Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 28 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ. ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນປະ ກອບຄຳຄິດຄຳເຫັນໃສ່ບົດ ລາຍງານຂອງລັດຖະບານ ໂດຍ ສະເພາະບົດລາຍງານການ ຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນເງິນຕາ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ພ້ອມທັງສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາ.
ທ່ານ ວິໄລສຸກ ພິມມະສອນ ສສຊ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບ ຄໍາຄິດຄຳເຫັນ ເພື່ອໃຫ້ລັດຖະ ບານພິຈາລະນາກ່ຽວກັບການ ປະຕິວັດອຸດສາຫະກຳ 4.0 ທີ່ກໍາລັງມາແຮງໃນທົ່ວໂລກ ເພືີ່ອການພັດທະນາເສດຖະກິດ- ສັງຄົມແຫ່ງຊາດເປັນການພັດ ທະນາເສດຖະກິດ-ສັງຄົມ ແບບດີຈີຕອນ ໂດຍຊຸກຍູ້ສົ່ງເສີມຂະບວນການປະຕິວັດອຸດສາຫະກຳ 4.0 ຢ່າງແຂງແຮງຮອບດ້ານ, ມີຈຸດສຸມ ແລະ ມີຄຸນນະພາບ ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ; ສົ່ງເສີມ ແລະ ຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຢ່າງແຂງແຮງຕາມທິດດີຈີຕອນ; ຫັນເປັນທັນສະໄໝຢ່າງຮີບດ່ວນ ເພື່ອຄຸ້ມຄອງການຈັດເກັບລາຍຮັບ ຈາກການບໍລິການທັນສະໄໝຂອງສັງຄົມ ເປັນຕົ້ນແມ່ນການຂາຍອອນລາຍ; ການປັບໂຕ ແລະ ຫັນບາງຫົວໜ່ວຍລັດວິສາຫະກິດ ເປັນຮູບການອື່ນ ພ້ອມທັງມີຂໍ້ສະເໜີບາງມາດຕະການຈັດຕັ້ງປະຕິບັດ ໂດຍໃຫ້ລັດຖະບານປະຕິຮູບການສຶກສາໃນປັດຈຸບັນສູ່ການສຶກສາແບບດີຈີຕອນ ໃນທຸກຂົງເຂດ ແລະ ທຸກຂະ ແໜງການ, ເລັ່ງລັດກໍ່ສ້າງຊັບພະຍາກອນມະນຸດໃຫ້ທັນກັບຍຸກດີຈີຕອນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຈັດຕັ້ງປະຕິບັດຂະບວນການປະຕິວັດອຸດສາຫະກຳ 4.0.
ທ່ານ ນາງ ສຸວັນເພັງ ບຸບ ຜານຸວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນ ໃນການຈັດຕັ້ງປະຕິບັດບາງຄາດໝາຍຂອງການພັດທະນາເສດຖະກິດ - ສັງຄົມ ທີ່ສ່ວນໃຫຍ່ບໍ່ບັນລຸ ພ້ອມທັງຕີລາຄາສາເຫດ ການເບິ່ງບັນຫາດ້ວຍເຫດດ້ວຍຜົນ ເພື່ອວາງເປັນຄາດໝາຍ ປີ 2021 ທີ່ເປັນປີທໍາອິດຂອງແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX. ຄາດໝາຍທີ່ບໍ່ໄດ້ສ່ວນໃຫຍ່ແມ່ນໃນຂົງເຂດເສດຖະກິດ, ໃນຂະນະທີ່ຂົງເຂດວັດທະນະທໍາ-ສັງຄົມ ກໍບໍ່ບັນລຸເປົ້າໝາຍ ສະເພາະການແກ້ໄຂຄວາມທຸກຍາກໄດ້ພຽງ 7%, ການທີ່ມີບາງຄາດໝາຍບັນລຸເປັນພຽງການທີ່ການລົງທຶນໂຄງການໃຫຍ່ຂອງຕ່າງປະເທດເທົ່ານັ້ນ ແຕ່ໂດຍລວມໃນສະພາບການລົງທຶນພາຍໃນ ບໍ່ໄດ້ຄາດໝາຍ.
