Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຂອງຂະແໜງ ຂົວ-ທາງ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 26/11/2020 15:57:43 ຈຳ​ນວນ​​ຢ້ຽມ​ຊົມ 3291 ຄັ້ງ

ທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້,ທີ່ກະຊວງ ຍທຂ ວ່າ: ຜົນສຳເລັດການພັດທະນາຂະແໜງ ຂົວ-ທາງ ຕະຫຼອດ 45 ປີໃນຂອບເຂດທົ່ວປະເທດ ແຕ່ປີ 1975-2020 ມີດັ່ງນີ້. ກ່ອນການປົດປ່ອຍ ການຄົມມະນາຄົມຂົນສົ່ງໃນລາວ ຍັງບໍ່ທັນເປັນລະບົບການເດີນທາງເພື່ອແລກປ່ຽນສິນຄ້າ ແລະ ການໄປ-ມາຫາສູ່ ຂອງປະຊາຊົນບັນດາເຜົ່າມີຄວາມຫຍຸ້ງຍາກ ຍ້ອນເສັ້ນທາງບົກມີຈຳນວນຈຳກັດ, ບໍ່ໄດ້ມາດຕະຖານ, ບໍ່ສາມາດຕອບສະໜອງຄວາມຕ້ອງການໃນການເດີນທາງ. ພ້ອມກັນນັ້ນ, ເສັ້ນທາງສ່ວນຫຼາຍເປັນທາງປູດິນແດງ, ປູຫີນ ນຳໃຊ້ໄດ້ແຕ່ລະດູແລ້ງ. ສ່ວນທາງປູຢາງກໍມີພຽງແຕ່ສະເພາະເຂດເທດສະບານຂອງຕົວເມືອງໃຫຍ່ ແລະ ເຂດຍຸດທະສາດການທະຫານເທົ່ານັ້ນ. ສະນັ້ນ, ການເດີນທາງໄປ-ມາຫາສູ່ ຂອງປະຊາຊົນຈຶ່ງໄດ້ນຳໃຊ້ການເດີນເຮືອເປັນຕົ້ນຕໍ ເນື່ອງຈາກວ່າ ສປປ ລາວ ມີແມ່ນໍ້າລໍາເຊຫຼາຍສາຍຈຶ່ງສະດວກ ໃນການຄົມມະນາຄົມທາງນ້ຳ, ການນຳໃຊ້ແມ່ນ້ຳເປັນເສັ້ນທາງຄົມມະນາຄົມນັ້ນໄດ້ມີມາແຕ່ດຶກດຳບັນ ເປັນຕົ້ນແມ່ນແມ່ນ້ຳຂອງ ແລະ ແມ່ນໍ້າສາຂາອື່ນໆ. ມາຮອດປີ 1975 ເສັ້ນທາງບົກຢູ່ລາວມີຄວາມຍາວ ທັງໝົດປະມານ 7.400 ກິໂລແມັດ (ນັບທັງຄວາມ ຍາວຂອງເສັ້ນທາງທີ່ກໍ່ສ້າງຂຶ້ນໃນເຂດປົດປ່ອຍ 1.854 ກມ) ໃນນີ້, ປູຢາງພຽງແຕ່ 840 ກິໂລແມັດ ເຫຼືອນັ້ນເປັນທາງປູຫີນ ແລະ ປູດິນແດງ, ຊຶ່ງກວມເອົາ 60%-70% ແມ່ນໃຊ້ການບໍ່ໄດ້ ໃນລະດູຝົນ.

