Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມທາງໄກ ລັດ ຖະມົນຕີຄຸ້ມຄອງໄພພິບັດອາຊຽນຄັ້ງທີ 8 ໄດ້ຈັດຂຶ້ນປີລະຄັ້ງ ໂດຍມີຈຸດປະສົງເພື່ອສົ່ງເສີມການຮ່ວມມືດ້ານການຄຸ້ມຄອງໄພພິບັດ ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ, ການກຽມຄວາມພ້ອມ ແລະ ໃຫ້ການຊ່ວຍເຫຼືອຕອບໂຕ້ໄພພິບັດໃນພາກພື້ນອາຊຽນ, ກອງປະຊຸມຄັ້ງນີ້ພາຍໃຕ້ຄໍາຂວັນ “ນໍາໜ້າຫັນປ່ຽນໄປສູ່ປະຊາຄົມອາຊຽນທີ່ມີຄວາມປອດໄພ, ສາມາດປັບຕົວເພື່ອທຸກຄົນ ແລະ ທົນທານ ແລະ ບັນລຸວິໃສທັດຂອງພວກເຮົາໃນຖານະເປັນຜູ້ນຳໂລກໃນການຄຸ້ມຄອງໄພພິບັດ”. ກອງປະ ຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກຜ່ານມາ ໂດຍພາຍໃຕ້ການເປັນປະທານກ່າວເປີດຢ່າງເປັນທາງການ ຂອງທ່ານ ເດຟິນ ໂລເຣັນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິປິນ ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງທັງໝົດ 59 ທ່ານ. ສຳລັບຄະນະຜູ້ແທນລາວນຳໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮອງປະທານຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ.
ໃນໂອກາດນີ້ທ່ານ ຄໍາແພງ ໄຊສົມແພງ ໄດ້ມີຄໍາເຫັນວ່າ: ບັນຫາຜົນກະທົບຂອງໄພພິບັດ ຊຶ່ງມີສາເຫດມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດທີ່ຍັງສືບຕໍ່ເກີດຂຶ້ນຖີ່ ແລະ ເພີ່ມຄວາມຮຸນແຮງດ້ານຜົນກະທົບຂຶ້ນເລື້ອຍໆຕໍ່ສຸຂະພາບຊີວິດ ແລະ ຊັບສິນຂອງປະຊາຊົນໄດ້ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ທ່ານໄດ້ເນັ້ນເຖິງຄວາມສໍາຄັນຂອງວຽກງານຄຸ້ມຄອງໄພພິບັດ ແລະ ການເພີ່ມທະວີການຮ່ວມມືຂອງທຸກພາກສ່ວນໃນການກຽມຄວາມພ້ອມ, ການປ້ອງກັນເພື່ອຫຼຸດຜ່ອນຄວາມເສຍຫາຍ, ການຕອບໂຕ້ຊ່ວຍເຫຼືອສຸກເສີນຕໍ່ໄພພິບັດ ແລະ ການຟື້ນຟູຫຼັງໄພພິບັດທີ່ຮັບປະກັນຄວາມປອດໄພ ແລະ ຄວາມສູນເສຍທີີ່ອາດຈະເກີດຂຶ້ນໃນອະນາຄົດໂດຍຍົກໃຫ້ເຫັນວ່າ: ສິ່ງດັ່ງກ່າວນີ້ແມ່ນໄດ້ສະແດງອອກຢູ່ໃນເຫດການໄພພິບັດທີ່ເກີດຂຶ້ນຜ່ານມາຢູ່ບັນດາປະເທດອາຊຽນເປັນຕົ້ນ ບັນຫາຜົນກະທົບຈາກການລະບາດຂອງພະຍາດໂຄວິດ- 19, ໄພນໍ້າຖ້ວມອື່ນໆ .
