Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້ ໄດ້ມີພິທີມອບ-ຮັບໂຮງຮຽນມັດທະຍົມສົມບູນຫຼັງໃໝ່ໃຫ້ເຂດຫົວນໍ້າບາກ, ເມືອງໄຊ, ແຂວງອຸດົມໄຊ ໂດຍການໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການ ເມືອງສູນກາງພັກ ຄະນະເລ ຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະ ທານອົງການກວດກາລັດຖະ ບານ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍພັນລະຍາ, ໃຫ້ກຽດຕ້ອນຮັບ ໂດຍທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆໄຊ ພ້ອມດ້ວຍ ຄະນະ, ຄູ-ອາຈານ ແລະ ນັກຮຽນ, ມີທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງ ອຸດົມໄຊ, ມີຄະນະທີມງານຜູ້ທີ່ສົມທົບທຶນໃນການກໍ່ສ້າງໂຮງຮຽນ, ຄະ ນະພັກ, ຄະນະນໍາຂອງແຂວງ, ເມືອງ, ບ້ານ, ຄູ-ອາຈານ, ນັກ ຮຽນ ແລະ ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.
ໂດຍການກ່າວມອບຂອງທ່ານ ນາງ ບົວໄຫຼ ຈິດມະນີ ແລະ ກ່າວຮັບຂອງທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແລະ ໄດ້ມອບຕໍ່ໃຫ້ ເມືອງ ແລະ ບ້ານເປັນຜູ້ຄຸ້ມຄອງນໍາໃຊ້ ແລະ ປົກ ປັກຮັກສາ, ໂຮງຮຽນຫຼັງນີ້ແມ່ນ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 17 ທັນວາ 2019 ແລະ ສໍາເລັດ ການກໍ່ສ້າງ 100% ໃນວັນທີ 26 ສິງຫາ 2020, ດ້ວຍການ ເຕົ້າໂຮມທຶນຂອງທ່ານ ນາງ ບົວໄຫຼ ຈິດມະນີ ໂດຍການ ສົມທົບກັບຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ບ້ານ ຊຶ່ງໄດ້ເຫັນດີເປັນເອກະ ພາບກັນສ້າງໂຮງຮຽນມັດທະ ຍົມສົມບູນເຂດຫົວນໍ້າບາກ ແຫ່ງນີ້ຂຶ້ນ ໂດຍການປະກອບ ສ່ວນຈາກຄອບຄົວການນຳ, ນັກທຸລະກິດ ແລະ ປະຊາຊົນ ຊຶ່ງເຕົ້າໂຮມທຶນໄດ້ທັງໝົດຈຳ ນວນ 3.265.612.090 ກີບ, ໃນນີ້ ເປັນເງິນສົດ 3.077.212.090 ກີບ (ແມ່ນໄດ້ໂອນຊໍາລະຕາມສັນຍາກໍ່ສ້າງໂຮງຮຽນແລ້ວຈໍາ ນວນ 2.532.321.090 ກີບ ໂດຍຜ່ານຄັງເງິນສົດແຫ່ງຊາດ ແຂວງອຸດົມໄຊ) ຍັງເຫຼືອຈຳ ນວນ 544.891.000 ກີບ ແມ່ນມອບໃຫ້ແຂວງອຸດົມໄຊຄຸ້ມຄອງນຳໃຊ້ສະເພາະການສຶກສາຂອງແຂວງ, ນອກນັ້ນກໍ ຍັງມີເປັນວັດຖູ-ອຸປະກອນຈຳ ນວນໜຶ່ງຄື:ໂນດບຸກເລນູໂວ 17 ໜ່ວຍ, ປິ່ນເຕີ 19 ໜ່ວຍ, ຄອມພິວເຕີຕັ້ງໂຕະ 4 ໜ່ວຍ, ນໍ້າມຶກ 8 ກ່ອງ, ແພພັນຄໍເຍົາ ວະຊົນ 200 ຜືນ, ບານເຕະ, ບານສົ່ງ, ກະຕໍ້, ຟີເລບານສົ່ງ, ໃນນີ້ວັດຖຸ ອຸປະກອນຈາກອົງການກວດ ກາລັດຖະບານມີຄອມພິວເຕີຕັ້ງໂຕະ 4 ໜ່ວຍ, ປິ່ນເຕີ 2 ໜ່ວຍ ແລະ ນໍ້າມຶກ 8 ກ່ອງ ມູນຄ່າ 28.000.000 ກີບ, ລວມມູນຄ່າວັດຖຸອຸປະກອນທັງໝົດຈໍານວນ 188.400.000 ກີບ; ໂຮງຮຽນຫຼັງນີ້ແມ່ນເປັນຕຶກສອງຊັ້ນຂະໜາດ 12 x 47 ແມັດ, ມີຫ້ອງຮຽນ 10 ຫ້ອງ, ໂຕະ-ຕັ່ງ ສໍາລັບນັກຮຽນ 190 ຊຸດ, ໂຕະ-ຕັ່ງສໍາລັບຄູ-ອາຈານ 10 ຊຸດ ແລະ ມີຫ້ອງນໍ້າ 1 ຫຼັງ ປະກອບມີ 4 ຫ້ອງ; ໃນນາມທີ່ບໍລິສັດສົມປະສົງກໍ່ສ້າງ ຊຶ່ງເປັນຜູ້ຮັບເໝົາກໍ່ສ້າງໂຮງຮຽນກໍ່ໄດ້ປະກອບສ່ວນຕິດຕັ້ງດອກໄຟ, ພັດລົມໂຄຈອນ 20 ຊຸດ ແລະ ອື່ນໆເປັນມູນຄ່າ 80.000.000 ກີບ, ໃນພິທີຍັງໄດ້ມີການປະດັບຫຼຽນໄຊແຮງງານຊັ້ນ III , ຫຼຽນກາພັດທະນາ ແລະ ມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນຕາມລໍາດັບ ໃນການປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການຂົນຂວາຍທຶນຮອນຊ່ວຍເຫຼືອຈາກນັກທຸລະກິດເຂົ້າ ໃນການກໍ່່ສ້າງໂຮງຮຽນມັດ ທະ ຍົມສົມບູນ ບ້ານຫົວນໍ້າບາກ, ເມືອງໄຊ, ແຂວງອຸດົມໄຊ ໃຫ້ກຽດປະດັບຫຼຽນ ແລະ ມອບໃບຍ້ອງຍໍໂດຍທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ.
ໃນຕອນທ້າຍຂອງພິທີ ທ່ານ ບຸນທອງ ຈິດມະນີ ໄດ້ໃຫ້ກຽດຕັດແຖບຜ້າ ເພື່ອເປີດນຳໃຊ້ໂຮງຮຽນຢ່າງເປັນທາງການ ແລະ ຢ້ຽມຊົມໂຮງຮຽນຫຼັງໃໝ່ອີກດ້ວຍ.
(ຂ່າວ-ພາບ: ຕູ່ນາ ເລົ່າຖາວອນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com