ນັບແຕ່ມື້ ສະຖາປະນາ ສປປ ລາວ (ວັນທີ 2 ທັນວາ 1975) ເປັນຕົ້ນມາ ການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ ທີ່ຂຶ້ນກັບກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ຊຶ່ງໃນປະຈຸບັນເອີ້ນ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມີບົດບາດສຳຄັນຫຼາຍໃນການພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ໃຫ້ກາຍເປັນປາຍແຫຼມ ທີ່ສາມາດທະລຸໂລ່ງແຕ່ເໜືອຮອດໃຕ້, ແຕ່ຕາເວັນອອກ ຫາ ຕາເວັນຕົກ, ແຕ່ຕົວເມືອງ ຫາ ຊົນນະບົດ, ແຕ່ທົ່ງພຽງ ຫາ ພູດອຍ ໂດຍໄດ້ພັດທະນາ ຕາໜ່າງເສັ້ນທາງ ຄົມມະນາຄົມ ແລະ ບັນດາໂຄງລ່າງອື່ນໆ ຢ່າງກວ້າງຂວາງ ແລະ ໜັກແໜ້ນ ແນໃສ່ຮັບໃຊ້ໜ້າທີ່ການເມືອງ ຂອງພັກ ແລະ ລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ. ທ່ານໃຫ້ຮູ້ຕື່ມວ່າ: ຕະຫຼອດໄລຍະ 45 ປີ ວຽກງານ ໂຍທາທິການ ແລະ ຂົນສົ່ງ ໄດ້ມີການປັບປຸງຍົກລະດັບ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແບບບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດເຮົາ ດ້ວຍການສົມທຽບໃຫ້ເຫັນຕົວເລກໃນແຕ່ລະໄລຍະ. ມາເຖິງປັດຈຸບັນນີ້, ໄດ້ມີທາງລົດ ໄປເຖິງທຸກແຂວງ ແລະ ທຸກເມືອງໃນທົ່ວປະເທດ; ໃນນັ້ນ, ມີທາງປູຢາງໄປ ເຖິງ 144 ເມືອງ, ທາງທຽວໄດ້ 2 ລະດູ ມີ 147 ເມືອງ ແລະ ລະດູດຽວຍັງເຫຼືອພຽງ 1 ເມືອງ ຄື: (ເມືອງກະລຶມ), ແຂວງເຊກອງ. ຈາກການກຳນົດທີ່ວ່າ: ວຽກງານ ຍທຂ ເປັນວຽກງານ ປາຍແຫຼມ ເພື່ອຊຸກຍູ້ເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວ. ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນທີ່ສຳຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຄຳຂວັນດັ່ງກ່າວ ມາຮອດມື້ນີ້ໄດ້ກາຍເປັນຮູບປະທຳແລ້ວ ອັນໄດ້ສ້າງຄວາມເຊື່ອໝັ້ນຂອງປະຊາຊົນບັນດາເຜົ່າ ຕໍ່ກັບການຊີ້ນຳນຳພາອັນສະຫຼາດສອ່ງໃສຂອງພັກເຮົາ ແລະ ການກ້າວຂຶ້ນຢ່າງມີຫຼັກການຂອງປະເທດຊາດ ຕາມເສັ້ນທາງ ສັງຄົມນິຍົມ. ວຽກທີ່ພົ້ນເດັ່ນໃນດ້ານການກໍ່ສ້າງ ແລະ ສ້ອມແປງ ຂົວ-ທາງ ໃນໄລຍະ 45 ປີ ຜ່ານມາ ພວກເຮົາໄດ້ສຳເລັດໃນການກໍ່ສ້າງທາງເລກ 13 ເໜືອ ແລະ 13 ໃຕ້ ທີ່ຖືວ່າເປັນເສັ້ນທາງສາຍຫຼັກຂອງ ສປປ ລາວ ປຽບເໝືອນກະດູກສັນຫຼັງຂອງຄົນເຮົາ; ນອກນີ້, ຍັງໄດ້ກໍ່ສ້າງ ແລະ ປົກປັກຮັກສາເສັ້ນທາງຫຼວງແຫ່ງຊາດ ສາຍຕັ້ງ ແລະ ສາຍຂວາງເຊັ່ນ: ທາງເລກ 13 ເໜືອ ແລະ 13 ໃຕ້ ທາງເລກ 2, ທາງເລກ 3, ທາງເລກ 6, ທາງເລກ 7, ທາງເລກ 8, ທາງເລກ 9, ທາງເລກ 12, ທາງເລກ 15, ທາງເລກ 16, ທາງເລກ 20, ທາງເລກ 18 ເບ, ທາງແຕ່ປາກມອງ-ພູເລົາ, ທາງແຕ່ປາກມອງ-ນາເຕີຍ-ບໍ່ເຕັນ, ທາງປາກເຊ-ວັງເຕົ່າ, ປາກເຊ-ເຊກອງ-ອັດຕະປື ແລະ ອື່ນໆ. ຊຶ່ງໄດ້ເປັນການຊຸກຍູ້ການຜະລິດ, ການຂົນສົ່ງ ກໍຄືການແລກປ່ຽນສິນຄ້າ, ການທອ່ງທ່ຽວ, ການໄປມາຫາສູ່ ລະຫວ່າງ ເມືອງ ຫາ ບ້ານ, ເມືອງ ຫາ ເມືອງ, ເມືອງ ຫາ ແຂວງ ແລະ ລະຫວ່າງ ສປປລາວ ກັບບັນດາປະເທດອ້ອມຂ້າງ ແລະ ອະນຸພາກພື້ນໄດ້ເປັນຢ່າງດີ. ນອກນັ້ນ, ເສັ້ນທາງຫຼວງແຫ່ງຊາດ ທີ່ເປັນທາງອານຸພາກພື້ນທີ່ສຳຄັນອີກເສັ້ນໜຶ່ງຄື: ທາງເລກ 4 ແຕ່ຊຽງເງີນ-ໄຊຍະບູລີ-ປາກລາຍ-ແກ່ນທ້າວ-ນາຂ່າ.

