Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຮັບຟັງສຽງຂອງເດັກ ຂຶ້ນໃນວັນທີ 24 ພະ ຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຫົວຂໍ້ “ເດັກປະກອບ ສ່ວນ ດ້ວຍວິໄສທັດຂອງພວກເຂົາເອງ ເພື່ອຈິນຕະນາການຄືນໃໝ່” ຊຶ່ງເປັນສ່ວນໜຶ່ງຂອງກິດຈະກໍາຕ່າງໆໃນວັນເດັກ ໂລກ ໂດຍການສະໜັບສະ ໜູນ ຂອງອົງການອຸຍນີເຊັບ ຊຶ່ງມີທ່ານ ນາງ ຈົງຈິດ ນັນທະຣານົນ ຮອງເລຂາທິການຄະນະປະຈໍາ, ຄຊກມດ ແລະ ທ່ານ ນາງ ເພຍ ເຣເບວໂລ ບຣິດໂຕ (Pia Rebello Britto) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາ ສປປ ລາວ ແລະ ນັກຮຽນຈໍານວນ 42 ຄົນ ທີ່ມີອາຍຸແຕ່ 11 ຫາ 18 ປີ ຈາກ 18 ແຂວງ, ທົ່ວປະເທດເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ຈຸດ ປະສົງ ເພື່ອໃຫ້ນັກຮຽນທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາ ລື ແລະ ໄດ້ປະກອບສ່ວນເຂົ້າໃນ ການຈິນຕະນາການຄືນໃໝ່ ເຖິງວິໄສທັດຂອງພວກເຂົາ ສຳ ລັບປີ 2030 ໃນໄລຍະທີ່ຜົນ ກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ພວມ ຢູ່ໃນຊີວິດຂອງພວກເຂົາ. ທີ່ ຢາກຊີ້ແຈງຄວາມກັງວົນຂອງພວກເຂົາ ແລະ ສະເໜີວິທີແກ້ ໄຂຕໍ່ກັບສິ່ງທ້າທາຍທີ່ມີຢູ່ໃນ ການຈັດຕັ້ງປະຕິບັດສົນທິສັນ ຍາ ວ່າດ້ວຍສິດທິເດັກ (CRC) ແລະ ເປົ້າໝາຍການພັດທະ ນາແບບຍືນຍົງ (SDGs). “ເດັກແມ່ນຜູ້ນຳໃນມື້ອື່ນ. ພວກເຂົາແມ່ນຜູ້ໄດ້ຮັບຜົນປະ ໂຫຍດ ແລະ ເປັນເປົ້າໝາຍ ຂອງນະໂຍບາຍໃນປັດຈຸບັນ, ແຕ່ພວກເຂົາຍັງເປັນຜູ້ທີ່ເຮັດໃຫ້ມີການປ່ຽນແປງອີກດ້ວຍ. ຈາກການຕັດສິນໃຈໃນມື້ນີ້, ເດັກ ແລະ ໄວໜຸ່ມເຫຼົ່ານີ້ຈະ ເປັນຜູ້ສືບທອດ ແລະ ກຳນົດອະນາຄົດຂອງປະເທດ ໃນຊຸມ ປີຕໍ່ໜ້າ. ດັ່ງນັ້ນ, ເປັນສິ່ງສຳ ຄັນທີ່ຈະຮັບຮູ້ເຖິງບົດບາດທີ່ເດັກ ແລະ ໄວໜຸ່ມສາມາດມີໄດ້ ແລະ ຕ້ອງມີບົດບາດໃຫ້ເປັນ ຊັບສິນ ແລະ ຜູ້ແກ້ໄຂບັນຫາຕ່າງໆ ໃນ ຂະນະທີ່ສົນທະນາເຖິງເປົ້າ ໝາຍການພັດທະນາໃນອະນາ ຄົດ”, ດັ່ງທີ່ໄດ້ລະບຸໄວ້ ໃນມາດ ຕາ 12 ຂອງສົນທິສັນຍາ ວ່າ ດ້ວຍສິດທິເດັກຂອງອົງການສະຫະປະຊາຊາດ, ເດັກ ແລະ ໄວໜຸ່ມອາຍຸຕໍ່າກວ່າ 18 ປີທຸກຄົນມີສິດເຂົ້າຮ່ວມ ແລະ ມີຄວາມຄິດເຫັນຂອງຕົນ ລວມເຂົ້າໃນຂັ້ນຕອນການຕັດສິນໃຈ ທີ່ກ່ຽວຂ້ອງກັບຊີວິດຂອງພວກ ເຂົາເຈົ້າ.
(ຂ່າວ: ຍຸພິນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com