Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂ່າວສານຊີອາໄອລາຍງານວ່າ: ວັນທີ 27 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 27.
ທ່ານ ສີຈິ້ນຜິງ ກ່າວວ່າ: ປີ2013, ຂ້າພະເຈົ້າໄດ້ສະເໜີວ່າ ຈີນ ຍິນດີຮ່ວມກັບບັນດາປະເທດອາຊຽນ ສ້າງເສັ້ນທາງສາຍໄໝທາງທະເລໃນສະຕະວັດທີ 21 ແລະ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ທີ່ແໜ້ນແຟ້ນກວ່າເກົ່າ. ພວກເຮົາມີຄວາມປິຕິຊົມຊື່ນທີ່ເຫັນວ່າ: ໃນໄລຍະ 7 ປີຜ່ານມາ, ການເຊື່ອໂຍງ, ເຊື່ອມຈອດກັນ ລະຫວ່າງ ສອງຝ່າຍ ໄດ້ເລັ່ງລັດໃຫ້ໄວຂຶ້ນຢ່າງບໍ່ຢຸດຢັ້ງ, ການເຊື່ອໂຍງດ້ານເສດຖະກິດ ໄດ້ກ້າວສູ່ລວງເຊິກຢ່າງຕໍ່ເນື່ອງ, ການຮ່ວມມືດ້ານເສດຖະກິດ-ການຄ້າ ກໍນັບມື້ນັບພັດທະນໄວຂຶ້ນ, ການແລກປ່ຽນດ້ານວັດທະນະທຳ ກໍນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ, ການພົວພັນ ຈີນ-ອາຊຽນ ໄດ້ກາຍເປັນແບບຢ່າງທີ່ປະສົບຜົນສຳເລັດຫຼາຍກວ່າໝູ່ ແລະ ມີຊີວິດຊີວາຫຼາຍກວ່າໝູ່ ໃນດ້ານເສດຖະກິດຂອງພາກພື້ນອາຊີ-ປາຊີຟິກ ແລະ ກາຍເປັນແບບຢ່າງທີ່ມີຊີວີດຊີວາໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຢ່າງໃດກໍຕາມ, ເມື່ອປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19, ສອງຝ່າຍໄດ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ປັດຈຸບັນ, ໂລກພວມປະສົບກັບການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນ ໃນຮອບຮ້ອຍປີຜ່ານມາ, ຊາຕາກຳຂອງປະຊາຊົນບັນດາປະເທດ ບໍ່ເຄີຍພົວພັນກັນຢ່າງໃກ້ຊິດຄືດັ່ງທຸກມື້ນີ້. ຈີນ ຖືເອົາ ອາຊຽນ ເປັນທິດທາງບຸລິມະສິດ ໃນວຽກງານການຕ່າງປະເທດກັບປະເທດໃກ້ຄຽງ ແລະ ເປັນພາກພື້ນສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຈີນ ຍິນດີຮ່ວມກັບ ອາຊຽນ ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ຮັກສາທ່ວງທ່າທີ່ດີໃນການພັດທະນາພາກພື້ນນີ້, ສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ທີ່ແໜ້ນແຟ້ນກວ່າເກົ່າ.
ພ້ອມກັນນັ້ນ, ທ່ານ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມ 4 ຂໍ້ຄື: ໜຶ່ງ, ຍົກສູງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ, ລົງເລິກການເຊື່ອມຈອດແຜນແມ່ບົດການພັດທະນາ ໂດຍອີງໃສ່ການສ້າງຊ່ອງທາງໃໝ່ທາງບົກ ແລະ ທາງທະເລ, ເພີ່ມທະວີການຮ່ວມມືໃນການເຊື່ອມຈອດພື້ນຖານໂຄງລ່າງ, ເລັ່ງລັດການຊຸກຍູ້ ການສ້າງແລວເສດຖະກິດ ແລະ ໂຄງການສຳຄັນທີ່ມີຢູ່ໃນປັດຈຸບັນ, ຕັ້ງໜ້າສ້າງສະຫະພັນຂົນສົ່ງດ້ວຍຫຼາຍຮູບແບບ ລະຫວ່າງ ຈີນ-ອາຊຽນ. ປີ 2021 ແມ່ນປີທີ່ ຈີນ ແລະ ອາຊຽນ ສ້າງຕັ້ງສາຍພົວພັນຄູ່ເຈລະຈາຄົບຮອບ 30 ປີ, ຈີນ ຍິນດີຮ່ວມກັບ ອາຊຽນ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດທີ່ມີລະດັບສູງກວ່າເກົ່າ.
