Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ໄດ້ຈັດກອງປະຊຸມກະກຽມບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈຳປີ 2020 ຂຶ້ນເມື່ອບໍ່ດົນມານີ້ ທີ່ສູນກາງດັ່ງກ່າວ ໂດຍການເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີການກະກຽມງານດັ່ງກ່າວ ແລະ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບົດລາຍງານແນໃສ່ເພື່ອກ້າວໄປໃນການຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດ, ງານບຸນມະໂຫລານ ຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2020 ພາຍໃຕ້ຫົວຂໍ້ “ລະ ນຶກເຖິງມູນເຊື້ອຊາວໜຸ່ມຄົນຮຸ່ນກ່ອນ ແລະ ເສີມຂະຫຍາຍບົດບາດຂອງຊາວໜຸ່ມຍຸກໃໝ່ງານດັ່ງ ກ່າວຈະເລີ່ມແຕ່ວັນທີ 5 ເຖິງ 13 ທັນວາ 2020 ທີ່ຕຶກວາງ ສະແດງສິນຄ້າ ລາວ-ໄອເຕັກ, ຈຸດປະສົງຂອງການຈັດງານເພື່ອເປັນການເຕົ້າໂຮມກໍາລັງແຮງ, ຄວາມສາມັກຄີ, ສຶກສາອົບຮົມ, ປູກຈິດສໍານຶກມູນເຊື້ອອັນດີງາມຂອງຊາດ ກໍ່ຄືຂອງຊາວໜຸ່ມຮຸ່ນກ່ອນດ້ວຍຫຼາຍຮູບການຫຼາຍສີໃຫ້ແກ່ຊາວໜຸ່ມຮຸ່ນປັດຈຸບັນທີ່ຈະເປັນຮຸ່ນສືບທອດອະນາຄົດຂອງຊາດ, ເປັນການທ້ອນໂຮມ ແລະ ວາງ ສະແດງຜົນງານຂອງການ ເຄື່ອນໄຫວຂອງຊາວໜຸ່ມໃນຕະຫຼອດໄລຍະ 65 ປີ ທີ່ຜ່ານມາ, ເປັນການສ້າງໂອກາດ, ເວທີໃຫ້ແກ່ຄົນຮຸ່ນໜຸ່ມໄດ້ສະແດງອອກ ພົບປະແລກປ່ຽນ ແລະ ວາງແຜນໃນອະນາຄົດ ເພື່ອສ້າງ ສາ ແລະ ພັດທະນາປະເທດຊາດ, ເປັນການຫັນແບບແຜນ ແລະ ຮູບແບບເຄື່ອນໄຫວໄປສູ່ທັນສະໄໝທີ່ມີວິທະຍາສາດ ສົ່ງເສີມຄວາມຮູ້, ຄວາມສາ ມາດ, ທັກສະ, ຫົວຄິດປະດິດສ້າງ ຊອກໃຫ້ໄດ້ບຸກຄົນດີເດັ່ນ ວຽກຈິງຄົນແທ້ ເພື່ອກາຍເປັນຕົວແບບຂອງຊາວໜຸ່ມໃນທຸກຂົງເຂດ; ກິດຈະກໍາພາຍໃນງານປະກອບມີການວາງສະ ແດງມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງຊາວໜຸ່ມລາວບັນດາກະຊວງອົງການແຂວງ ແລະ ນະຄອນຫຼວງວຽງຈັນ ຊຶ່ງແບ່ງເປັນ 3 ໄລຍະ ອະດີດ, ປັດຈຸບັນ ແລະ ອະນາຄົດ, ເວທີສົນທະນາໃຫ້ຄວາມຮູ້ດ້ານຕ່າງໆ ການສະແດງໂຊ ແລະ ການປະກວດຕ່າງໆ ຕະຫຼອດ 9 ວັນໃນການຈັດງານ, ການວາງຈໍາໜ່າຍສິນຄ້າຈາກຊາວໜຸ່ມລາວທົ່ວປະເທດ ແລະຫົວໜ່ວຍທຸລະກິດຈາກພາກຕ່າງໆ.
(ຂ່າວ: ສຳນານ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com