Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຕາມການລາຍງານຂອງກອງເລຂາ ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 17 ເມື່ອວັນທີ 27 ພະຈິກຜ່ານມາ ໄດ້ໃຫ້ຮູ້ວ່າ: ອີງຕາມສະຖາບັນເອັມຊີຄິນເຊ (McKinsey Global Institute) ທີ່ໄດ້ສຶກສາທ່າອ່ຽງທາງດ້ານເສດຖະກິດໃນສະຕະວັດທີ 20 ເຫັນວ່າ: ສູນກາງເສດຖະກິດຂອງໂລກ ຢູ່ທີ່ມະຫາສະໝຸດອັດລັງຕິກເໜືອ. ຢ່າງໃດກໍ່ຕາມ, ໃນປີນີ້ສະຖາບັນໄດ້ຄຳນວນແລ້ວວ່າ: ສູນກາງເສດຖະກິດຂອງໂລກ ໄດ້ຍ້າຍໄປຢູ່ທີ່ຊາຍແດນຂອງເອີຣົບ ແລະ ອາຊີ.
ສັນຍາຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ໄດ້ລົງນາມໃນຫວ່າງບໍ່ດົນມານີ້ ແລະ ພາກພື້ນອາຊີ-ປາຊີຟິກ ໄດ້ຟື້ນຕົວຈາກການລະບາດຂອງພະຍາດໂຄວິດ-19 ໄດ້ໄວ, ເຮັດໃຫ້ໝັ້ນໃຈໄດ້ວ່າ: ສູນກາງຂອງແຮງດຶງດູດທາງດ້ານເສດຖະກິດໄດ້ໝູນໄປທາງທິດຕະເວັນອອກຫຼາຍຂຶ້ນ.
ການເຮັດວຽກຮ່ວມກັນຂອງພາກພື້ນນີ້ ໄດ້ສະທ້ອນໃຫ້ເຫັນຄວາມມີປະສິດທິພາບຫຼາຍຂຶ້ນ ຈາກບັນດາເມືອງຕ່າງໆເຊັ່ນ: ໜານນິງ ຂອງຈີນ ຊຶ່ງກຳລັງເປັນເຈົ້າພາບຈັດງານວາງສະແດງສິນຄ້າຈີນ-ອາຊຽນ (China-ASEAN Expo) ຫຼື ຊຽງໄຮ້ ເປັນເຈົ້າພາບຈັດງານວາງສະແດງສິນຄ້ານໍາເຂົ້າສາກົນ(China International Import Expo) ປະຈຳປີ ຫຼື ກົວລາລຳເປີ ຊຶ່ງເປັນເຈົ້າພາບຈັດກອງປະຊຸມສຸດຍອດເອເປັກ ຄັ້ງທີ 32. ພ້ອມນີ້, ອົງການ CGTN Host Tian Wei ໄດ້ທຳການສຶກສາ RCEP ແລະ ອາຊີ-ປາຊີຟິກ ມີຄວາມສຳຄັນແນວໃດຕໍ່ກັບການເຕີບໂຕທາງດ້ານເສດຖະກິດທົ່ວໂລກ.
ການລົງນາມ RCEP ໃນວັນທີ 15 ພະຈິກຜ່ານມາ, ທີ່ຮ່າໂນ້ຍ, ສສ.ຫວຽດນາມ ແມ່ນສັນຍາລັກຂອງໂລກທີ່ພລິກກັບຈາກລັດທິຝ່າຍດຽວ ແລະ ກັບມາມີສ່ວນຮ່ວມກັບໂລກາພິວັດອີກຄັ້ງ.
ທ່ານ ອັສມີ ຮັສຊັນ ນັກວິເຄາະການເມືອງອາວຸໂສຈາກ ມາເລເຊຍ ໄດ້ກ່າວວ່າ: RCEP ໃຊ້ເວລາໃນການເຈລະຈານານເຖິງ 8 ປີ ຊຶ່ງໄດ້ສະແດງໃຫ້ເຫັນວ່າ: ປະເທດໃຫຍ່ໆເຊັ່ນ: ຈີນ ແລະ ອົສຕຣາລີ ສາມາດເຮັດວຽກຮ່ວມກັບອາຊຽນ ໃນລະບົບການຄ້າແບບເປີດເສລີໄດ້ ຊຶ່ງເປັນສັນຍານທີ່ສຳຄັນຂອງໂລກ.
RCEP ເປັນຂໍ້ຕົກລົງລະດັບໂລກ ທີ່ມີຈຳເປັນຫຼາຍໃນເວລານີ້, ເນື່ອງຈາກໄດ້ເຊື່ອມໂຍງທັງເສດຖະກິດ ທີ່ໃຊ້ເຕັກໂນໂລຊີຂັ້ນສູງ ແລະ ອຸດສາຫະກຳການກະສິກຳ ແລະ ວັດຖຸດິບຢູ່ກັບທີ່. ຍິ່ງໄປກວ່ານັ້ນ ເສດຖະກິດເຫຼົ່ານີ້ ສ່ວນໃຫຍ່ມີຂໍ້ຍົກເວັ້ນ ແລະ ທີ່ໜ້າສັງເກດ 2 ປະການໃນອິນໂດເນເຊຍ ແລະ ຟິລິບປິນ ສາມາດປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້.
