Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫະພັນກິລາກາຣາເຕໂດແຫ່ງຊາດລາວ ໄດ້ເປີດການສໍາມະນາກະຕິກາການຕັດສິນແຂ່ງຂັນກິລາກາຣາເຕໂດ ດ້ານການຕີ (KUMITE) ແລະ ດ້ານການຟ້ອນ (KATA) , ໂດຍການເປັນປະທານຂອງ ທ່ານ ສອນສັກ ນ.ຍານຊະນະ ເລຂາທິການສະຫະພັນກິລາກາຣາເຕໂດແຫ່ງຊາດລາວ, ຜູ້ຊີ້ນໍາວຽກງານດ້ານເທັກນິກສະເພາະ,ທັງເປັນຜູ້ຮັບຜິດຊອບຈັດການແຂ່ງຂັນກິລາກາຣາເຕໂດທົ່ວປະເທດ ຄັ້ງທີ V ທີ່ຈະຈັດຂຶ້ນໃນວັນທີ 6 ທັນວາ 2020 ທີ່ຈະມາເຖິງນີ້, ຜູ້ບັນລະຍາຍແມ່ນ ທ້າວ ອິນທະນູສອນ ວິໄລສຸກ ຜູ້ຮັບຜິດຊອບກໍາມະການເຕັກນິກຂອງສະຫະພັນ ,ລາຍການແຂ່ງຂັນດັ່ງກ່າວ ແມ່ນເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕາງໆ ຂອງພັກ-ລັດໃຫ້ຟົດຟື້ນ ພ້ອມທັງເປັນການກະກຽມຄວາມພ້ອມໃຫ້ແກ່ນັກກິລາ, ຄູຝຶກ ແລະ ກໍາມະການຕັດສິນ ໃນການແຂ່ງຂັນກິລາກາຣາເຕໂດທົ່ວປະເທດ ຄັ້ງທີ V, ງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຄາດວ່າໃນ ເດືອນ 3 ປີ 2021, ກິລາຊີແກນ ( SEAKE) ໃນເດືອນ 4 ປີ 2021 ທີ່ປະເທດ ສ.ສ ຫວຽດນາມ ເປັນເຈົ້າພາບ, ກິລາອາຊຽນມະຫາວິທະຍາໄລ ( ASIAN UNIVERSITY ) ລະຫວ່າງວັນທີ 17-28 ມິຖຸນາ 2021 ທີ່ອຸບົນຣາດຊະທານີ ປະເທດໄທ ແລະ ກິລາຊີເກມ ຄັ້ງທີ 31 ທີ່ຮ່າໂນ້ຍ ປະເທດ ສ.ສ ຫວຽດນາມ ໃນລະຫວ່ງວັນ. ທີ 27/11 ຫາ 2/12/2021. ອີກອັນຫນຶ່ງເພື່ອຍົກສູງຄຸນນະພາບນັກກິລາທາງດ້ານເບຊິກ ( Basic ) ພື້ນຖານ, ເຕັກນິກ ແລະ ຍຸດທະວິທີ, ນັກກິລາບໍ່ຮູ້ກະຕິກາດີ ຈະແຂ່ງຂັນບໍ່ໃຫ້ຄະແນນ, ຖືກຕັດຟາວ, ຄູຝຶກກໍ່ຕ້ອງຮູ້ກະຕິກາ ການແຂ່ງຂັນໃຫ້ດີເໝືອນກັນ ແລະ ນັກກິລາໃນການແຂ່ງຂັນ ແລະ ຄະນະນໍາພາກໍເຊັ່ນດຽວກັນ.
ການສໍາມະນາໃນຄັ້ງນີ້ ທາງຄະ ນະນໍາ, ຄູຝຶກ, ນັກກິລາ ປະມານ90 ກວ່າທ່ານ ສໍາມະນາສອງຕອນຄື: ຕອນເຊົ້າກະຕິກາການຟ້ອນ ( KATA), ຕອນແລງກະຕິກາການຕີ ( KUMITE ), ດັ່ງນັ້ນເຊີນເຂົ້າຮ່ວມຊົມການແຂ່ງ ຂັນໃນວັນທີ 6/12/2020 ທີ່ສູນ Budo Center ເຈົ້າອານຸວົງ.
(ຂ່າວ: ສະຫະພັນກິລາກາຣາເຕໂດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com