Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານສາທາ ລະນະສຸກທົ່ວແຂວງເຊກອງ 6 ເດືອນຕົ້ນປີ ແລະ ວາງແຜນ ການ 6 ເດືອນທ້າຍປີ 2020 ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ພະແນກສາທາລະ ນະສຸກແຂວງເຊກອງ ໂດຍການເປັນປະທານຂອງທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງ, ມີຫົວໜ້າ-ຮອງພະແນກ, ຫ້ອງການສາທາລະນະສຸກເມືອງ, ຄະນະອໍານວຍການໂຮງໝໍ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາໄຫຼ ສັນຕິພູມ ວ່າການຫົວໜ້າພະແນກສາ ທາລະນະສຸກແຂວງກ່າວວ່າ: ເພື່ອຜັນຂະຫຍາຍມະຕິ X ຂອງສູນກາງພັກ ທີ່ຖືເອົາວຽກງານກັນພະຍາດ ແລະ ສົ່ງເສີມສຸ ຂະພາບເປັນວຽກງານສໍາຄັນ, ຖືເອົາການບໍລິການປິ່ນປົວທີ່ມີຄຸນນະພາບທົ່ວເຖິງ ແລະ ເປັນທໍາ, ສູ້ຊົນປະຕິບັດ 11 ຕົວຊີ້ວັດໃຫ້ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການບໍລິການສຸຂະພາບໄດ້ຢ່າງທົ່ວເຖິງ ແລະ ຍຸຕິທໍາ ຊຶ່ງ ໃນ 6 ເດືອນຜ່ານມາ ຂະແໜງສາທາລະນະສຸກໄດ້ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກຕາມ 8 ແຜນງານ 42 ແຜນງານຍ່ອຍ 96 ໂຄງການ ຕາມກອບຍຸດທະສາດປະຕິຮູບສາທາລະນະສຸກໄລຍະ II ທີ່ສຸມໃສ່ປະຕິຮູບວຽກງານສາທາລະນະສຸກໃນ 5 ດ້ານຄື: ດ້ານຊັບພະຍາກອນມະນຸດ, ບໍລິການຄຸ້ມຄອງ, ການເງິນສາທາລະນະສຸກ, ການບໍລິການສາທາລະນະສຸກ ແລະ ດ້ານຂໍ້ມູນຂ່າວສານສາທາລະນະສຸກ.
ໂອກາດດັ່ງກ່າວທ່ານ ພູຂັນ ຈັນທະວົງ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງ ໄດ້ລາຍງານບົດສະຫຼຸບປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2020 ວ່າ: ສໍາລັບອັດຕາສ່ວນຕົວຊີ້ວັດທີ່ສາມາດບັນລຸມີ 6 ອັດຕາສ່ວນຄື: ອັດຕາສ່ວນເດັກ ລຸ່ມ 5 ປີທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ, ອັດຕາສ່ວນເດັກ ລຸ່ມ 5 ປີທີ່ມີລວງສູງຕໍ່າກວ່າມາດຕະຖານ, ອັດຕາສ່ວນການຕາຍຂອງເດັກນ້ອຍລຸ່ມ 1 ປີ, ອັດຕາສ່ວນການຕາຍຂອງເດັກນ້ອຍລຸ່ມ 5 ປີ, ອັດຕາສ່ວນການຕາຍຂອງແມ່, ອັດຕາສ່ວນປົກຄຸມປະກັນສຸຂະພາບທົ່ວປວງຊົນ; ອັດຕາສ່ວນທີ່ມີໂອກາດຈະບັນລຸອີກ 6 ເດືອນທ້າຍປີ 2020, ມີ 2 ອັດຕາສ່ວນຄື: ອັດຕາສ່ວນການເກີດລູກມີແພດຊ່ວຍ, ອັດຕາສ່ວນການສັກຢາກັນພະຍາດໃຫ້ເດັກລຸ່ມ 1 ປີ; ສໍາລັບອັດຕາສ່ວນທີ່ຍັງບໍ່ທັນບັນລຸປະກອບມີ ອັດຕາສ່ວນການນໍາໃຊ້ນໍ້າສະອາດ, ອັດຕາສ່ວນການນໍາໃຊ້ວິດຖ່າຍຄອບຄົວ, ອັດຕາສ່ວນຮັບຮອງ ແລະ ປະກາດບ້ານແບບຢ່າງສາທາລະນະສຸກ.
ສ່ວນທິດທາງແຜນການ 6 ເດືອນທ້າຍປີ 2020 ຈະສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19, ໄຂ້ຍຸງລາຍ ແລະ ພະຍາດອື່ນໆ, ປັບປຸງຍົກລະດັບສະຖານບໍລິການ ແລະ ພະນັກງານແພດ - ໝໍໃຫ້ໄດ້ມາດຕະຖານສາມາດນໍາໃຊ້ອຸ ປະກອນເຕັກໂນໂລຊີທັນສະ ໄໝ, ຍົກລະດັບການຈັດຕັ້ງປະ ຕິບັດປະເມີນນະໂຍບາຍ 5 ດີ 1 ພໍໃຈ, ສືບຕໍ່ປຸກລະດົມທົ່ວປວງຊົນໃຫ້ເຂົ້າຮ່ວມເປັນເຈົ້າການຮັກສາສຸຂະພາບຂອງຕົນ ແລະ ໂຄສະນາສຶກສາອົບຮົມອື່ນໆ.
(ຂ່າວ : ສັນຍາ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
23/09/2020 09:29:31
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com