ເສັ້ນທາງຫຼວງແຫ່ງຊາດເລກ 11 ລຽບຊາຍແດນເບື້ອງຕາເວັນຕົກ, ທາງເລກ 1 ຜ່ານໃຈກາງຂອງປະເທດ ແຕ່ເມືອງຄູນ-ທ່າໂທມ-ວຽງທອງ-ຄຳເກີດ-ມະຫາໄຊ-ໄຊບົວທອງ-ວີລະບູລີ-ເມືອງພີນ, ເສັ້ນທາງປາກນ້ຳນອ້ຍ-ບ້ານຢໍ້-ບຸນເໜືອ-ຜົ້ງສາລີ-ຫາດສາ, ເສັ້ນທາງບຸນເໜືອ-ລານຕຸ້ຍ, ເສັ້ນທາງແຕ່ວຽງໄຊ-ສົບເບົາ-ຊຽງຄໍ້-ເມືອງແອດ-ບ້ານດ່ານ, ເສັ້ນທາງນ້ຳທາ-ເມືອງສີງ-ຊຽງກົກ, ທາງເລກ 5 ໄປແຂວງໄຊສົມບູນແຕ່ຫ້ວຍໝໍ້-ເມືອງອະນຸວົງ-ບ້ານທ່າວຽງ-ຊາຍແດນລາວ-ຫວຽດນາມ, ເສັ້ນທາງເລກທີ 15 ທີ່ເປັນເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງຂອງແຂວງທີ່ສຳຄັນ ກໍໄດ້ຮັບການຟື້ນຟູໃຫ້ແລ່ນໄດ້ 2 ລະດູ. ບັນດາເສັ້ນທາງໃນນະຄອນຫຼວງວຽງຈັນ ແລະ ຢູ່ຕົວເມືອງອຶ່ນໆ ກໍໄດ້ຮັບການປັບປຸງ ໃຫ້ມີໃບໜ້າອັນໃໝ່, ເປັນຕົ້ນແມ່ນ ເສັ້ນທາງເບີ 1, ເບີ 2 ແລະ ທາງຊອຍອຶ່ນໆ ໃນນະຄອນຫຼວງວຽງຈັນ ໄດ້ຮັບການຟື້ນຟູໃໝ່ ທັງປະດັບດ້ວຍສວນສາທາລະນະອັນສວຍງາມ.

ມາຮອດປະຈຸບັນ, ຕາໜ່າງເສັ້ນທາງມີລວງຍາວທັງຫມົດ 58.255 ກມ, ມີເສັ້ນທາງໄປເຖິງທຸກແຂວງ ແລະ ທຸກເມືອງ. ໃນນັ້ນ, ມີທາງປູຢາງໄປເຖິງ 148 ເມືອງ. ຖ້າທຽບໃສ່ປີ 1975 ເສັ້ນທາງມີທັງໝົດ ແມ່ນເທົ່າກັບ 7.400 ກມ, ເພີ່ມຂຶ້ນ 50.855 ກມ ເທົ່າກັບ 687%; ໄດ້ກໍ່ສ້າງຂົວໄດ້ທັງໝົດ 2.819 ແຫ່ງ. ໃນນີ້, ເປັນຂົວເບຕົງ 1.113 ແຫ່ງ, ສ່ວນເຫຼືອ ເປັນຂົວເຫຼັກ, ຂົວໄມ້ ແລະ ອື່ນໆ. ທຽບໃສ່ປີ 1986 ມີຂົວພຽງ 519 ແຫ່ງ, ພວກເຮົາເຫັນໄດ້ວ່າ ມີຂົວເພີ່ມຂຶ້ນ 2.300 ແຫ່ງ ຄື: ເພີ່ມຂຶ້ນ 443%, ຂົວທີ່ສຳຄັນແມ່ນ ຂົວສີທອງ, ຂົວຢູຣິກາກາຣິນ (ຂົວປາກກະດີງ), ຂົວນ້ຳເທີນ, ຂົວເຊໂດນຢູ່ປາກເຊ, ຂົວທ່າງອ່ນ, ຂົວມິດຕະພາບ 1 (ວຽງຈັນ-ໜອງຄາຍ), ຂົວຂ້າມນ້ຳຂອງປາກເຊ, ຂົວມິດຕະພາບນ້ຳເຫືອງລາວ-ໄທ ແລະ ຂົວມິດຕະພາບ 2 (ສະຫວັນນະເຂດ-ມຸກດາຫານ), ຂົວມິດຕະພາບ 3 (ທ່າແຂກ-ນະຄອນພະນົມ), ຂົວມິດຕະພາບ 4 (ຫ້ວຍຊາຍ-ຊຽງຂອງ). ນອກຈາກນີ້, ກໍຍັງມີຂົວທີ່ສຳຄັນຫຼາຍແຫ່ງຕາມເສັ້ນທາງເລກທີ 13, ຕາມເສັ້ນທາງເລກ 2, ເລກ 4, ເລກ 7, ເລກ 8, ເລກ 9, ທາງເລກ 12, ເລກ 15, 18 ເບ ແລະ ເສັ້ນທາງອື່ນໆ ອີກ. ທັງໝົດນີ້ໄດ້ ເຮັດໃຫ້ການໄປມາຫາສູ່ລະຫວ່າງ ເມືອງ ຫາ ບ້ານ, ເມືອງ ຫາ ເມືອງ, ເມືອງ ຫາ ແຂວງ ແລະ ຄ້າຂາຍຕາມຊາຍແດນ ໄດ້ຮັບຄວາມສະດວກສະບາຍຫລາຍຂຶ້ນ, ເຮັດໃຫ້ການເຊື່ອມຕໍ່ລະຫວ່າງແຂວງກັບແຂວງ ກໍ່ຄືການເຊື່ອມຕໍ່ກັບພາກພື້ນໄດ້ກາຍເປັນທ່າແຮງໃຫຍ່ ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ນັບມື້ນັບຂະຫຍາຍຕົວຂື້ນ.

ນອກຈາກການຍົກລະດັບ ແລະ ກໍ່ສ້າງໃໝ່ແລ້ວ, ການສ້ອມແປງ ແລະ ບູລະນະຮັກສາທາງກໍເປັນວຽກໜຶ່ງທີ່ຖືເປັນບູລິມະສິດ ທັງນີ້ກໍເພຶ່ອປົກປັກຮັກສາກິດຈະການຂົວ-ທາງ ທີ່ລັດຖະບານໄດ້ລົງທຶນໄປແລ້ວໃຫ້ໄດ້ນຳໃຊ້ຢ່າງຍາວນານ. ວຽກດັ່ງກ່າວນີ້, ກໍໄດ້ມີບາດກ້າວໃໝ່ດວ້ຍການທົດລອງສ້າງຕັ້ງກອງທຶນບູລະນະຮັກສາທາງຫຼວງຂຶ້ນ ໃນຕົ້ນປີ 2001, ການສ້າງຕັ້ງກອງທຶນດັ່ງກ່າວເຫັນວ່າມີປະສິດທິຜົນດີສົມຄວນ, ເພາະສາມາດສະໜອງທຶນໃຫ້ແກ່ວຽກງານບູລະນະຮັກສາສ້ອມແປງທາງ, ຊຶ່ງສາມາດຮັບປະກັນການຄົມມະນາຄົມ ຂົນສົ່ງ ໃນຂອບເຂດທົ່ວປະເທດໄດ້ຕະຫຼອດປີ. ອັນທີ່ພົ້ນເດັ່ນຂອງວຽກປົກປັກຮັກສາທາງ ແມ່ນການນຳໃຊ້ຮູບແບບປະມູນແຕ່ລະປີ ໝາຍຄວາມວ່າຢູ່ທຸກເສັ້ນທາງຫຼວງແຫ່ງຊາດໃນທົ່ວປະເທດມີຜູ້ປົກປັກຮັກສາ. ນອກນັ້ນ, ຍັງໄດ້ນຳໃຊ້ຮູບແບບມອບເໝົາໃຫ້ປະຊາຊົນ ທີ່ອາໄສລຽບຕາມແຄມທາງເຮັດວຽກຖາງຫຍ້າແຄມທາງ ແລະ ອະນາໄມຮ່ອງລະບາຍນ້ຳ, ຊຶ່ງໄດ້ເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ທັງຍັງຊວ່ຍໃຫ້ເຂົາເຈົ້າມີລາຍໄດ້ເພີ້ມ, ຊວ່ຍຫຼຸດຜ່ອນການຖາງປ່າເຮັດໄຮ່ ແລະ ທັງປະຕິບັດໄດ້ນະໂຍບາຍ ຫຼຸດຜ່ອນຄວາມທຸກຍາກນຳອີກດວ້ຍ.