ສະເພາະຢູ່ ສປປ ລາວ ພວກເຮົາກໍາລັງເລັ່ງແກ້ໄຂຟື້ນຟູຫຼັງໄພພິບັດ ໃນປີ 2019 ແລະ ການແກ້ໄຂຊ່ວຍເຫຼືອຜົນກະທົບຈາກພະຍາດ ໂຄວິດ -19 ສະເພາະໃນປີ 2020 ນີ້ ສປປ ລາວ ຍັງໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດເປັນຕົ້ນ ນໍ້າຖ້ວມ, ແຫ້ງ ແລ້ງ, ດິນເຈື່ອນ, ລົມພາຍຸພັດ, ການລະບາດຂອງພະຍາດສັດອື່ນໆ ໄດ້ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ. ຕໍ່ກັບເຫດການດັ່ງກ່າວ, ລັດຖະບານ ສປປ ລາວ ກໍຄືຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ສຸມໃສ່ໃນການຕອບໂຕ້ແກ້ໄຂສະພາບການຕ່າງໆທີ່ເກີດຂຶ້ນ ຊຶ່ງບໍ່ສະເພາະພຽງແຕ່ນຳໃຊ້ກຳລັງ, ເຄື່ອງມືເທົ່ານັ້ນແຕ່ຍັງຕ້ອງໄດ້ນຳໃຊ້ງົບປະມານມະຫາສານໃນການແກ້ໄຂບັນຫາທີ່ຮີບດ່ວນ, ສຸກເສີນ ແລະ ລວມໄປເຖິງການຟື້ນຟູບັນດາພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມດຽວກັນນີ້, ຮຽນຮູ້ຈາກປະສົບການກໍຄືບົດຮຽນທີ່ຖອດຖອນໄດ້, ລັດຖະບານ ສປປ ລາວ ໄດ້ມີຄວາມຮັບຮູ້ສູງ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານຄຸ້ມຄອງໄພພິບັດດ້ວຍການກຳນົດນະໂຍບາຍ ແລະ ຍຸດທະສາດເພື່ອການປ້ອງກັນ, ການຄວບຄຸມ ແລະ ຟື້ນຟູຄືນທີ່ດີກວ່າເກົ່າຫຼັງໄພພິບັດ; ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຈັດຕັ້ງວຽກງານຄຸ້ມຄອງໄພພິບັດແຕ່ສູນກາງລົງຮອດທ້ອງຖິ່ນໂດຍສະເພາະຢູ່ຊຸມຊົນຂັ້ນບ້ານ, ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ລະບົບການພະຍາກອນ ແລະ ການເຕືອນໄພລ່ວງໜ້າ, ການຝຶກອົບຮົມ ແລະ ການສາທິດຝຶກຊ້ອມ ເພື່ອຮັບມືໄພພິບັດສຸກເສີນ, ການໂຄສະນາ ແລະ ສ້າງຈິດສໍານຶກຊຸມຊົນທົ່ວສັງຄົມໄດ້ຮັບຮູ້ເຖິງຄວາມສ່ຽງໄພພິບັດ ແລະ ປະກອບສ່ວນເຂົ້າໃນການກຽມພ້ອມຮັບມືກັບໄພພິບັດ; ເພີ່ມທະວີການຮ່ວມມືສາກົນ, ບັນດາປະເທດເພື່ອນມິດ, ການຮ່ວມມືພາກລັດ-ເອກະຊົນ ທັງໄລຍະການກຽມພ້ອມ, ການປ້ອງກັນ, ການຫຼຸດຜ່ອນຄວາມສ່ຽງ ແລະ ການຕອບໂຕ້ສຸກເສີນຫຼັງໄພພິບັດ, ພົ້ນເດັ່ນກວ່າໝູ່ພວກເຮົາໄດ້ສໍາເລັດການສ້າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ຊຶ່ງໄດ້ຖືກຮັບ ຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 2019 ທີ່ຜ່ານມາ. ພ້ອມກັນນັ້ນ, ວຽກງານຄຸ້ມຄອງໄພພິບັດກໍໄດ້ເປັນວຽກບຸລິມະສິດສໍາຄັນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໄລຍະປີ 2021-2025 ຂອງສປປ ລາວ. ໂດຍຜ່ານການປຶກສາຫາລື, ຄົ້ນຄ້ວາ ແລະ ປະກອບຄວາມຄິດຄວາມເຫັນ, ກອງປະຊຸມໄດ້ຕົກລົງ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນເພື່ອພ້ອມກັນປະຕິບັດຢ່າງມີຜົນສຳເລັດ, ໃນໂອກາດດຽວກັນນີ້, ປະເທດສິງກະໂປໃນນາມປະທານກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ປີ 2021 ໄດ້ແຈ້ງໃຫ້ທີ່ປະຊຸມຮັບຊາບວ່າກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນຄັ້ງທີ 9 ແລະ ບັນດາກອງປະຊຸມປິ່ນອ້ອມແມ່ນຈະໄດ້ຈັດຂຶ້ນໃນປີ 2021, ໃນວັນທີ 25 ພະຈິກຜ່ານມາ ກໍໄດ້ມີກອງປະຊຸມປິ່ນອ້ອມຄື: ກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດອາຊຽນຄັ້ງທີ 37, ກອງປະຊຸມຄະນະກໍາມະການຮ່ວມເພື່ອເສີມຂະຫຍາຍຂອບການຮ່ວມມືອາຊຽນໃນວຽກງານຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ການບັນເທົາທຸກໄພພິບັດຄັ້ງທີ 14 ຊຶ່ງເປົ້າໝາຍເພື່ອລາຍງານ ແລະ ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາແຜນງານ ແລະ ກິດຈະກຳຂອງສັນຍາອາຊຽນວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ ແລະ ກອງປະຊຸມອື່ນໆ.
(ຂ່າວ: ກະຊວງແຮງງານ, ພາບ: ພູວັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
23/09/2020 09:29:31
18/02/2020 17:36:57
13/03/2020 09:53:46
10/02/2020 09:46:26
21/01/2020 09:46:21
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com