Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງສໍາລັບເລຂາພັກບ້ານ-ນາຍບ້ານ ຊຸດທີ I ຂອງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສີສອນພັນ ບຸນສີ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ, ສະຫາຍ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີ ການນຳພັກເມືອງ ແລະ ເລຂາໜ່ວຍພັກບ້ານ-ນາຍບ້ານເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ສຸລິຍັນ ສູນວິໄລ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານຂໍ້ຕົກລົງ ເລກທີ 580/ຮມປຂ.ຊຍ, ລົງວັນທີ 26 ຕຸລາ 2020 ວ່າດ້ວຍການອະນຸມັດເປີດຝຶກອົບຮົມທິດສະດີການການເມືອງ ສໍາລັບເລຂາພັກບ້ານ-ນາຍບ້ານ ຊຸດທີ I ເມືອງແກ່ນທ້າວ ແລະ ບົດສະເໜີໂຄງການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງສໍາລັບເລຂາພັກບ້ານ-ນາຍບ້ານ ຂອງເມືອງແກ່ນທ້າວ ຊຶ່ງຊຸດຝຶກອົບຮົມຄັ້ງນີ້ ມີເລຂາໜ່ວຍພັກ-ນາຍບ້ານເຂົ້າຮຽນທັງໝົດ 45 ສະຫາຍ ຍິງ 3 ສະຫາຍ ໃຊ້ເວລາ 10 ວັນ, ມີພາກວິຊາຮຽນທັງໝົດ 3 ກຸ່ມ ຄື: ກຸມທີ 1 ທິດທາງລວມ ປະກອບມີ 4 ບົດ ໃຊ້ເວລາ 2 ວັນ, ກຸ່ມທີ 2 ວຽກພັກ ມີ 6 ບົດ ໃຊ້ເວລາ 4 ວັນ ແລະ ກຸ່ມທີ 3 ວຽກງານການບໍລິຫານ ແລະ ປົກຄອງ ມີ 9 ບົດ ໃຊ້ເວລາ 4 ວັນ. ຈາກນັ້ນ, ສະຫາຍ ສີສອນພັນ ບຸນສີ ໄດ້ກ່າວວ່າ: ໃນເງື່ອນໄຂປັດຈຸບັນ ເມືອງແກ່ນທ້າວ ມີຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງພະນັກງານ-ສະມາຊິກພັກ ທີ່ເປັນຫຼັກແຫຼ່ງຂອງເມືອງ ແລະ ບ້ານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ, ເຄົາລົບລະບຽບກົດໝາຍ, ມີຄວາມກ້າຫານໃນການຕີຖອຍປະກົດການຫຍໍ້ທໍ້ຕ່າງໆ ອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກນາໆປະການ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະ ເປັນແບບຢ່າງທີ່ດີ, ຮູ້ຈັກເລືອກເຟັ້ນເອົາບັນດາຫຼັກມູນທິດສະດີທີ່ກ້າວໜ້າ ແລະ ບົດຮຽນທີ່ດີເດັ່ນ ເພື່ອໝູນໃຊ້ເຂົ້າໃນການວາງແຜນການປະຕິບັດຍຸກພັດທະນາຢ່າງຖືກຕ້ອງ, ສອດຄ່ອງກັບທ່າແຮງ ແລະ ຈຸດພິເສດ ຂອງແຕ່ລະບ້ານ. ໂດຍບັນດາສະຫາຍຈະໄດ້ປັບປຸງຍົກລະດັບຄວາມຮູ້ ຂອງຕົນໃນຫຼາຍດ້ານ ເປັນຕົ້ນແມ່ນໄດ້ຍົກລະດັບຄວາມຮູ້ທາງດ້ານຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ຄວາມຮູ້ກ່ຽວກັບການປົກຄອງ ແລະ ຄຸ້ມຄອງ, ຍົກລະດັບຄວາມຮູ້ທາງດ້ານແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຍັງຈະໄດ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃນດ້ານແນວຄິດ, ທັດສະນະ, ການກະທຳ, ກໍຄືປະສົບການວຽກງານຊີ້ນຳ-ນຳພາຕົວຈິງ ຢູ່ພາຍໃນບ້ານຂອງຕົນ ແລະ ຮຽກຮ້ອງໃຫ້ບັນດາສະຫາຍ ທີ່ເຂົ້າຝຶກອົບຮົມໃນຊຸດນີ້ ຈົ່ງພ້ອມກັນເອົາໃຈໃສ່ຍາດແຍ່ງເອົາບັນ ດາບົດຮຽນຄວາມຮູ້ຈາກຄູ-ອາຈານກໍຄືບົດຮຽນພຶດຕິກຳຕົວຈິງນຳເພື່ອນສະຫາຍດ້ວຍກັນ ເພື່ອເຮັດໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ຄາດໝາຍທີ່ກຳນົດໄວ້ໃນໂຄງການຫຼັກສູດນັ້ນ ແລະ ກ່າວເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ສໍາລັບເລຂາໜ່ວຍພັກບ້ານ-ນາຍບ້ານ ຊຸດທີ I ຂອງເມືອງແກ່ນທ້າວ ຢ່າງເປັນທາງການ.
(ຂ່າວ: ຖວທ ແກ່ນທ້າວ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com