Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ອົງການກວດກາລັດຖະ ບານ ສາມາດແກ້ໄຂຜົນການ ກວດກາ ຕາມຜົນການກວດ ສອບ ຕາມມະຕິຂອງສະພາ ແຫ່ງຊາດ ເລກທີ 101/ສພຊ, ລົງວັນທີ 28/11/2018 ແລະ ເລກທີ 21/ສພຊ, ລົງວັນທີ 18/11/2019 ໄດ້ຫຼາຍໂຄງການ ໂດຍໄດ້ໂຈະ 191 ໂຄງການທີ່ຕ້ອງໄດ້ຫັກລົບມູນຄ່າໜ້າວຽກທີ່ບໍ່ໄດ້ປະຕິບັດ ແລະ ແກ້ໄຂໂຄງການນອກແຜນ ສຳເລັດ 100% ມີ 4 ໂຄງການ, 35 ໂຄງການໄດ້ເອົາເຂົ້າແຜນ ຍັງຄ້າງ 94 ໂຄງການ ໃນຈຳນວນ ໂຄງການນອກແຜນທັງໝົດ 133 ໂຄງການ.
ໃນວາລະກອງປະຊຸມສະ ໄໝສາມັນເທື່ອທີ 10 ຂອງສະ ພາແຫ່ງຊາດ ຊຸດທີ VIII ໃນວັນ ທີ 27 ຕຸລາ ຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະ ພາແຫ່ງຊາດ. ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະ ມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ແລະ ຫົວ ໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຂຶ້ນລາຍງານຜົນການກວດກາ ຕາມຜົນ ການກວດສອບປີ 2018, ສົກປີ 2013-2014 ແລະ ສົກປີ 2015-2016 ທີ່ຍັງຄ້າງ ພ້ອມທັງລາຍງານການຕິດຕາມ, ຊຸກ ຍູ້ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ໃນປີ 2020 ຜ່ານມາ, ມີບາງຕອນ ສຳຄັນ ທ່ານກ່າວໃຫ້ຮູ້ວ່າ: ອົງ ການກວດກາລັດຖະບານໄດ້ ອອກແຈ້ງການແນະນໍາເລກທີ 77/ອກລ, ລົງວັນທີ 5/3/2019, ເລກທີ 19/ອກລ, ລົງວັນທີ 7/2/2020 ໃຫ້ບັນດາກະຊວງ, ນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ເປັນເຈົ້າການແກ້ໄຂຜົນການກວດກາ ຕາມຜົນການກວດສອບ; ໄດ້ຈັດກອງປະຊຸມຮ່ວມກັບກະຊວງອົງການ ແລະ ທ້ອງຖິ່ນຄົ້ນຄວ້າປຶກສາຫາລື, ຊີ້ນໍາເຈົ້າຂອງໂຄງການໃຫ້ເອົາໃຈໃສ່ເປັນເຈົ້າການແກ້ໄຂຜົນການກວດກາ ຕາມຜົນການກວດສອບ, ກະຊວງແຜນການ ແລະ ການລົງທຶນກໍໄດ້ຈັດກອງປະຊຸມຮ່ວມກັບການນໍາຂອງກະຊວງ-ອົງການ, ທ້ອງຖິ່ນ ແນະນໍາສະເພາະການດັດແກ້ມູນຄ່າໂຄງການ ຕາມຜົນການກວດກາ ຕາມຜົນການກວດສອບ ໂດຍສະເພາະໃນການດັດແກ້ມູນຄ່າໂຄງການ.
ການແກ້ໄຂຜົນການກວດ ກາ ຕາມຜົນການກວດສອບ ໄດ້ຕິດຕາມຊຸກຍູ້ກະຊວງແຜນ ການຫັກລົບມູນຄ່າໜ້າວຽກບໍ່ໄດ້ປະຕິບັດ, ການຄິດໄລ່ມູນ ຄ່າເຂົ້າໃນໂຄງການບໍ່ຖືກລະ ບຽບການ, ເງິນແຮໂຄງການ, ເຊັນສັນຍາຫຼຸດມູນຄ່າທີ່ສະພາຮັບຮອງ ແລະ ໂຄງການທີ່ຖືກໂຈະລວມມີ 191 ໂຄງການ ມູນຄ່າທີ່ຕ້ອງຫັກລົບທັງໝົດ 2.095,35 ຕື້ກີບ. ໃນນີ້, ໄດ້ຫັກລົບແລ້ວ 141 ໂຄງການ ມູນຄ່າ 1.574,59 ຕື້ກີບ ເທົ່າ 75,15% (ຢູ່ໃນ 3 ກະຊວງ, 6 ແຂວງ ແລະ ນະຄອນຫຼວງວຽງຈັນ), ຍັງຄ້າງບໍ່ທັນຫັກລົບ 50 ໂຄງການ, ມູນຄ່າ 520,76 ຕື້ກີບ ເທົ່າ 24,85% (ຢູ່ໃນ 10 ແຂວງ).
