Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຜ່ານຮ່າງບົດລາຍງານການເມືອງ ແລະ ຮ່າງບົດສຳຫຼວດການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ສະໄໝທີ IV ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ໄດ້ຈັດຂຶ້ນໃນວັນທີ 9 ພະຈິກນີ້ທີ່ກະຊວງ ຖວທ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ຖວທ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກຮອງພະແນກອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຄັ້ງນີ້ ສະຫາຍ ວັນສີ ກົວມົວ ກຳມະ ການພັກກະຊວງ ຮອງລັດ ຖະມົນຕີ ກະຊວງ ຖວທ ໄດ້ຜ່ານຮ່າງບົດລາຍງານຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ ຖວທ ຄັ້ງທີ IV (2016-2020), ທິດທາງລວມ ແລະ ໜ້າທີ່ຕົ້ນຕໍໃນການນຳພາຂອງອົງຄະນະພັກກະຊວງ ຖວທ 5 ປີ (2021-2025). ເປັນຕົ້ນແມ່ນວຽກງານປັບປຸງກໍ່ສ້າງພັກ-ພະນັກງານ, ການນຳພາວຽກງານວິຊາສະເພາະ, ວຽກງານວັດທະນະທຳ, ວຽກງານທ່ອງທ່ຽວ, ວຽກງານເສນາທິການ ແລະ ອື່ນໆ
ສະຫາຍ ບົວເງິນ ຊາພູວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຖວທ ກໍໄດ້ຂຶ້ນຜ່ານບົດສຳຫຼວດການ ນຳພາລວມຂອງຄະນະບໍລິ ຫານງານພັກກະຊວງວ່າ: ກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ ຖວທ ຄັ້ງທີ IV ໄດ້ເປີດຂຶ້ນໃນວັນທີ 18 ທັນວາ 2015 ແລະ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຈໍານວນ 21 ສະຫາຍ ຍິງ 4 ສະຫາຍ ໂດຍມີຄະນະປະຈໍາພັກ 7 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນມີເລຂາຄະນະພັກ 1 ສະຫາຍ ແລະ ຮອງເລຂາຄະນະພັກ 1 ສະຫາຍ; ຄະນະພັກຊຸດນີ້ປະກອບມີ ຮຸ່ນໜຸ່ມອາຍຸ 45-50 ປີ ກວມເອົາ 9,52%; ຮຸ່ນກາງອາຍຸ 51-60 ປີ ກວມເອົາ 76,19%; ຮຸ່ນອາວຸໂສອາຍຸ 61-67 ປີ ກວມເອົາ 14,28%. ມາຮອດເດືອນ ພະຈິກ 2019 ກົມການເມືອງສູນກາງພັກ ໄດ້ຕົກລົງໃຫ້ ສະຫາຍເລຂາຄະນະພັກຜູ້ເກົ່າ ເຂົ້າຮັບເບ້ຍບໍານານ ແລະ ແຕ່ງຕັ້ງເລຂາຄະນະພັກກະຊວງຜູ້ໃໝ່ແທນ; ຮອດ ທ້າຍປີ 2020 ກໍມີຄະນະພັກ ກະຊວງຈໍານວນໜຶ່ງພັກຜ່ອນຮັບເບ້ຍບໍານານ. ສະນັ້ນ, ມາ ຮອດປັດຈຸບັນ ຄະນະບໍລິຫານ ງານພັກກະຊວງ ສະໄໝທີ IV ມີ 14 ສະຫາຍ.
ສະຫາຍ ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ບັນດາສະຫາຍສະມາຊິກພັກ ຈົ່ງພ້ອມກັນເປັນເຈົ້າການປະກອບຄຳຄິດ ຄຳເຫັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດສູງ ເພື່ອເຮັດໃຫ້ບົດຮ່າງລາຍການເມືອງມີຄວາມສົມບູນ ແລະ ຄົບຖ້ວນ ເພື່ອຈະຜ່ານ ແລະ ໃຫ້ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ຮັບຮອງ.
(ຂ່າວ-ພາບ: ບຸນອູ້ມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com