ອັນສຳຄັນທີ່ສຸດໃນຄາດ ໝາຍເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ກໍມີຄວາມຫຍຸ້ງຍາກ, ບໍ່ໄດ້ຕາມແຜນ, ແຜນການຖືກດັດແກ້ ແຕ່ການປະຕິບັດລາຍຮັບພັດຫຼຸດຄາດໝາຍຂອງແຜນດັດແກ້. ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານຊຸດນີ້ ແມ່ນການແກ້ໄຂບັນຫາທີ່ຄຸມເຄືອມາຍາວນານ, ເປັນບັນຫາຂອງການຖົດຖອຍຂອງການຄຸ້ມຄອງເສດຖະກິດມະຫາພາກ ທີ່ບໍ່ມີຜົນສຳເລັດໃນ 10 ກວ່າປີຜ່ານມາ ຊຶ່ງນີ້ແມ່ນຄວາມຫຍຸ້ງຍາກອັນໜຶ່ງ, ແຕ່ມາເຖິງການຈັດຕັ້ງປະຕິບັດຂອງລັດຖະບານຊຸດນີ້ ກໍຍັງສືບຕໍ່ມີຄວາມຫຍຸ້ງຍາກ ເນື່ອງຈາກບໍ່ສາມາດລະບຸໄດ້ແຜນວຽກບຸລິມະສິດ ທີ່ຈະແກ້ໄຂເພື່ອເປັນໄມ້ງັດໃຫ້ແກ່ການແກ້ໄຂ, ແຜນງານຂອງລັດຖະບານແຕ່ລະແຜນງານທີ່ໄດ້ປະກາດອອກມາ ໄດ້ຮັບຜົນສຳເລັດລະດັບໃດ ຕ້ອງມີການສະຫຼຸບຕີລາຄາຢ່າງກົງໄປກົງມາວ່າ: ຈັດຕັ້ງປະຕິບັດຮອດໃສ? ຖືກຕ້ອງບໍ່ ຫຼື ບໍ່ຖືກ? ການຈັດບຸລິມະສິດການແກ້ໄຂຖືກຫຼືບໍ່? ຊຶ່ງຕ້ອງໄດ້ເບິ່ງບັນຫານີ້ຢ່າງຊັດເຈນ ກົງໄປກົງມາ ຂອງຄວາມສາມາດນຳພາ, ຄວາມສາມາດຈັດຕັ້ງປະຕິບັດ, ວາງແຜນການແກ້ໄຂ, ແຜນຊີ້ນຳ-ນຳພາ ແລະ ມີການສະຫຼຸບຕິດຕາມກວດກາຢ່າງຊັດເຈນ.
ບັນຫາທີ່ພວກເຮົາບໍ່ ສາມາດຈັດຕັ້ງປະຕິບັດແຜນ ໄດ້ສຳເລັດຜົນ, ອັນທີໜຶ່ງ ແມ່ນມາຈາກສາເຫດຂອງພະນັກງານ, ການສ້າງພະ ນັກງານ, ການຄຸ້ມຄອງພະ ນັກງານ, ການໃຫ້ກຳລັງໃຈພະ ນັກງານ ເພາະປີ 2020 ເປັນປີແຫ່ງການປັບປຸງ 3 ຂັ້ນ, ຄວນເບິ່ງຄືນຂະບວນການປັບປຸງວ່າເຮັດຖືກບໍ່? ໄດ້ລະດົມຈິດໃຈຂອງພະນັກງານຜູ້ທີ່ເຮັດແທ້ທຳຈິງ ໃນກົງຈັກການຈັດຕັ້ງແທ້ແລ້ວບໍ່? ແລ້ວເປັນຫຍັງການເຮັດວຽກຂອງພະນັກງານນັບມື້ນັບທໍ້ຖອຍ ນີ້ກໍແມ່ນໜຶ່ງໃນສາເຫດ ທີ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ບໍ່ໄດ້ຕາມຄາດໝາຍ ຈຶ່ງສະເໜີໃຫ້ລັດຖະບານ ກໍຄືຂະແໜງການທຸກຂັ້ນຕ້ອງຄົ້ນຄວ້າຢ່າງຈິງຈັງຕໍ່ບັນຫານີ້.
(ຂ່າວ - ພາບ: ສຸກສະ ຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com