ສໍາລັບທິດທາງໃນຕໍ່ໜ້າຈະສຸມໃສ່ຜັນຂະຫຍາຍນະໂຍບາຍເປັນປະເທດເຊື່ອມຕໍ່, ເຊື່ອມໂຢງ, ເຊື່ອມຈອດ ກັບອານຸພາກພື້ນ ແລະ ພັດທະນາມາດຕະຖານເຕັກນິກ ຂົວ-ທາງ ໃຫ້ໄດ້ລະດັບສາກົນ ເພື່ອຊຸກຍູການພັດທະນາເສດຖະກິດ-ສັງຄົມຂອງຊາດດ້ວຍການພັດທະນາພື້ນຖານໂຄງລ່າງເສັ້ນທາງເຊື່ອມຕໍ່ພາຍໃນປະເທດ ແລະ ເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງ ຕາມທິດພັດທະນາລະບົບເສັ້ນທາງແບບ 3911 ຊຶ່ງລວມມີ: ເສັ້ນທາງສາຍຕັ້ງ 3 ເສັ້ນ, ທາງສາຍຂວາງ 9 ເສັ້ນ ແລະ ທາງເຊື່ອມຕໍ່ 11 ເສັ້ນ. ສູ້ຊົນປັບປຸງ-ຍົກລະດັບບັນດາເສັ້ນທາງຫຼວງແຫ່ງຊາດ ທີ່ເປັນທາງຜ່ານ ແລະ ເຊື່ອມຕໍ່ກັບອະນຸພາກພື້ນ ສູ້ຊົນໃຫ້ໄດ້ກໍ່ສ້າງຂົວຂ້າມນ້ຳຂອງທີ່ປາກຊັນ ແຫ່ງທີ 5 (ແຂວງບໍລິຄຳໄຊ-ບຶງການ), ຂົວຂ້າມນໍ້າຂອງຢູ່ປາກຕະພານ (ແຂວງສາລະວັນ-ອຸບົນ), ຂົວຂ້າມນ້ຳຂອງ (ຊະນະຄາມ-ຈັງຫວັດເລີຍ), ຂົວຂ້າມນ້ຳຂອງຫຼວງພະບາງ-ຈອມເພັດ, ຂົວຂ້າມນ້ຳຂອງເຊື່ອມຕໍ່ດອນ-ດອນ(ສີ່ພັນດອນ) ຈຳນວນ 4 ແຫ່ງ ແລະ ຂົວນ້ອຍ 44 ແຫ່ງ ຢູ່ແຂວງຈຳປາສັກ ແລະ ຂົວຕາມທາງຫຼວງແຫ່ງຊາດຈຳນວນໜຶ່ງ. ສືບຕໍ່ກໍ່ສ້າງ ແລະ ປົກປັກຮັກສາເສັ້ນທາງຫຼວງແຫ່ງຊາດ ໃຫ້ສາມາດຮັບປະກັນການສັນຈອນໄປມາໄດ້ສະດວກຕະຫຼອດປີຢ່າງໜ້ອຍ 60% ຂອງເສັ້ນທາງທັງໝົດ; ສືບຕໍ່ປບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ທາງ 13 ເໜືອ. ສືບຕໍ່ກໍ່ສ້າງທາງດ່ວນແຕ່ວັງວຽງ-ຫຼວງພະບາງ; ຫຼວງພະບາງ-ອຸດົມໄຊ ແລະ ອຸດົມໄຊ-ບໍ່ເຕັ່ນ ແຂວງຫຼວງນໍ້າທາ ແລະ ທາງດ່ວນແຕ່ນະຄອນຫຼວງວຽງຈັນ-ປາກເຊ. ສືບຕໍ່ບັນດາໂຄງການຟື້ນຟູພື້ນຖານໂຄງລ່າງພັດທະນາຊົນນະບົດໄລຍະ 2 (KFW) ແລະ ໂຄງການສ້ອມແປງ ແລະ ຄຸ້ມຄອງຂະແໜງຂົວ-ທາງ. ສືບຕໍ່ສ້າງບັນດາເສັ້ນທາງຍຸດທະສາດເຊື່ອມຕໍ່ພາຍໃນປະເທດທີ່ມີລັກສະນະສຳຄັນ ສືບຕໍ່ນຳໃຊ້ຈຸດພິເສດດ້ານທີ່ຕັ້ງຂອງປະເທດເຮົາໃຫ້ເກີດປະໂຫຍດສູງສຸດ ໂດຍເລັ່ງໃສ່ “ ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ມີປະສິດທິພາບສູງ, ທັນສະ ໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ ”.

 

ໂດບ:ຍຸພີນທອງ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com