ທ່ານ ຈຽນຈູນ ອຳນວຍການຜູ້ບໍລິຫານຂອງສະຖາບັນການເງິນສາກົນຟານໄຮ ທີ່ມະຫາວິທະຍາໄລຟູຕານ ກ່າວວ່າ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ສາມາດຮັບເອົາວັດຖຸດິບຈາກບັນດາປະເທດອາຊຽນ ເພື່ອຜະລິດຢູ່ພາຍໃນປະເທດ ແລະ ຂາຍຄືນປະເທດ RCEP. ໃນຂະນະທີ່ເອີຣົບ ແລະ ອາເມຣິກາເໜືອປິດຕົວລົງ, ອາຊີ-ປາຊີຟິກ ສາມາດສ້າງແບບຟອມການຄ້າຄືນໃໝ່ ຊຶ່ງເປັນລະບົບຕ່ອງໂສ້ການສະໜອງການຜະລິດໃຫ້ສົມບູນ. ເຕັກໂນໂລຊີຈາກປະເທດໃນອາຊີຕາເວັນອອກສ່ຽງເໜືອ ທີ່ພັດທະນາຫຼາຍຂຶ້ນ ສາມາດສ້າງປະໂຫຍດໃຫ້ກັບບັນດາປະເທດໃນອາຊຽນ ໄດ້ເຊັ່ນກັນ.
ທ່ານ ຫຼິມ ໄທ ເວີຍ ຜູ້ຊ່ວຍນັກວິໄຈຂອງມະຫາວິທະຍາໄລແຫ່ງຊາດສິງກະໂປ ກ່າວວ່າ: ອາຊຽນ ຕ້ອງການຈັດຕັ້ງເຄືອຂ່າຍເມືອງອັດສະຣິຍະໃນອາຊຽນ 15 ຫາ 20 ເມືອງ ໂດຍເລືອກໃຫ້ເປັນເມືອງປະຕິວັດອຸດສາຫະກຳຍຸກ 4.0. ເມືອງເຫຼົ່ານີ້ ຊຶ່ງເປັນເມືອງຂອງອາຊຽນ ທີ່ສາມາດທຳງານຮ່ວມກັບຈີນ ຊຶ່ງເປັນຜູ້ນຳໃນດ້ານການຄ້າອອນໄລ ແລະ ເຕັກໂນໂລຊີອື່ນໆອີກຫຼວງຫຼາຍ.
ງານ China-ASEAN Expo ໃນປັດຈຸບັນ, ຈັດສະແດງເຕັກໂນໂລຊີ ທີ່ຈີນ ສາມາດນຳມາສູ່ຄູ່ຮ່ວມມືການຄ້າໃນອາຊຽນ. ທ່ານ ຈຽນຈູນ ໄດ້ກ່າວຕື່ມວ່າ: ບໍລິສັດຂອງຈີນ ໄດ້ນຳຜະລິດຕະພັນ VR ເຂົ້າມາໃນເທດສະການ VR ແລະ ການຄ້າອອນໄລ ຈະເປັນປັດໄຈສຳຄັນໃນສະພາບແວດລ້ອມປັດຈຸບັນ ທີ່ຕ້ອງການຫຼຸດຜ່ອນການສຳຜັດທາງກາຍຍະພາບໃຫ້ໜ້ອຍລົງທີ່ສຸດ ແລະ ສິດທິປະໂຫຍດຂອງ RCEP ອາດບໍ່ໄດ້ຈຳກັດຢູ່ແຕ່ຂອບເຂດຂອງສະມາຊິກປັດຈຸບັນເທົ່ານັ້ນ. RCEP ເຊື່ອມໂຍງເສດຖະກິດທີ່ໃຫຍ່ເປັນອັນດັບສອງ ແລະ ສາມ ໄດ້ແກ່ຈີນ ແລະ ຍີ່ປຸ່ນ ກັບ ອົສຕຣາລີ ແລະ ອາຊຽນ ກຸ່ມການຄ້າທີ່ໃຫຍ່ນີ້ໄດ້ສະແດງໃຫ້ເຫັນວ່າ: ພື້ນທີ່ການຄ້າເສລີ ໃນພາກພື້ນນີ້ ສາມາດຂັບເຄື່ອນການຟື້ນຕົວ ແລະ ການເຕີບໂຕຂອງໂລກໄດ້ ຊຶ່ງເປັນຂ່າວທີ່ໜ້າຍິນດີສຳລັບໂລກ.
ໃນຂະນະດຽວກັນ, ອິດທິພົນຂອງ RCEP ອາດບໍ່ຈຳກັດສະເພາະພື້ນທີ່ເສດຖະກິດເທົ່ານັ້ນ ຊຶ່ງ ທ່ານ ຮັສຊັນ ກ່າວວ່າ: ການເຈລະຈາ ລະຫວ່າງ ຈີນ, ອົສຕຣາລີ, ສ.ເກົາຫຼີ ແລະ ຍີ່ປຸ່ນ ເປັນໄປຢ່າງຍາກລຳບາກ ແຕ່ກໍສາມາດສະແດງໃຫ້ເຫັນວ່າ: ທຸກຝ່າຍສາມາດຕົກລົງກັນໄດ້ ຖ້າຫາກຈະເຈລະຈາ RCEP. ຂໍ້ຕົກລົງ RCEP ເປັນຄວາມຫວັງຂອງຄວາມຮ່ວມມືລະດັບໂລກ ທີ່ຕ້ອງການຫຼາຍຂຶ້ນ ແລະ ບໍ່ແປກໃຈເລີຍທີ່ສູນກາງເສດຖະກິດຂອງໂລກ ຊຶ່ງເປັນປະເທດທີ່ມີເສດຖະກິດປະສົມປະສານຫຼາຍທີ່ສຸດໃນໄລຍະເວລາແຫ່ງຄວາມພະຍາຍາມນີ້.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com