Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະໂຄສະນາອົບຮົມ ສູນກາງພັກໄດ້ລົງສົມທົບກັບ ໂຄສະນາອົບຮົມແຂວງ ແລະ ເມືອງຕຸ້ມລານ ແຂວງສາລະວັນ ຈັດຊຸດຝຶກອົບຮົມການເມືອງ - ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນ ດາເຜົ່າທົ່ວເມືອງຕຸ້ມລານ. ພິ ທີດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນ ຜ່ານມານີ້ທີ່ສະໂມສອນເມືອງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະ ທານ ຂອງທ່ານ ສີເຮັ່ງ ຫອມສົມບັດ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ທອງໃສ ເພັດລາ ສີ ເລຂາພັກເມືອງ ເຈົ້າເມືອງ ຕຸ້ມລານ, ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະປະຈໍາພັກເມືອງ, ກຳ ມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານເຂົ້າຮ່ວມ.
ຈຸດປະສົງຂອງການຝືກອົບຮົມຄັ້ງນີ້ກໍເພື່ອເຮັດໃຫ້ຜູ້ ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ ມີຄວາມເຂົ້າ ໃຈເລິກເຊິ່ງ ແລະ ກໍາແໜ້ນແນວທາງນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງ ລັດ ແຕ່ລະໄລຍະ, ສ້າງຄວາມເປັນເອກະພາບກັບແນວທາງນະໂຍບາຍຂອງພັກ - ລັດ ແລະ ສາມາດນໍາພາປະຊາຊົນລາວບັນດາເຜົ່າ ເຄື່ອນໄຫວຖືກຕ້ອງຕາມແນວ ທາງແຜນນະໂຍບາຍຂອງພັກ ແລະ ລະ ບຽບກົດໝາຍຂອງລັດວາງອອກໄດ້ເປັນຢ່າງດີ.
ບັ້ນຝືກອົບຮົມຄັ້ງນີ້ແມ່ນໄດ້ດໍາເນີນເປັນເວລາ 1 ວັນ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 61 ທ່ານ ຍິງ 14 ທ່ານ ໄດ້ນໍາໃຊ້ ບົດຮຽນ 3 ບົດຄື: ບົດທີ 1: ເສີມຂະຫຍາຍມູນເຊື້ອອັນ ດີງາມຂອງປະຊາຊົນລາວບັນ ດາເຜົ່າ ຢູ່ປະເທດເຮົາ ໃນໄລ ຍະໃໝ່, ບົດທີ 2: ບົດບາດ ແລະ ໜ້າທີ່ ຂອງເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ແລະ ບົດທີ 3: ເພີ່ມທະວີຄວາມສາມັກຄີ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ.
ໃນໂອການດັ່ງກ່າວ ທ່ານ ສີເຮັ່ງ ຫອມສົມບັດ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຜູ້ຊົງຄຸນວຸດທິບັນດາເຜົ່າ ໄດ້ມີບົດບາດອັນສຳຄັນທີ່ສຸດໃນການເຕົ້າໂຮມ ແລະ ນໍາພາປະ ຊາຊົນບັນດາເຜົ່າລຸກຂຶ້ນຕໍ່ສູ້ ຄຽງບ່າຄຽງໄຫຼ່ກັບປວງຊົນລາວ ທັງຊາດ, ເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມ ບູນກ້າວຂຶ້ນສູ່ໄລຍະໃໝ່ ຊຶ່ງແມ່ນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ສະນັ້ນ, ຜູ້ຊົງຄຸນວຸດທິບັນດາເຜົ່າຕ້ອງໄດ້ເພີ່ມທະວີພາລະບົດບາດຂອງຕົນໃຫ້ ກວ້າງຂວາງ ແລະ ເລິກເຊິ່ງກວ່າແຕ່ກ່ອນ. ສໍາຄັນກວ່ານັ້ນແມ່ນຢາກໃຫ້ກຳແໜ້ນເນື້ອໃນແນວທາງນະໂຍບາຍຂອງພັກໃນແຕ່ລະດ້ານໃຫ້ໄດ້ດີຂຶ້ນເທື່ອລະກ້າວເພື່ອນໍາໄປສຶກສາອົບຮົມພໍ່ແມ່ພີ່ນ້ອງບັນດາເຜົ່າໃຫ້ມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເປັນເອກະພາບ ແລະ ຕື່ນຕົວເປັນເຈົ້າການປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນການພັດທະນາບ້ານເກີດເມືອງນອນຂອງຕົນ.
(ຂ່າວ: ກຽງແກ້ວ ສີລາມິຕະກອນ ກົມອົບຮົມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com