ແກ້ໄຂໂຄງການນອກແຜນທີ່ໄດ້ກວດກາສໍາເລັດຜ່ານມາ ຈໍານວນ 133 ໂຄງການ ມູນຄ່າ 830,60 ຕື້ກີບ ໃນນີ້, ມີ 4 ໂຄງການ ມູນຄ່າ 11,52 ຕື້ກີບ ປະຕິບັດສໍາເລັດ 100% ໄດ້ຊໍາລະແລ້ວ 100%, ມີ 35 ໂຄງການ ມູນຄ່າ 76,72 ຕື້ກີບ ໄດ້ເອົາເຂົ້າແຜນແລ້ວ ແລະ ໄດ້ປົດອອກຈາກບັນຊີໂຄງການນອກແຜນແລ້ວ, ຍັງຄ້າງບໍ່ທັນເອົາເຂົ້າ 94 ໂຄງການ, ມູນຄ່າ 742,46 ຕື້ກີບ ສືບຕໍ່ຊຸກຍູ້ເອົາເຂົ້າແຜນຕາມມະຕິສະພາແຫ່ງຊາດ. ໂຄງການທີ່ມີມູນຄ່າສູງກວ່າ 20% ຂຶ້ນໄປທັງໝົດ 64 ໂຄງການ, ມູນຄ່າຕາມສັນຍາ 6.619,36 ຕື້ກີບ ເມື່ອທຽບກັບລາຄາຂອງກະຊວງກ່ຽວຂ້ອງ ວາງອອກ ຜິດດ່ຽງ 2.253,93 ຕື້ກີບ; ເຈົ້າຂອງໂຄງການ ໄດ້ຕໍ່ລອງແລ້ວ 2 ໂຄງການ, ຫຼຸດລົງໄດ້ 910,81 ລ້ານກີບ ແລະ ຍັງບໍ່ທັນໄດ້ຕໍ່ລອງ 62 ໂຄງການ ມອບໃຫ້ເຈົ້າຂອງໂຄງການສືບຕໍ່ ຕໍ່ລອງໃຫ້ໄດ້ມູນຄ່າສົມເຫດສົມຜົນ. ໂຄງການທີ່ຍັງບໍ່ໄດ້ໄລ່ລຽງຄ່າຊັບພະຍາກອນທໍາມະຊາດ 13 ໂຄງການ, ໄລ່ລຽງແລ້ວ 2 ໂຄງການ, ຍັງຄ້າງ 11 ໂຄງການ, ໂຄງການບໍ່ທັນໄດ້ຈົດທະບຽນຊັບສິນ ທັງໝົດ 15 ໂຄງການ, ໃນນີ້, ໄດ້ຈົດທະບຽນຊັບສິນແລ້ວ 3 ໂຄງການ; ຍັງຄ້າງ 12 ໂຄງການ ແລະ ໂຄງການຄິດໄລ່ອາກອນບໍ່ຖືກຕ້ອງ 4 ໂຄງການ ມູນຄ່າ 419,65 ລ້ານກີບ ໄດ້ເກັບກູ້ ແລະ ມອບຄືນໃຫ້ລັດແລ້ວ.
ນອກນີ້, ຍັງໄດ້ຊຸກຍູ້ການເກັບກູ້ເງິນຂາຍໄມ້ທີ່ຍັງຄ້າງຊໍາລະ ຢູ່ 3 ແຂວງ (ຈໍາປາສັກ, ເຊກອງ ແລະ ອັດຕະປື) ຈໍານວນ 2,83 ຕື້ກີບ ແລະ 61.556,02 ໂດລາ, ແຕ່ແຂວງ ແລະ ພາກສ່ວນກ່ຽວຂ້ອງຍັງບໍ່ທັນເກັບກູ້ສໍາເລັດ; ຊຸກຍູ້ການ ທວງເງິນຄືນຄ່າຫັນສິດນໍາໃຊ້ ທີ່ດິນຕະຫຼາດທາດຫຼວງນະ ຄອນຫຼວງວຽງຈັນ ຈໍານວນ 66,78 ຕື້ກີບ ໃນນີ້, ໄດ້ຈົດຮັບ-ຈົດຈ່າຍ ແລະ ຊໍາລະເປັນເງິນສົດແລ້ວ ຈໍານວນ 34,16 ຕື້ກີບ; ຍັງຄ້າງ 32,62 ຕື້ກີບ; ຕິດຕາມ, ຊຸກຍູ້ການເກັບກູ້ໜີ້ ປ່ອຍແຊກຄຸມລາຄາເຂົ້າໃຫ້ 9 ຫົວໜ່ວຍທຸລະກິດ (ຢູ່ນະ ຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງຄໍາມ່ວນ, ແຂວງສາລະວັນ ແລະ ແຂວງເຊກອງ) ລວມຕົ້ນທຶນ ແລະ ດອກເບ້ຍຮອດ 6 ເດືອນ ຕົ້ນປີ 2020 ທັງໝົດ 124,18 ຕື້ກີບ, ໃນນີ້, ເກັບກູ້ໄດ້ແລ້ວພຽງ 115,48 ລ້ານກີບ; ຍັງຄ້າງ 124,07 ຕື້ກີບ; ການແກ້ໄຂຜົນຂອງການກວດກາ ຕາມຜົນກວດສອບ 5 ກົມ ຢູ່ກະຊວງການເງິນ ແກ່ຍາວມາ 4 ປີ ຮອດປັດຈຸບັນກໍບໍ່ແກ້ໄຂໄດ້, (ຈະສືບຕໍ່ກວດກາຊອກຫາເຫດຜົນ).
(ຂ່າວ - ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com