດທະນາຢ່າງວ່ອງໄວ ແລະ ເຊື່ອມໂຍງຂໍ້ມູນຂ່າວສານຢ່າງກວ້າງຂວາງ ພ້ອມກັບການນໍາເອົາລະບົບປັນຍາປະດິດ (AI) ເຂົ້າມານໍາໃຊ້ໃນຊີວິດປະຈໍາວັນ. ຈາກສະພາບດັ່ງກ່າວ, ສື່ມວນຊົນແຕ່ລະປະເພດໄດ້ປະເຊີນໜ້າກັບສິ່ງທ້າທາຍ ທີ່ກົດດັນຕົນເອງໃຫ້ພັດທະນາດ້ານເນື້ອໃນ ແລະ ຮູບແບບການນໍາສະເໜີຜະລິດຕະພັນ ເພື່ອປະສິດທິພາບທາງດ້ານການຈໍາໜ່າຍ ແລະ ຄວາມນິຍົມຂອງຜູ້ຊົມໃຊ້.
ບັນດາທ່ານ ທີ່ນັບຖື ແລະຮັກແພງ !
ເພື່ອສືບຕໍ່ເຮັດສໍາເລັດໜ້າທີ່ການເມືອງໃນຕໍ່ໜ້າ, ພວກເຮົາຈະເລັ່ງໃສ່ການພັດທະນາ ດັ່ງນີ້:
- ສືບຕໍ່ພັດທະນາອົງການເຫຼົ່ານີ້ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ, ຖືກຕ້ອງ, ຊັດເຈນ, ທັນເຫດ ການ, ໜ້າເຊື່ອຖື, ມີຄວາມຮັບຜິດຊອບ, ເປັນກະບອກສຽງທີ່ແຫຼມຄົມຂອງພັກ-ລັດ, ເປັນຂົວຕໍ່ລະຫວ່າງພັກກັບປະຊາຊົນ, ເປັນເວທີສົ່ງເສີມປະຊາທິປະໄຕປະຊາຊົນ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າພາຍໃຕ້ການນໍາພາຂອງພັກ, ເປັນແຫຼ່ງຂໍ້ມູນຂ່າວສານ, ສາລະຄວາມຮູ້, ຄວາມບັນເທີງ ແລະ ຕອບຕ້ານຖ້ອຍທໍານອງຂອງອິດທິກຳລັງປໍລະປັກໃຫ້ໄວທັນກັບສະພາບການ;
- ສືບຕໍ່ສ້າງ ແລະ ພັດທະ ນາບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານການເມືອງ, ຄຸ້ມຄອງ ແລະ ວິຊາການ ແລະ ມີຄວາມພຽງພໍກັບຄວາມຕ້ອງການໃນໄລຍະໃໝ່;
- ສືບຕໍ່ເພີ່ມທະວີການຊີ້ນຳຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນຕາມທິດທັນສະໄໝ ແລະ ໃຫ້ສັງຄົມມີສ່ວນຮ່ວມ, ຊຸກຍູ້ການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ, ສືບຕໍ່ປັບປຸງ ແລະ ສ້າງນິຕິກໍາລຸ່ມກົດໝາຍ ເພື່ອສົ່ງເສີມ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່;
- ສືບຕໍ່ສູ້ຊົນ ຫັນວິກິດການພະຍາດໂຄວິດ-19 ລະບາດ ໃຫ້ເປັນໂອກາດ ມາສ້າງລາຍຮັບວິຊາການ ຜ່ານອອນລາຍໃຫ້ຫຼາຍຂຶ້ນ ເພື່ອມາຮັບໃຊ້ພາລະກິດ ແລະ ໜ້າທີ່ການເມືອງ;
- ສືບຕໍ່ພັດທະນາໂຄງລ່າງພື້ນຖານດ້ານສື່ມວນຊົນ ແລະ ການພິມຈຳໜ່າຍໂດຍສົ່ງເສີມການລົງທຶນເພື່ອນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານການສື່ສານສູ່ລະບົບດີຈີຕອນທີ່ເຊື່ອມໂຍງກັບສາກົນ, ສ້າງສະໂມສອນຖະແຫຼງຂ່າວ, ການພິມ, ຫໍສະໝຸດຢູ່ຮາກຖານ, ນໍາເອົາຂໍ້ມູນຂ່າວສານຈາກສູນກາງລົງເຖິງຮາກຖານ ຢູ່ເຂດຫ່າງໄກສອກຫຼີກ;
- ສືບຕໍ່ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຢູ່ໃນໂລກ.