ສອງ, ຍົກສູງລະດັບການຮ່ວມມືເສດຖະກິດ-ການຄ້າ, ເລັ່ງລັດການຟື້ນຟູເສດຖະກິດຂອງພາກພື້ນຢ່າງຮອບດ້ານ. ປະຕິບັດສັນຍາການຄ້າເສລີ ຈີນ-ອາຊຽນ ໃຫ້ດີກວ່າເກົ່າ. ຈີນຫວັງວ່າ: “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ” ຈະບັງເກີດຜົນໂດຍໄວ. ເພີ່ມທະວີຄວາມສະດວກດ້ານການຄ້າ ແລະ ສົ່ງເສີມການລົງທຶນ, ເປີດກວ້າງຕະຫຼາດໃຫ້ກັນ ແລະ ກັນ, ຊຸກຍູ້ການເຊື່ອມໂຍງຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ມູນຄ່າຢ່າງເລິກເຊິ່ງ. ພາຍໃຕ້ປະຖົມປັດໄຈທີ່ຮັບປະກັນການປ້ອງກັນ ແລະ ຄວບຄຸມພະຍາດ, ໃຊ້ມາດຕະການເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນດ້ານບຸກຄະລາກອນ ແລະ ການຈໍລະຈອນສິນຄ້າ. ຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະການຮ່ວມມື ລະຫວ່າງ ຈີນ-ເຂດເຕີບໂຕພາກຕາເວັນອອກຂອງອາຊຽນ.
ສາມ, ຍົກລະດັບການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ລົງເລິກການຮ່ວມມືເສດຖະກິດດິີຈີຕອນ. ສ້າງຈຸດພົ້ນເດັ່ນໃໝ່ດ້ານການຮ່ວມມືໃຫ້ຫຼາຍກວ່າເກົ່າໃນຂົງເຂດຕ່າງໆ ເຊັ່ນ: ຕົວເມືອງອັດສະລິຍະ, 5G, ປັນຍາປະດິດ, ການຄ້າເອເລັກໂຕຣນິກ, ຂໍ້ມູນໃຫຍ່, ບຼອກເຊນ (Blockchain), ການປິ່ນປົວທາງໄກ ແລະ ອື່ນໆ. ເພີ່ມທະວີການປ້ອງກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະ ການປະສານສົມທົບກັນດ້ານນະໂຍບາຍ. ສ້າງສູນຂໍ້ມູນຂ່າວສານ ຈີນ-ອາຊຽນ, ສ້າງ “ເສັ້ນທາງສາຍໄໝດີຈີຕອນ”.
ສີ່, ຍົກລະດັບການຮ່ວມມືໃນການຕ້ານກັບພະຍາດ, ເສີມສ້າງຄວາມສາມາດດ້ານສາທາລະນະສຸກ. ເພີ່ມທະວີການສົນທະນາກັນດ້ານນະໂຍບາຍ, ແບ່ງປັນຂໍ້ມູນຂ່າວສານ ແລະ ການຮ່ວມມືດ້ານຢາວັກຊິນ. ຈີນ ຈະພິຈາລະນາເຖິງຄວາມຕ້ອງການຂອງປະເທດອາຊຽນ ຢ່າງຕັ້ງໜ້າ ຫຼັງຈາກນຳໃຊ້ຢາວັກຊິນຕ້ານເຊື້ອພະຍາດໂຄວິດ-19 ຢ່າງເປັນທາງການ, ໃຫ້ການສະໜັບສະໜູນດ້ານເງິນທຶນ ໃຫ້ແກ່ກອງທຶນຕ້ານພະຍາດອາຊຽນ, ອົບຮົມຜູ້ບໍລິຫານ ແລະ ວິຊາການດ້ານສາທາລະນະສຸກ 1.000 ຄົນ ໃຫ້ແກ່ອາຊຽນ, ຮ່ວມກັນສ້າງສາງສະສົມອຸປະກອນການແພດ ເພື່ອຮັບມືສຸກເສີນ ແລະ ກົນໄກພົວພັນສຸກເສີນດ້ານສາທາລະນະສຸກ.
ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ປີ 2021, ຈີນ ຈະເປີດຂະບວນການໃໝ່ຄື: ບັ້ນສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຈີນ ຈະເດັດດ່ຽວເປີດກວ້າງການເປີດປະຕູສູ່ພາຍນອກ, ການຮ່ວມມື ລະຫວ່າງ ຈີນ ແລະ ອາຊຽນ ຈະມີໂອກາດທີ່ກວ້າງຂວາງກວ່າເກົ່າ.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com