Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້ ທີ່ກະຊວງການຕ່າງປະເທດ ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໄດ້ນໍາພາຄະນະ ຈາກສະຖານທູດ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ຫວຽດນາມ ປະຈໍາລາວ ໄດ້ເຂົ້າມອບກະຕ່າດອກໄມ້ອວຍພອນ ສະຫາຍ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.
ໃນໂອກາດດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫຼອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງເທື່ອລະກ້າວ. ຜົນສໍາເລັດດັ່ງກ່າວກໍມີການປະກອບສ່ວນອັນສໍາຄັນຈາກຂະແໜງການຕ່າງປະເທດຂອງສອງປະເທດ. ພ້ອມນີ້, ທູດຫວຽດນາມຍັງໄດ້ແຈ້ງໃຫ້ຊາບແຜນການຈັດການສະເຫຼີມສະຫຼອງວັນຊາດລາວ ຢູ່ ສສ ຫວຽດນາມ ດ້ວຍຄວາມເອົາໃຈໃສ່ ແລະ ສົມກຽດ ໂດຍຈະມີການນໍາຂັ້ນສູງ ຂອງຫວຽດນາມ ເຂົ້າຮ່ວມນໍາ. ສອງຝ່າຍໄດ້ຕີລາຄາສູງຕໍ່ມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ທີ່ນັບມື້ໄດ້ຮັບການສົ່ງເສີມ ແລະ ຂະຫຍາຍຕົວໃຫ້ເຂົ້າສູ່ລວງເລິກ ໃນປັດຈຸບັນ.
ໃນໂອກາດນີ້, ສະຫາຍລັດຖະມົນຕີຕ່າງປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງສະຫາຍເອກອັກຄະລັດຖະທູດ ແລະ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນໃຫ້ການຊ່ວຍ ເຫຼືອອັນສໍາຄັນ ແລະ ທັນການແກ່ ສປປ ລາວ ມາໂດຍຕະຫຼອດ ບໍ່ວ່າໃນຍາມຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະພັດທະນາປະເທດຊາດໃນປັດຈຸບັນ. ພິເສດ ແມ່ນການຊ່ວຍເຫຼືອ ສປປ ລາວ ໃນຍາມທີ່ປະສົບ ກັບໄພທໍາມະຊາດ ກໍຄືໄລຍະມີການລະບາດຂອງພະຍາດ ໂຄວິດ-19, ເຖິງວ່າສະຫາຍຫວຽດນາມ ອ້າຍນ້ອງ ກໍປະສົບກັບຄວາມຫຍຸ້ງຍາກເຊັ່ນກັນກໍຕາມ ແຕ່ກໍໄດ້ບິແບ່ງການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ຊຶ່ງເປັນການຢັ້ງຢືນເຖິງມິດຕະພາບອັນພິເສດ ທີ່ບໍ່ມີປະເທດໃດຄື ລະຫວ່າງສອງປະເທດລາວ ແລະ ຫວຽດນາມ.
ສະຫາຍລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ການນໍາພັກ,ລັດຂັ້ນສູງ ຂອງຫວຽດນາມ ທີ່ໄດ້ເອົາໃຈໃສ່ຈັດການສະເຫຼີມສະຫຼອງວັນຊາດຄົບຮອບ 45 ປີ ແກ່ ສປປ ລາວ ທີ່ ສສ ຫວຽດນາມ ເປັນຢ່າງດີ.
ສອງຝ່າຍຍັງໄດ້ຢືນຢັນທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຮ່ວມກັນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ. ພ້ອມນີ້ກໍຈະຮ່ວມມືກັນເພື່ອ ກະກຽມ ໃຫ້ແກ່ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີລະຫວ່າງສອງກະຊວງການ ຕ່າງປະເທດ, ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ແລະ ກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 43 ທີ່ຈະມີຂຶ້ນໃນອະນາຄົດອັນໃກ້ນີ້.
ສຸດທ້າຍ, ສະຫາຍເອກອັກຄະລັດຖະທູດ ໄດ້ອວຍພອນໃຫ້ ການນຳ ແລະ ພະນັກງານ ກະຊວງ ການຕ່າງປະເທດລາວ ພິເສດແມ່ນ ສະຫາຍລັດຖະມົນຕີ ພ້ອມຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງຕົນ.
(ຂ່າວ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com