Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກົດໝາຍວ່າດ້ວຍ ການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບສ້າງໃໝ່ ພາຍຫຼັງໄດ້ຮັບການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການຈະເປັນເຄື່ອງມືຂອງລັດ ໃນການສະກັດກັ້ນ, ແກ້ໄຂ ແລະ ຕ້ານບັນຫາອາຊະຍາກຳທຸກ ຮູບແບບຂອງການກະທຳຜິດທີ່ອາດຈະເກີດຂຶ້ນໃນສັງຄົມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 12 ພະຈິກ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການຮ່ວມມື ລະຫວ່າງ ປະເທດທາງອາຍາສະບັບສ້າງໃໝ່, ກ່ອນຈະລົງຄະແນນສຽງຮັບຮອງເອົາດ້ວຍສຽງສ່ວນຫຼາຍ.
ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງກົດໝາຍດັ່ງກ່າວໃຫ້ຮູ້ວ່າ: ຮ່າງກົດໝາຍວ່າດ້ວຍ ການຮ່ວມມືລະຫວ່າງ ປະເທດທາງອາຍາ ສະບັບສ້າງໃໝ່ ປະ ກອບມີ IX ພາກ, 6 ໝວດ, 54 ມາດຕາ. ກົດໝາຍສະບັບດັ່ງກ່າວ, ໄດ້ກຳນົດຫຼັກການ, ລະບຽບ ການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານຮ່ວມມືລະຫວ່າງປະເທດທາງອາຍາ ເພື່ອໃຫ້ຖືກຕ້ອງ,ເຮັດໃຫ້ ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳ, ການສືບສວນ-ສອບສວນ ແລະ ການຮ້ອງຟ້ອງຄະດີອາຍາມີປະສິດທິຜົນ ແນໃສ່ປົກປັກຮັກສາຜົນປະໂຫຍດຂອງລັດ ແລະ ພົນລະເມືອງ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຖ້າຫາກວ່າ ຮ່າງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້, ຈະເປັນເຄື່ອງມືຂອງລັດ ໃນການສະກັດກັ້ນ, ແກ້ໄຂ ແລະ ຕ້ານບັນຫາອາຊະຍາກໍາທຸກຮູບແບບຂອງການກະທໍາຜິດທີ່ອາດຈະເກີດຂຶ້ນໃນສັງຄົມ; ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງເຄື່ອນໄຫວປະຕິ ບັດໜ້າທີ່ວຽກງານການຮ່ວມມື ລະຫວ່າງ ປະເທດທາງອາ ຍາຫັນເຂົ້າສູ່ກົດໝາຍ ແລະ ລະບຽບການ; ເປັນພື້ນຖານອັນສໍາຄັນ ໃນການຮັບປະກັນຄວາມສະຫງົບທາງດ້ານການ ເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສະ ເພາະຍຸກສະໄໝແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສ້າງຄວາມເຊື່ອໝັ້ນ ໃນການຮ່ວມມື ລະຫວ່າງ ປະ ເທດທາງອາຍາ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນ, ພາກພື້ນ, ສາກົນ ແລະ ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກບັນຊີສີເທົາ.
ທ່ານລັດຖະມົນຕີ ໄດ້ກ່າວຕື່ມວ່າ: ເນື້ອໃນຮ່າງກົດໝາຍສະບັບນີ້ ເຫັນວ່າມີຄວາມລະອຽດ, ຄົບຖ້ວນ, ຊັດເຈນ ແຕ່ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ໃຫ້ກາຍເປັນລັດປົກຄອງດ້ວຍກົດໝາຍຢ່າງແທ້ຈິງ ແລະ ທັງເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງຂະແໜງການທີ່ກ່ຽວຂ້ອງ ທີ່ເຮັດວຽກງານການ ຮ່ວມມື ລະຫວ່າງປະເທດທາງອາຍາ ໂດຍສະເພາະ ເຈົ້າໜ້າ ທີ່ຕໍາຫຼວດ, ເຈົ້າໜ້າທີ່ອົງການໄອຍະການປະຊາຊົນ, ເຈົ້າໜ້າທີ່ສານປະຊາຊົນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ພົວພັນກັບຕ່າງປະເທດ ໃຫ້ໄປຕາມກົນໄກ ແລະ ຂັ້ນຕອນ ດ້ວຍຄວາມເປັນເອກະພາບຢ່າງລວມສູນ.
ຫຼັງຈາກນັ້ນ ສສຊ ໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຮັດກຸມຂຶ້ນຕື່ມ, ກ່ອນຈະຮັບຮອງເອົາດ້ວຍສຽງສ່ວນຫຼາຍ.
(ຂ່າວ: ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com