Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມືອງພຽງ ແຂວງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 40 ປີ ລະນຶກວັນສາກົນ ແລະ ວັນສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກຄົບຮອບ 28 ປີ ຂຶ້ນໃນວັນທີ 4 ພະຈິກ 2020 ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງທ່ານ ເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງພຽງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ , ຮອງຫົວໜ້າຫ້ອງການ, ພະນັກງານ ທະຫານຕຳຫຼວດ, ລັດວິສາຫະກິດ, ບໍລິສັດ, ນັກທຸລະກິດ ແລະ ເລຂາພັກບ້ານ ບ້ານອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ເສີດ ແສງສຸລິນ ໄດ້ໃຫ້ຮູ້ເຖິງຄວາມໝາຍ, ຄວາມສຳຄັນຂອງວັນອາຫານໂລກ 16 ຕຸລາ ຄົບຮອບ 40 ປີ ວັນລະນຶກສາກົນ ແລະ ວັນສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ 17-24 ຕຸລາ ຄົບຮອບ 28 ປີ ຊຶ່ງໄດ້ຍົກໃຫ້ເຫັນຄວາມທຸກຍາກ ແລະ ໄພອຶດຫິວໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫຼາຍສັດຕະວັດແລ້ວ, ຕະຫຼອດໄລຍະຜ່ານມາ ໂລກຂອງພວກເຮົາຍັງໄດ້ພົບກັບຫຼາຍບັນຫາ ແລະ ສິ່ງທ້າທາຍຕ່າງໆເຊັ່ນ: ໄພພິບັດທາງທຳມະຊາດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ເສິກສົງຄາມຕະຫຼອດຮອດວິກິດການຕ່າງໆ, ປະກົດການດັ່ງກ່າວນັ້ນໄດ້ເປັນການເພີ່ມທະວີໃຫ້ມີຄວາມທຸກຍາກ ແລະ ໄພອຶດຫິວຫຼາຍຂຶ້ນ, ດ່ັງນັ້ນອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກຊຶ່ງເລີ່ມແຕ່ປີ 1980, ຕໍ່ມາສະຫະປະຊາຊາດໄດ້ກຳນົດເອົາ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກໂດຍເລີ່ມແຕ່ປີ 1992 ເປັນຕົ້ນມາ, ເຫັນໄດ້ຄວາມສຳຄັນນັ້ນ ມາຮອດປີ 2003 ລັດຖະບານແຫ່ງ ສປປລາວ ກໍ່ໄດ້ກຳນົດເອົາວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຈຸດປະສົງເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈກ່ຽວກັບການເພີ່ມພູນຜະລິດຜົນຮັບປະກັນໂພຊະນະການໃຫ້ມີຄວາມຍືນຍົງ ແລະ ທົ່ວເຖີງ, ການພັດທະນາດ້ານກະສິກຳທີ່ສະອາດເພື່ອເປັນການຄ້ຳປະກັນສະບຽງອາຫານ ເວົ້າສະເພາະກໍ່ຄືເມືອງພຽງໃຫ້ພຽງພໍ, ສົ່ງເສີມບົດບາດຍິງ-ຊາຍ ກົນໄກເພີ່ມພູນຜະລິດຜົນ ເສດຖະກິດຄອບຄົວ ຮັບປະກັນຄຸນນະພາບ, ການຂະຫຍາຍເຕັກນິກ, ການຈັດການຄຸ້ມຄອງທີ່ດິນແບບຍືນຍົງ ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ມີການພັດທະນາດີຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານຍັງໄດ້ຜ່ານແຈ້ງການຂອງທ່ານ ເຈົ້າແຂວງໄຊຍະບູລີ ກ່ຽວກັບການລະດົມທຶນເພື່ອຊ່ວຍເຫຼືອຄອບຄົວທຸກຍາກໃນທົ່ວແຂວງ ແລະ ແຈ້ງການຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນອາຫານໂລກວັນສາກົນ ແລະ ວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປະຈຳປີ 2020 ແລະ ຮັບຟັງການຜ່ານບົດສະຫຼຸບ ລາຍຮັບ-ລາຍຈ່າຍ ລະດົມທຶນແກ້ໄຂຄວາມທຸກຍາກຮ່ວງເກົ່າ ແລະ ແຜນການເຄື່ອນໄຫວລະດົມທຶນຮ່ວງໃໝ່ຕື່ມອີກ. ພ້ອມດຽວກັນນີ້, ກໍໄດ້ມີການມອບ-ຮັບເງິນເພື່ອປະກອບສ່ວນໃນການລະດົມທຶນດັ່ງກ່າວ ຈາກບັນດາຫ້ອງການ, ກົມກອງ, ບໍລິສັດ, ນັກທຸລະກິດ, ລັດວິສາຫະກິດ ປະຈຳປີ 2020.
ຕອນທ້າຍທ່ານເຈົ້າເມືອງ ຍັງໄດ້ມີຄຳເຫັນຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຕາງໜ້າອົງການຈັດຕັ້ງທຸກຂັ້ນທຸກພາກສ່ວນ ທຸລະກິດຜູ້ປະກອບການຕະຫຼອດຮອດປະຊາຊົນບັນດາເຜົ່າພ້ອມກັນສົ່ງແຮງໃຈ ແລະ ສະໜັບສະໜູນໄປເຖິງຜູ້ທຸກຍາກ ຄົ້ນຄວ້າຊອກຫາວິທີການ ແລະ ມາດຕະການເພື່ອສູ້ຊົນຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ແລະ ທ່ານຍັງໄດ້ເຊີນຊວນທຸກພາກສ່ວນປະກອບສ່ວນທຶນຮອນ ວັດຖຸປັດໄຈເຂົ້າໃນການແກ້ໄຂຄວາມທຸກຍາກເພື່ອເປັນການສະເຫຼີມສະຫຼອງວັນອາຫານໂລກ, ວັນລະນຶກສາກົນ ແລະ ວັນສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກໃນຄັ້ງນີ້ໃຫ້ເປັນຂະບວນການພົດພື້ນ.
ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ.
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com