ບັນດາທ່ານທີ່ນັບຖື ແລະ ຮັກແພງ!
ການພັດທະນາໃນສະ ເພາະໜ້າ ແລະ ຍາວນານແມ່ນພັນທະ ແລະ ຄວາມຈໍາເປັນເພື່ອການຢູ່ລອດຂອງແຕ່ລະອົງການສື່ສານມວນຊົນ ແລະ ການພິມຈໍາໜ່າຍ, ຂ້າພະເຈົ້າ ໃນນາມຕາງໜ້າ ກະຊວງ ຖວທ ຮັບຜິດຊອບວຽກງານຖະແຫຼງຂ່າວ ແລະ ໃນນາມປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ຂໍຮຽກຮ້ອງມາຍັງນັກຮົບສື່ມວນຊົນ ແລະ ການພິມຈໍາໜ່າຍ ຈົ່ງພ້ອມກັນຕັ້ງໜ້າລົງທຶນ, ຂົນຂວາຍຫາທຶນຮອນທີ່ເໝາະສົມເພື່ອມາຍົກລະດັບດ້ານແນວຄິດ, ຄວາມສາມາດດ້ານວິຊາສະເພາະ ແລະ ນະວັດຕະກໍາກ່ຽວຂ້ອງຕ່າງໆ ແລະ ເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງ, ສຸມຈິດສຸມໃຈ, ສະຕິປັນຍາ, ກໍາລັງແຮງເຂົ້າໃສ່ວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນງານໃໝ່ໃຫຍ່ຫຼວງຂຶ້ນໄປເລື້ອຍໆ.
ນ້ຳໃຈວັນສື່ມວນຊົນ ແລະການພິມຈໍາໜ່າຍລາວວັນທີ 13 ສິງຫາຈົ່ງໝັ້ນຍືນ !
ນະໂອກາດນີ້, ຂ້າພະເຈົ້າຕາງໜ້າໃຫ້ສື່ມວນຊົນ ແລະ ການພິມຈໍາໜ່າຍ ຂໍສະແດງຄວາມຮູ້ບຸນຄຸນມາຍັງ ທ່ານ ນາຍົກລັດຖະມົນຕີ ທີ່ໄດ້ໃຫ້ກຽດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ, ຂໍອວຍໄຊໃຫ້ພອນທ່ານ ຈົ່ງມີສຸຂະພາບເຂັ້ນແຂງ, ມີອາຍຸວັນນະ ສຸຂະພະລະ ແລະ ສືບຕໍ່ນໍາພາປະເທດເຮົາຫຼຸດພົ້ນອອກຈາກຄວາມເປັນປະເທດດ້ອຍພັດທະນາ, ປະຊາຊົນມີຄວາມຮັ່ງມີຜາສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທໍາ.
ຂໍສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີກະ ຊວງ ຖວທ ທີ່ໄດ້ເສຍສະຫຼະເວລາອັນມີຄຸນຄ່າມາເຂົ້າຮ່ວມ ແລະ ຂໍອວຍພອນໄຊໃຫ້ທ່ານ ຈົ່ງມີຄວາມສຸກສົມຫວັງດັ່ງປາຖະໜາ.
ຂໍຂອບໃຈມາຍັງອົງການຈັດຕັ້ງພັກ-ລັດ, ສັງຄົມ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນທັງຫຼາຍທີ່ໄດ້ໃຫ້ການຊ່ວຍເຫຼືອອູ້ມຊູທາງດ້ານວັດຖຸປັດໄຈ ແລະ ວິຊາການ ມາພັດທະນາວຽກງານດັ່ງກ່າວໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງຈົນມາເຖິງທຸກວັນນີ້.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
23/09/2020 09:29:31
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com